Breaking News

7 ຕົ້ນໄມ້ນໍາໂຊກປີ 2022 ປູກແລ້ວດີປຸກແລ້ວລວຍ

ແບ່ງປັນ

ເອົາໃຈສາຍຮັກຕົ້ນໄມ້ຊຸດໃຫຍ່ໄປເລີຍ!!! ຕົ້ນໄມ້ນອກຈາກຈະງາມແລ້ວຕົ້ນໄມ້ບາງຊະນິດຍັງນໍາມາສູ່ເລື່ອງລາວດີໆ ທັງຄວາມມັ່ງຄັ້ງ, ສົມຫວັງໃນຄວາມຮັກ, ມີເງິນມີທອງ (ຕາມຄວາມເຊື່ອຂອງບຸກຄົນ) ແລ້ວເຮົາມາເບິ່ງກັນວ່າມີຕົ້ນໄມ້ໃດແນ່ທີ່ຈະນໍາໂຊກລາບ ແລະຄວາມຮັ່ງມີ ມາໃຫ້ໃນປີ 2022 ນີ້!!

1 ພຣູດ່າງ

ໃນດ້ານຄວາມເຊື່ອ ເຊື່ອວ່າພຣູດ່າງເປັນໄມ້ມຸງຄຸນ ທີ່ຊ່ວຍສົ່ງເສີມສິຣິມຸງຄຸນໃຫ້ກັບເຮືອນ, ໃຫ້ທຸກຄົນຢູ່ເຢັນເປັນສຸກ.

2 ເສດຖີເຮືອນໃນ

ຄົນສ່ວນໃຫຍ່ນິຍົມປູກໄວ້ໃນອາຄານ ເພາະເນື່ອງຈາກເປັນຕົ້ນໄມ້ທີ່ມີຄຸນສົມບັດໃນການດູດສານພິດ ແລະ ຟອກອາກາດໄດ້ ດ້ານຄວາມເຊື່ອເຊື່ອວ່າ ເສດຖີເຮືອນໃນ ຊ່ວຍເລື່ອງເມດຕາມະຫານິຍົມ, ປ້ອງກັນໄພ ແລະ ເສີມສິຣິມຸງຄຸນ.

3 ຢາງອິນເດຍ

ເຊື່ອວ່າຢາງອິນເດຍຕົ້ນໄມ້ມຸງຄຸນນີ້ຈະຊ່ວຍສົ່ງເສີມຜູ້ຢູ່ອາໄສໃນເຮືອນໃຫ້ມີຄວາມຈະເລີນເຕີບໂຕ ຫຼືຫາກວາງໄວ້ໃນມຸມມືດຂອງເຮືອນຈະຊ່ວຍເພີ່ມພະລັງຊີວິດໃຫ້ແກ່ຜູ້ຢູ່ອາໄສໄດ້.

4 ແກ້ວການຈະນາ ຫຼຶຂຽວໝື່ນປີ

ເປັນຕະກູນຕົ້ນໄມ້ປະດັບທີ່ມີຄວາມງາມທີ່ໃບ ໄດ້ຊື່ວ່າເປັນລາຊາແຫ່ງໄມ້ປະດັບ ປັດຈຸບັນມີການປັບປຸງພັນເພື່ອໃຫ້ສີສັນສວຍງາມຍິ່ງຂຶ້ນ ນິຍົມລ້ຽງເພື່ອຄວາມສວຍງາມ ແລະ ຈັດເປັນໄມ້ມຸງຄຸນ.

5 ໄຜ່ກວນອິມ

ໄດ້ຮັບຄວາມນິຍົມປູກລ້ຽງເປັນງານອະດິເລກ ນອກຈາກນີ້ຍັງຊ່ວຍບໍາບັດສານເຄມີ ເຊັ່ນ ໄຜ່ກວນອິມ ສາມາດຫຼຸດຄວາມເປັນພິດຂອງເບນຊິນໄດ້ ທາງດ້ານຄວາມເຊື່ອໄຜ່ກວນອິມຈະນໍາຄວາມມັ່ງຄັ້ງມາໃຫ້.

6 ຕົ້ນສຸກໂຊກ

ເປັນຕົ້ນໄມ້ມຸງຄຸນປູກແລ້ວເປັນມຸງຄຸນແກ່ຊີວິດ ແລະ ຄອບຄົວ.

7 ຟິໂລເດນຄຣອນ ຫຼືເອີ້ນສັ້ນໆວ່າ ຟີໂລ

ຕາມສາດຮວງຈຸ້ຍເຊື່ອວ່າ ຈະນໍໍາມາເຊິ່ງຄວາມຜ່ອນຄາຍໃຫ້ກັບເຈົ້າຂອງເຮືອນ ນໍາພະລັງບວກ ແລະ ແສງສະວ່າງມາສູ່ຄອບຄົວ.

ແບ່ງປັນ