Breaking News

5 ຮ້ານອາຫານເດັດຂວັນໃຈຄົນອິນເທຣນ ໃນງານເທດສະການອາຫານລາວ2022

ແບ່ງປັນ

ໃຜທີ່ໄປເລາະງານອາຫານຕ້ອງພາດບໍ່ໄດ້ທີ່ຈະແວ່ຊິມ ບອກເລີຍວ່າແຕ່ລະຮ້ານເລື່ອງລົດຊາດບໍ່ເປັນສອງຮອງໃຜແນ່ນອນ!!! ໝູ່ເພື່ອນຕາມມາເບິ່ງການເລີຍວ່າຈະມີຮ້ານໃດແນ່ ແຕ່ລະຮ້ານຈະເດັດຂະໜາດໃດ!

1 ຮ້ານອາເລັກຕໍາຍໍາແຊບ

          ສໍາລັບໃຜທີ່ຢາກໄປນັ່ງກິນຕໍາແຊບໆພາຍໃຕ້ບັນຍາກາດຊິວໆໃນງານເທດສະການອາຫານ ຕ້ອງພາດບໍ່ໄດ້ທີ່ຈະແວ່ຮ້ານນີ້!! ເມນູຕໍາຂອງເຂົາເດັດໆທັງນັ້ນເລີຍ ບໍ່ວ່າຈະເປັນຕຳປູ, ຕໍາກຸ້ງ, ຕໍາແຊວມ້ອນ ແລະ ອີກຫຼາຍໆເມນູ. ເມນູຕໍາຮ້ານນີ້ເຂົາມີຄົບ (ອີກໜຶ່ງເຄັດລັບຄວາມແຊບທີ່ທາງຮ້ານບອກມາຄືຄວາມສົດໃໝ່ຂອງວັດຖຸດິບຄືຕ້ອງໄດ້ເອົາມາໃໝ່ທຸກມື້)

2 ຮ້ານກຸ້ງເຕັ້ນ, ປິ້ງຫອຍ ແລະ ໜຶ້ງຫອຍ

          ຮ້ານເດັດອີກຮ້ານໜຶ່ງກໍຄົງໜີຮ້ານນີ້ບໍ່ໄດ້ ຮ້ານກຸ້ງເຕັ້ນ, ປິ້ງຫອຍ ເຊິ່ງບອກເລີຍວ່າກວ່າຈະໄດ້ກິນປິ້ງຫອຍຮ້ານນີ້ກໍບໍ່ທໍາມະດາເພາະລູກຄ້າເຂົາແໜ້ນແຮງ. ຕ້ອງໄດ້ຢືນຕໍ່ຄິວຍາວເລີຍ ປິ້ງຫອຍຮ້ອນໆສົ່ງກິ່ນຫອມໆອອກມາປານໃຜຊິອົດໃຈຍ່າງກາຍໄດ້. ນອກຈາກປິ້ງທາງຮ້ານຍັງມີໜຶ້ງຫອຍ ແລະ ກຸ້ງເຕັ້ນ ໃຜມັກຫຍັງເລືອກໄດ້ຕາມສະບາຍເລີຍ…

3 ຮ້ານເລີປາແດກ

          ສໍາລັບຮ້ານນີ້ບໍ່ເວົ້າເຖິງບໍ່ໄດ້!! ເປັນຮ້ານທໍາອິດທີ່ສະດຸດຕາແຕ່ກ້າວເຂົ້າງານເລີຍແຫຼະ ມີສະໄຕລການຈັດແຕ່ງຮ້ານທີ່ໂດດເດັ່ນໃຫ້ເຫັນເຖິງຄວາມເປັນລາວ ອາຫານພາຍໃນຮ້ານກໍເປັນອາຫານເອກະລັກຂອງລາວແທ້ໆ (ແຕ່ລົດຊາດບໍ່ທໍາມະດາເດີຂໍບອກ) ຟັງແຕ່ຊື່ຮ້ານກໍຮູ້ໄດ້ແລ້ວວ່າຈານເດັດຂອງຮ້ານຕໍາ!! ຍັງມີປິ້ງແຊບໆ ແລະ ເຂົ້າໜົມຄົກທີ່ປົງຈາກເຕົາຮ້ອນໆພ້ອມເສີບ

4 ຮ້ານຄິງດອມໄສ້ກອກ

          ຢາກກິນໄສ້ກອກຕ້ອງຄິດເຫັນຄິງດອມໄສ້ກອກ ເພາະຮ້ານນີ້ຮວບຮວບໄສ້ກອກປະເພດຕ່າງໄວ້ຫຼາກຫຼາຍເລີຍ

ໄສ້ກອກຮ້ອນໆຫອມໆພ້ອມດ້ວຍເຂົ້າໜຽວນຸ້ມໆ

5 ຮ້ານທິດຈັນເພັງ ສົ້ມໝູ ແລະ ອາຫານຫຼວງພະບາງ

          ຮ້ານລູກຄ້າແໜ້ນອີກຮ້ານໜຶ່ງກໍຕ້ອງແມ່ນຮ້ານນີ້ ສົ້ມໝູ ແລະ ອາຫານຫຼວງພະບາງ ເມື່ອເວົ້າເຖິງອາຫານເມືອງຫຼວງກໍຕ້ອງເວົ້າເຖິງເອາະຫຼາມ ແລະ ແຈ່ວບອງມາເປັນອັນດັບຕົ້ນໆເລີຍ ແຕ່ໃນຮ້ານບໍ່ໄດ້ມີເທົ່ານັ້ນຍັງມີທັງອົ່ວ, ສົ້ມໝູ ເຂົ້າໜົມ… ທີ່ເປັນອາຫານຂອງໄທເມືອງຫຼວງ ໄປບໍ່ຮອດຫຼວງພະບາງກໍມາແວ່ຮ້ານນີ້ໄດ້.

ແບ່ງປັນ