Breaking News

ສາເຫດ ໂຈລີ ຟ້ອງຍ່າ ແບຣດ ພິດ ຍ້ອນບໍ່ເຂົ້າໃຈກັນ

ແບ່ງປັນ

ທະນາຍຂອງ ແອງເຈລີນາ ໂຈລີ ໄວ 41 ປີ ນັກສະແດງຍິງຂອງຮໍລີວູດໄດ້ຖະແຫຼງວ່າ ໂຈລີ ຍື່ນໃບຟ້ອງຍ່າ ແບຣດ ພິດ ສາມີ ໄວ 52 ປີ ຢ່າງເປັນທາງການ

ສາເຫດໃນການຟ້ອງຍ່າ ແມ່ນຄວາມແຕກຕ່າງຂອງທັງສອງທີ່ບໍ່ສາມາດປັບເຂົ້າຫາກັນໄດ້ ພ້ອມຍໍ້າອີກວ່າ ການຕັດສິນໃຈນີ້ ເຮັດເພື່ອສຸຂະພາບ ຄວາມເປັນຢູ່ຂອງຄອບຄົວ

ທັງນີ້ເວ໊ບໄຊ TMZ ລາຍງານວ່າ ໂຈລີເປັນຝ່າຍຂໍແຍກທາງກັບຝ່າຍຊາຍເອງ ໂດຍມີລາຍງານວ່າ ໂຈລີ ຕ້ອງການສິດທິລ້ຽງດູລູກທັງ 6 ຄົນດ້ວຍຕົນເອງ ແລະ ໃຫ້ສິດພໍ່ມາຢ້ຽມໄດ້ໂດຍບໍ່ໄດ້ຮຽກຮ້ອງການສະໜັບສະໜູນຈາກຄູ່ສົມຣົດ.

ສຳລັບ ແອງເຈລີນາ ໂຈລີ ກັບ ແບຣດ ພິດ ເປັນຄູ່ຮັກທີ່ພົບກັນໃນກອງຖ່າຍຮູບເງົາເລື່ອງ Mr. &Mr.Smith ທັງສອງໄດ້ໃຊ້ຊີວິດຄູ່ຮ່ວມກັນມາເປັນເວລາ 10 ກວ່າປີ ແລະ ມາແຕ່ງງານຢ່າງເປັນທາງການໃນປີ 2014 ທັງສອງມີລູກນໍາກັນ 6 ຄົນ.

 

ແບ່ງປັນ