Breaking News

ເທຣນຄິ້ວ 2022 ອັບເດດການແຕ້ມຄິ້ວສຸດ Hot

ແບ່ງປັນ

ເພາະຄິ້ວຄືມົງກຸດຂອງໜ້າ ຄິ້ວງາມກໍເພີ່ມສະເໜ່ໃຫ້ສາວໆໄດ້ແລ້ວ ມື້ນີ້ຈະມາອັບເດດ ເທຣນຄິ້ວ 2022 ພ້ອມຕິດຕາມເທັກນິກຂຽນຄິ້ວໃຫ້ປັງໆດ້ວຍໂຕເອງກັນເລີຍ!!!

ນອກຈາກການປ່ຽນລຸກບໍ່ວ່າຈະເປັນປ່ຽນຊົງຜົມ ປ່ຽນການແຕ່ງໂຕ ຫຼືການແຕ່ງໜ້າແລ້ວ ຄິ້ວ ຄືອີກສິ່ງສໍາຄັນທີ່ສາວໆຫຼາຍຄົນໃຫ້ຄວາມສໍາຄັນຫຼາຍ ມື້ໃດທີ່ບໍ່ໄດ້ແຕ້ມຄິ້ວພໍຢາກວ່າບໍ່ກ້າອອກເຮືອນເລີຍລະ!!! ເຮົາຈະພາໄປອັບເດດເທຣນຄິ້ວປີ 2022 ວ່າຊົງຄິ້ວແບບໃດທີ່ມາແຮງກັນແນ່.

ເທຣນຄິ້ວປີ 2022

ເທຣນປີນີ້ ການແຕ້ມຄິ້ວຊົງທໍາມະຊາດໄດ້ມາແຮງຊ່ວງໜຶ່ງແລ້ວ ແລະ ຍັງມາແຮງຕໍ່ເນື່ອງ ເພາະສາວໆແຕ້ມແລ້ວຈະເຮັດໃຫ້ໜ້າເດັກລົງ ເບິ່ງບໍ່ຈິງຈັງເກີນໄປ

ວິທີແຕ້ມຄິ້ວແບບທໍາມະຊາດໃຫ້ປັງຕະຫຼອດປີ

ອັນດັບທໍາອິດຕ້ອງມີຄືອຸປະກອນທີ່ດີ ສິ່ງທີ່ຂາດບໍ່ໄດ້ເພື່ອຄິ້ວທີ່ງາມທໍາອິດເລີຍຄື

1 ສໍແຕ້ມຄິ້ວ

ຖືກຫຼືແພງໄດ້ໝົດ ບໍ່ຈໍາເປັນຕ້ອງເລືອກຂອງທີ່ແພງທີ່ສຸດເພາະຄິດວ່າຈະເປັນຂອງດີທີ່ສຸດ ແນະນໍາເລື່ອງເທດເຈີ້ຕ້ອງເບິ່ງເທດເຈີ້ເປັນອັນດັບທໍາອິດ ວິທີກວດສອບຄືຄວນຂີດໃສ່ຫຼັງມື ລູບເບິ່ງວ່າເນື້ອມັນເປັນແນວໃດຄວນເລືອກໂຕທີ່ເນື້ອຊຶມເຂົ້າຜິວທີ່ສຸດ ແລ້ວສາວໆເລືອກກ້ານນັ້ນເລີຍ.

2 ອາຍແຊໂດ້ຄິ້ວ

ສໍາລັບສາວໆທີ່ຕ້ອງການເພີ່ມຄວາມເຂັ້ມຂຶ້ນມາອີກລະດັບໜຶ່ງແນ່ນອນກໍຕ້ອງງາມຂຶ້ນອີກຂັ້ນ ແນະນໍາເປັນອາຍແຊໂດ້ຄິ້ວ ພະຍາຍາມເລືອກໃຫ້ສີໃກ້ຄຽງກັບສີຂອງສໍແຕ້ມຄິ້ວທີ່ເຮົາເລືອກ.

3 ມາສຄາຣ້າຄິ້ວ

ຄວາມຈິງສາມາດນໍາເອົາມາສຄາຣ້າຂົນຕາມາປັດໄດ້ ແຕ່ມັນຈະມີຄວາມເຂັ້ມເກີນໄປ ແຕ່ຖາມວ່າໃຊ້ແທນກັນໄດ້ບໍ່ ໃຊ້ແທນກັນໄດ້ແຕ່ຈະໃຫ້ເປະຕ້ອງມາສຄາຣ້າຄິ້ວ ແລະ ເມື່ອມີຄົບທັງສາມຢ່າງແລ້ວ ກໍຄ່ອຍໆເລີ່ມຂຽນຕາມຮູບຄິ້ວໄດ້.

ແບ່ງປັນ