Breaking News

ຫາກເວົ້າເຖິງ “ນໍ້າ” ພາບທໍາອິດທີ່ຄິດເຫັນຄື…?

ແບ່ງປັນ

ແບບທົດສອບຈາກຍີ່ປຸ່ນ ຫາກເວົ້າເຖິງນໍ້າ ສິ່ງທີ່ເຈົ້າຄິດເຫັນຄື…?

ທຸກຄົນມີຄວາມສາມາດ ແຕ່ການສະແດງຄວາມສາມາດທີ່ແທ້ຈິງອອກມາຂອງທຸກຄົນບໍ່ຄືກັນບາງຄົນຕ້ອງຕົກຢູ່ໃນວິກິດຈຶ່ງສະແດງງອອກມາໄດ້ ແຕ່ບາງຄົນຕ້ອງຢູ່ໃນຈຸດທີ່ມີແຮງມີກໍາລັງໃຈຢ່າງເຕັມທີ່ ແລ້ວໝູ່ເພື່ອນຢາກຮູ້ບບໍ່ວ່າໂຕຂອງໝູ່ເພື່ອນເອງຈະສະແດງຄວາມສາມາດທີ່ແທ້ຈິງອອກມາໄດ້ໃນຊ່ວງເວລາແບບໃດ ລອງໄປເຮັດແບບທົດສອບພ້ອມກັນເລີຍ!!!

ຫາກເວົ້າເຖິງ “ນໍ້າ” ພາບທໍາອິດທີ່ຄິດເຫັນຄື…?

A: ນໍ້າໃນຈອກ

B: ນໍ້າໃນທະເລສາບ

C: ນໍ້າໃນແມ່ນໍ້າ

D: ນໍ້າໃນທະເລ

ບໍ່ວ່າຈະເປັນໃນຮູບແບບໃດສິ່ງທີ່ເຈົ້າຄິດເຫັນເປັນຢ່າງທໍາອິດ ຈະສື່ເຖິງຊ່ວງເວລາທີ່ເຈົ້າຈະສະແດງຄວາມສາມາດທີ່ແທ້ຈິງອອກມາ  

A: ນໍ້າໃນຈອກ…ຕອນທີ່ມີຂໍ້ຈໍາກັດຢ່າງເຂັ້ມງວດ

ຄົນທີ່ຄິດເຫັນນໍ້າໃນຈອກ ຈະສະແດງຄວາມສາມາດອອກມາໃນຕອນທີ່ມີຂໍ້ຈໍາກັດ ຫຼືກົດເກນທີ່ເຂັ້ມງວດ ເຊັ່ນ ຂໍ້ຈໍາກັດເລື່ອງເວລາ, ງົບປະມານ ຫຼືຂໍ້ຈໍາກັດຈາກປັດໄຈຕ່າງໆ ທີ່ເຮັດໃຫ້ເຈົ້າບໍ່ສາມາດເຮັດສິ່ງນັ້ນໄດ້ຢ່າງອິດສະຫຼະ ເຊິ່ງການມີກົດຂໍ້ບັງຄັບເຫຼົ່ານີ້ ຈະເຮັດໃຫ້ເຈົ້າສະແດງຄວາມສາມາດ ແລະ ໄດ້ຜົນດີຢ່າງບໍ່ໜ້າເຊື່ອ ຊະນິດທີ່ວ່າເດດລາຍມາປັນຍາເກີດ!!!

B: ນໍ້າໃນທະເລສາບ…ຕອນທີ່ມີສະມາທິ

ຄົນທີ່ຄິດເຫັນນໍ້າໃນທະເລສາບແສນສະຫງົບ ຈະສະແດງຄວາມສາມາດທີ່ແທ້ຈິງອອກມາໃນຕອນທີ່ກໍາລັງມີສະມາທິ ເຊິ່ງປົກກະຕິແລ້ວເຈົ້າອາດຈະບໍ່ມີໂມເມັ້ນແບບນີ້ພໍເທົ່າໃດ ແຕ່ຫາກມີສະມາທິ ແລະ ໄດ້ຈົດຈໍ່ກັບສິ່ງນັ້ນແລ້ວ ເຈົ້າຈະບໍ່ຄິດເຫັນສິ່ງທີ່ບໍ່ຈໍາເປັນ,​ ບໍ່ໄດ້ຍິນສຽງຮອບຂ້າງ ແລະ ເບິ່ງແຕ່ພຽງເປົ້າໝາຍເທົ່ານັ້ນ ຍິ່ງມີສະມາທິຫຼາຍເທົ່າໃດເຈົ້າຍິ່ງຈະສະແດງຄວາມສາມາດອອກມາຫຼາຍເທົ່ານັ້ນ

C: ນໍ້າໃນແມ່ນໍ້າ… ຕອນທີ່ສະຖານະການກໍາລັງປ່ຽນແປງ

ຄົນທີ່ຄິດເຫັນນໍ້າໃນແມ່ນໍ້າຈະສະແດງຄວາມສາມາດອອກມາໃນຕອນທີ່ສະຖານະການກໍາລັງປ່ຽນແປງເຊັ່ນຢູ່ໆກໍມີປັດໄຈອື່ນເຂົ້າມາ ຫຼືການປ່ຽນກົດເກນໃນຂະນະທີ່ຄົນອື່ນປັບໂຕໄດ້ຍາກ ແຕ່ເຈົ້າສາມາດປັບໂຕໄປຕາມຄວາມເໝາະສົມໄດ້ ຄືກັບນໍ້າໃນແມ່ນໍ້າ ທີ່ບາງທີກໍໄຫຼແຮງ ບາງທີກໍໄຫຼຄ່ອຍໆ ແຕ່ກໍຍັງສາມາດໄຫຼໄດ້ຕະຫຼອດເວລາ ແຕ່ໃນທາງກົງກັນຂ້າມກັນ ຫາກເຈົ້າຕ້ອງເຮັດສິ່ງທີ່ຊໍ້າໄປຊໍ້າມາ ແບບເກົ່າໆ ເຈົ້າຈະສະແດງຄວາມສາມາດອອກມາບໍ່ເຕັມທີ່ປານໃດ

D: ນໍ້າໃນທະເລ…ຕອນທີ່ຕ້ອງຕັດສິນໃຈຢ່າງໃຫຍ່ຫຼວງ

ຄົນທີ່ຄິດເຫັນນໍ້າທະເລຈະສະແດງຄວາມສາດອອກມາຕອນທີ່ຕ້ອງຕັດສິນໃຈບາງສິ່ງບາງຢ່າງຢ່າງໃຫຍ່ຫຼວງ ເຈົ້າສາມາດວິເຄາະ ແລະ ຕັດສິນໃຈເລືອກສິ່ງທີ່ດີທີ່ສຸດໄດ້ ໃນບາງເລື່ອງຫຼາຍໆຄົນ ອາດຍັງຕັດສິນໃຈບໍ່ໄດ້ ຍັງຕ້ອງລັງເລ ແຕ່ເຈົ້າຈະສາມາດຕັດສິນໃຈໄດ້ຢ່າງໝັ້ນໃຈທັນທີ

ບໍ່ວ່າເມື່ອໃດເຮົາກໍສາມາດສະແດງຄວາມສາມາດທີ່ແທ້ຈິງໃນໂຕເອງອອກມາໄດ້ ແຕ່ຫາກເຮົາຮູ້ໃຈໂຕເອງວ່າວ່າເຮົາຈະເຮັດໄດ້ດີທີ່ສຸດໃນສະຖານະການແບບໃດ ເຮົາກໍສາມາດໃຊ້ປະໂຫຍດຈາກສະຖານະການເຫຼົ່ານັ້ນໃນການສະແດງພະລັງທີ່ແທ້ຈິງອອກມາໄດ້.

ແບ່ງປັນ