Breaking News

ຢາກປັງຕ້ອງໄດ້ອ່ານ! ໜ້າແບບໃດທີ່ເປັນຂວັນໃຈສາວໆ ສາຍມູ

ແບ່ງປັນ

ນອກຈາກໜ້າຈະເປ໊ະປັງ ຈະເສີມງາມທັງທີກໍຕ້ອງເສີມບາລະມີພ້ອມ! ເພື່ອນໆຄົງສົງໃສ ແລະ ຢາກຮູ້ກັນແລ້ວແມ່ນບໍ່ວ່າລັກສະນະຮູບໜ້າທີ່ງາມແລະຍັງຊ່ວຍເສີມສິ່ງດີໆ ຈະມີໜ້າຕາເປັນປະມານໃດ ມື້ນີ້ ຕາມຂວັນໃຈ ມາຫາຄໍາຕອບກັນ! ບອກເລີຍວ່າງາມທັງທີກໍຕ້ອງມູຮ່ວຍດ້ວຍຈຶ່ງຈະປັງ…

#ຂວັນໃຈບອກມາ

  • ສານເຕີມເຕັມ Filler ສາມາດສະຫຼາຍໂຕໄດ້ເອງ ພາຍໃນໄລຍະເວລາ 6-18 ເດືອນ
  • ການດື່ມນໍ້າຫຼາຍໆຈະຊ່ວຍໃຫ້ສານເຕີມເຕັມຢູ່ໄດ້ດົນຂຶ້ນ
  • ການສີດສາານເຕີມເຕັມຈະຊ່ວຍໃຫ້ບໍລິເວນທີ່ເຕີມ ເຕັ່ງຕຶງຂຶ້ນ ຜິວອິ່ມຟູຫຼາຍຂຶ້ນ

1 ດວງຕາສົດໃສ ໄຮ້ຄວາມເສົ້າໝອງ

ສິ່ງສໍາຄັນອັນດັບທໍາອິດຄືດວງຕາ ວ່າກັນວ່າດວງຕາຄືປະຕູຂອງຫົວໃຈ ໃຜທີ່ໃຕ້ຕາໝອງ, ບໍ່ສົດໃສ ບອກເລີຍວ່າຕ້ອງຟ້າວແກ້ໄຂດ່ວນ ເພາະຕາສາມາດບົ່ງບອກປັນຫາຊີວິດໄດ້ ຕັ້ງແຕ່ເລື່ອງຄວາມຄິດ ລວມໄປເຖິງສຸຂະພາບ, ການເງິນຕ່າງໆ ຄົນທີ່ມີແວວຕາເປັ່ງປະກາຍຈະເປັນຄົນວາດສະໜາດີ ແລະ ກໍຈະມັກປະສົບຜົນສໍາເລັດນັ້ນເອງ!

2 ຂະມັບເຕັມອິ່ມ ຄູ່ຊີວິດດີ

ຕໍາແໜ່ງນີ້ຈະຢູ່ບໍລິເວນສາຍຕາໄປຈົນສຸດບໍລິເວນຕີນຜົມ ສ່ວນນີ້ຈະໝາຍເຖິງຊີວິດຄູ່ ເຊິ່ງຖ້າໃຜມີຂະມັບທີ່ເບິ່ງເຈັມອິ່ມ ຈະມີລັກສະນະຄູ່ທີ່ເພີເຟັກ, ຄູ່ຊີວິດຈະດີ ສາມາດເບິ່ງແຍງໃຫ້ຢູ່ສຸກສະບາຍເລີຍລະ!

3 ແກ້ມເຕັມອິ່ມ ມີບໍລິວານອ້ອມຮອບ

ຫາກໃຜທີ່ມີແກ້ມເຕັມອິ່ມ ລັກສະນະແກ້ມທີ່ຮັບກັບແນວກາມ, ບໍ່ມີຮ່ອງແກ້ມ ແລະ ຮ່ອງມຸມປາກເລິກເກີນໄປ ເຊື່ອວ່າຈະມີເພື່ອນ ແລະ ບໍລິວານທີ່ຊື່ສັດ ເປັນທີ່ເພີ່ງໃຫ້ກັບເຮົາໄດ້

4 ປາກກະຈັບຮັບຊັບ

ລັກສະນະປາກຂອງສາວໆສາຍມູ ຈະຕ້ອງມີຂອບ ເຫັນມຸມປາກທັງສອງຂ້າງຊັດເຈນ ເຊື່ອວ່າຫາກມີລັກສະນະດີງາມຕາມນີ້ ຈະມີເງິນໃຊ້ບໍ່ຂາດມື ແລະ ມີໂຊກໃນເລື່ອງຄວາມຮັກ

5 ຄາງລຽວໄດ້ຮູບ

ໜ້າວີມົນທີ່ໃຜກໍຕ້ອງເລີບ!!! ສໍາລັບຄາງທີ່ເປັນຂວັນໃຈສາຍມູນັ້ນ ຈະມີລັກສະນະວີມົນໄດ້ສັດສ່ວນ ຄາງບໍ່ຕັດ, ບໍ່ບ້ຽວ ເຊິ່ງຈະໝາຍເຖິງຄົນທີ່ມີວາດສະໜາ ແລະ ເຊື່ອໝັ້ນໃນໂຕເອງສູງ ວ່າກັນວ່າຄາງທີ່ດີງາມໄດ້ ສັດສ່ວນນັ້ນ ຈະສົ່ງຜົນໃຫ້ອະນາຄົດຂອງເຮົາປະສົບຜົນສໍາເລັດອີກດ້ວຍ!!!

ແບ່ງປັນ