Breaking News

foodpanda ເຜີຍໂສມນ້ອງ Pau-Pau(ເປົາເປົາ) brand ambassador ໃໝ່

ແບ່ງປັນ

foodpanda ເຜີຍໂສມນ້ອງ Pau-Pau(ເປົາເປົາ) ເປັນ brand ambassador ໃໝ່ທີ່ມີຄວາມໜ້າຮັກ ສົດໃສ ເປັນກັນເອງ ແລະ ພ້ອມກະຕຸ້ນວົງການສົ່ງອາຫານ ແລະ ເຄື່ອງກິນເຄື່ອງໃຊ້.

ໃນວັນທີ 5 ມັງກອນ 2022 ທີ່ຜ່ານມາ ເພື່ອເປັນການສະເຫລີມສະຫລອງຄົບຮອບ ສອງປີ ແລະ ເປີດບໍລິການທົ່ວປະເທດ. ຟູດແພນດ້າລາວ ໄດ້ເປີດໂຕ brand ambassador ໃໝ່ຫຼ້າສຸດທີ່ມີຊື່ວ່າ: Pau-Pau (ເປົາເປົາ) ທີ່ມີຄວາມໜ້າຮັກ ສົດໃສ ແລະ ເປັນມິດກັບທຸກຄົນ.

ນ້ອງເປົາເປົາ ພ້ອມກັບ ຟູດແພນດ້າ ໄດ້ເປີດແຄມເປນສຸດຍິ່ງໃຫຍ່ “panda paradise” ຕ້ອນຮັບປີໃໝ່ 2022 ນີ້ ດ້ວຍການເດີນທາງໄປທົ່ວປະເທດ ເຂົ້າໃກ້ສິດກັບລູກຄ້າທຸກແຂວງ ແລະ ພ້ອມຂື້ນເປັນແບຣນສົ່ງອາຫານ ແລະ ເຄື່ອງກິນເຄື່ອງໃຊ້ ອັນດັບໜຶ່ງຂອງລາວ ທີ່ເຂົ້າເຖິງງ່າຍ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກລູກຄ້າທັງ 18 ແຂວງ.

ຂໍແນະນຳທຸກຄົນໃຫ້ຮູ້ຈັກ “ເປົາເປົາ” (Pau-Pau) Brand ambassador ໃໝ່ຫຼ້າສຸດ ທີ່ພ້ອມບຸກຕະຫລາດສົ່ງອາຫານ ແລະ ເຄຶ່ອງກິນເຄື່ອງໃຊ້ໃນປະເທດລາວ ແລະ ພາກພື້ນອາຊີປາຊີຟິກ. “ເປົາເປົາ” ເປັນແພນດ້າທີ່ມີບຸກຄະລິກໜ້າຮັກ, ສົດໃສ ແລະ ເປັນກັນເອງ ພ້ອມມອບຄວາມສຸກ. ນອກຈາກນັ້ນ “ເປົາເປົາ” ຍັງມີຄວາມຂີ້ຫລິ້ນ ແລະ ຄວາມເອົາໃຈໃສ່ ພ້ອມເອົາໃຈສາຍກິນທົ່ວປະເທດ ແລະ ເປົາເປົາເອງກໍຍັງເປັນຜູ້ຊ່ຽວຊານ ດ້ານການເລືອກ ແນະນຳອາຫານແຊບ ເມນູເດັດຂອງແຕ່ລະທ້ອງຖິ່ນໃນລາວ ແລະ ພ້ອມເດີນໜ້າກະຕຸ້ນວົງການສົ່ງອາຫານ ແລະ ເຄື່ອງກິນເຄື່ອງໃຊ້ຢ່າງເຕັມຮູບແບບ

ມາອ່ານຈຸດເດັ່ນ 3 ຈຸດຂອງເປົາເປົາ ນຳກັນເລີຍ:

  1. ເປົາເປົາມີຄວາມຂີ້ຫລິ້ນ (Likeable) ແລະ ເປັນມິດກັບທຸກຄົນ, ເປົາເປົາຢາກໃຫ້ທຸກຄົນໃຊ້ຊີວິດຢ່າງສະໜຸກສະໜານໃນແບບຂອງຕົວເອງ
  2. ເປົາເປົາ ມັນຄວາມເປັນກັນເອງ (Easy going) ສະບາຍສະບາຍ ເຂົ້າເຖິງງ່າຍ ແລະ ຍັງເປັນແພນດ້າທີ່ ເປັນນັກອະນຸລັກສິ່ງແວດລ້ອມອີກດ້ວຍ
  3. ເປົາເປົາມີໄຫວພິບ (Witty & Mischievous) ແລະ ຍັງພົກພາຄວາມເທ້ມາເຕັມກະເປົາ ເພື່ອຄອຍເອົາໃຈ ແລະ ພ້ອມສ້າງຄວາມສະໜຸກສະໜານໃຫ້ກັບທຸກຄົນ

ເຖິງແມ່ນວ່າ ເປົາເປົາຈະເວົ້າພາສາ “Pandanese” ເປົນພາສາຫລັກ ແຕ່ເປົາເປົາເອງກໍ່ມີຄວາມສາມາດພິເສດ ໃນການເວົ້າ ແລະ ສະກົດຄຳເຊັ່ນວ່າ: ພິດຊ່າ…, ພາສຕ້າ…, ຊານົມໄຂມຸກ…, ແລະ ແຊມພູ… ໄດ້ອີກດ້ວຍ.

ສາມາດຕິດຕາມການເຄື່ອນໄຫວຂອງເປົາເປົາໄດ້ທີ່ ແອັບຟູດແພນດ້າ ແລະ ໃນ social media ຕ່າງໆ, ຫລິ້ນກັບສະຕິກເກີ້ ແລະ ຟິວເຕີ້ຂອງເປົາເປົາໄດ້ໃນ LINE ແລະ Instagram. ນອກຈາກນັ້ນຍັງມີຊີຣີ່ ເລົ່າເຖິງຄວາມໜ້າ ຮັກຂອງເປົາເປົາ ທີ່ທ່ານສາມາດຕິດຕາມ ຮັບຊົມໄດ້ທີ່ https://www.facebook.com/foodpanda.la/posts/641309460628896 ແລະ ຖ້າຕິດຕາມຕອນຕໍ່ໆໄປຂອງເປົາເປົາ ໄດ້ທີ່ Facebook page foodpanda Lao

ແບ່ງປັນ