ມາສ່ອງຮ້ານເຮັດເລັບດີໆເດັດໆ ລາຄາບໍ່ແພງ ແຕ່ຄຸນນະພາບອອກມາດີ ບໍ່ວ່າຈະຕໍ່ເລັບ, ເພັ້ນເລັບ ຫຼືທາສີເລັບເຈວ… ມື້ນີ້ຂວັນໃຈໄດ້ຮວບຮວມບັນດາຮ້ານເຮັດເລັບມາໃຫ້ເປັນທີ່ຮຽບຮ້ອຍແລ້ວ ບອກເລີຍວ່າໃຜກໍາລັງຊອກຫາງານເລັບດີໆ ຕ້ອງບໍ່ພາດ ໄປເບີ່ງກັນເລີຍ!!ແອັດປັກລິ້ງເພຈຮ້ານໃຫ້ພ້ອມກ່ອງຮູບມັກຮ້ານໃດຖືກໃຈຮ້ານໃດກໍເລືອກໄດ້ຢ່າງສະບາຍເລີຍ… TM Beauty & Nailsສະຖານທີ່: ຢູ່ ໂພນສີນວນ- ເມືອງສີສັດຕະນາກ, ທາງເຂົ້າຮ່ອມpizza companyເບີຕິດຕໍ່: 02098226789ລິ້ງເພຈ: https://www.facebook.com/tm1080ຮູບພາບ: TM Beauty & Nails Pipo Nail salon, Vientiane ປີໂປ້ຕໍ່ເລັບແຕ່ງເລັບສະຖານທີ່: ບ້ານຂຸນຕາທົ່ງ ຮ່ອມຈີນດາມະນີເປີດ: ວັນຈັນ ຫາວັນອາທິດເບີຕິດຕໍ່: 856 20 22 288 030ລິ້ງເພຈ: https://www.facebook.com/PipoNailsalonຮູບພາບ: Pipo Nail salon, Vientiane ປີໂປ້ຕໍ່ເລັບແຕ່ງເລັບ Model nailສະຖານທີ່: ບ້ານທາດຫຼວງກາງຮ່ອມ4ເບີຕິດຕໍ່: 020 94 116 043ລິ້ງເພຈ: https://www.facebook.com/modelnail94116043ຮູບພາບ: …
Read More »Cosmatic
ເທຣນຄິ້ວ 2022 ອັບເດດການແຕ້ມຄິ້ວສຸດ Hot
ເພາະຄິ້ວຄືມົງກຸດຂອງໜ້າ ຄິ້ວງາມກໍເພີ່ມສະເໜ່ໃຫ້ສາວໆໄດ້ແລ້ວ ມື້ນີ້ຈະມາອັບເດດ ເທຣນຄິ້ວ 2022 ພ້ອມຕິດຕາມເທັກນິກຂຽນຄິ້ວໃຫ້ປັງໆດ້ວຍໂຕເອງກັນເລີຍ!!! ນອກຈາກການປ່ຽນລຸກບໍ່ວ່າຈະເປັນປ່ຽນຊົງຜົມ ປ່ຽນການແຕ່ງໂຕ ຫຼືການແຕ່ງໜ້າແລ້ວ ຄິ້ວ ຄືອີກສິ່ງສໍາຄັນທີ່ສາວໆຫຼາຍຄົນໃຫ້ຄວາມສໍາຄັນຫຼາຍ ມື້ໃດທີ່ບໍ່ໄດ້ແຕ້ມຄິ້ວພໍຢາກວ່າບໍ່ກ້າອອກເຮືອນເລີຍລະ!!! ເຮົາຈະພາໄປອັບເດດເທຣນຄິ້ວປີ 2022 ວ່າຊົງຄິ້ວແບບໃດທີ່ມາແຮງກັນແນ່. ເທຣນຄິ້ວປີ 2022 ເທຣນປີນີ້ ການແຕ້ມຄິ້ວຊົງທໍາມະຊາດໄດ້ມາແຮງຊ່ວງໜຶ່ງແລ້ວ ແລະ ຍັງມາແຮງຕໍ່ເນື່ອງ ເພາະສາວໆແຕ້ມແລ້ວຈະເຮັດໃຫ້ໜ້າເດັກລົງ ເບິ່ງບໍ່ຈິງຈັງເກີນໄປ ວິທີແຕ້ມຄິ້ວແບບທໍາມະຊາດໃຫ້ປັງຕະຫຼອດປີ ອັນດັບທໍາອິດຕ້ອງມີຄືອຸປະກອນທີ່ດີ ສິ່ງທີ່ຂາດບໍ່ໄດ້ເພື່ອຄິ້ວທີ່ງາມທໍາອິດເລີຍຄື 1 ສໍແຕ້ມຄິ້ວ ຖືກຫຼືແພງໄດ້ໝົດ ບໍ່ຈໍາເປັນຕ້ອງເລືອກຂອງທີ່ແພງທີ່ສຸດເພາະຄິດວ່າຈະເປັນຂອງດີທີ່ສຸດ ແນະນໍາເລື່ອງເທດເຈີ້ຕ້ອງເບິ່ງເທດເຈີ້ເປັນອັນດັບທໍາອິດ ວິທີກວດສອບຄືຄວນຂີດໃສ່ຫຼັງມື ລູບເບິ່ງວ່າເນື້ອມັນເປັນແນວໃດຄວນເລືອກໂຕທີ່ເນື້ອຊຶມເຂົ້າຜິວທີ່ສຸດ ແລ້ວສາວໆເລືອກກ້ານນັ້ນເລີຍ. 2 ອາຍແຊໂດ້ຄິ້ວ ສໍາລັບສາວໆທີ່ຕ້ອງການເພີ່ມຄວາມເຂັ້ມຂຶ້ນມາອີກລະດັບໜຶ່ງແນ່ນອນກໍຕ້ອງງາມຂຶ້ນອີກຂັ້ນ ແນະນໍາເປັນອາຍແຊໂດ້ຄິ້ວ ພະຍາຍາມເລືອກໃຫ້ສີໃກ້ຄຽງກັບສີຂອງສໍແຕ້ມຄິ້ວທີ່ເຮົາເລືອກ. 3 ມາສຄາຣ້າຄິ້ວ ຄວາມຈິງສາມາດນໍາເອົາມາສຄາຣ້າຂົນຕາມາປັດໄດ້ ແຕ່ມັນຈະມີຄວາມເຂັ້ມເກີນໄປ ແຕ່ຖາມວ່າໃຊ້ແທນກັນໄດ້ບໍ່ ໃຊ້ແທນກັນໄດ້ແຕ່ຈະໃຫ້ເປະຕ້ອງມາສຄາຣ້າຄິ້ວ ແລະ ເມື່ອມີຄົບທັງສາມຢ່າງແລ້ວ ກໍຄ່ອຍໆເລີ່ມຂຽນຕາມຮູບຄິ້ວໄດ້.
Read More »ຂໍ້ຄວນລະວັງຕິດ “ຂົນຕາປອມ” ຄວາມງາມທີ່ແຝງດ້ວຍອັນຕະລາຍ ຫາກໃຊ້ຜິດວິທີ
ສາວໆສາຍເມັກອັບ ເຊື່ອວ່າຕ້ອງມີ “ຂົນຕາປອມ” ຕິດໂຕະເຄື່ອງແປ້ງກັນແນ່ນອນ ເຊິ່ງການຕິດ ຂົນຕາປອມຫຼັງແຕ່ງດວງຕາ ປັດມາສຄາລ້າເພີ່ມອີກໜ້ອຍໜຶ່ງ ກໍສາມາດເພີ່ມສະເໜ່ໃຫ້ກັບເມັກອັບໜ້າດຶງດູດຍິ່ງຂຶ້ນ ໂດຍສະເພາະສາວໆທີ່ຂົນຕາບາງ ຂົນຕາປອມຈຶ່ງເປັນ ໄອເທັ້ມທີ່ສາວໆຮັກແຮງ… ແຕ່ຫາກໃຊ້ຜິດວິທີກໍອາດມີຂໍ້ເສຍຕາມມາໄດ້ ຂໍ້ຄວນລະວັງຕິດຂົນຕາປອມ ຄວາມງາມທີ່ແຝງດ້ວຍອັນຕະລາຍ ຫາກໃຊ້ຜິດວິທີ ການໃຊ້ຂົສຕາປອມເພື່ອຄວາມງາມອາດເປັນອັນຕະລາຍຕໍ່ດວງຕາໄດ້ 1 ເປືອກຕາອັກເສບຈາກການແພ້ສານເຄມີໃນຂົນຕາປອມ ຫຼືການສະສົມຂອງສິ່ງສົກກະປົກໃນຂົນຕາປອມ 2 ເຮັດໃຫ້ຂົນຕາແທ້ບາງລົງໄດ້ 3 ຂົນຕາແທ້ຫຼົ່ນງ່າຍ ບໍ່ແຂງແຮງ ເກີດຈາກການດຶງຂົນຕາປອມອອກເລື້ອຍໆ 4 ຂົນຕາແທ້ ແລະ ຂົນຕາປອມອາດຫຼຸດເຂົ້າໄປໃນດວງຕາເກີດອາການເຄືອງຕາ ເກີດເປັນບາດຫຼືອາການຕິດເຊື້ອບໍລິເວນແກ້ວຕາ ອາດເປັນສາເຫດໃຫ້ສູນເສຍການເບິ່ງເຫັນໄດ້ 5 ຫາກເຮັດຄວາມສະອາດບໍລິເວນເປືອກຕາບໍ່ດີ ອາດນໍາໄປສູ່ພາວະຕ່ອມໄຂມັນ 6 ເກີດມີອາການຕາແຫ້ງ ຢາກໃຊ້ຂົນຕາປອມໃຫ້ສວຍງາມ ແລະ ປອດໄພ ສິ່ງທີ່ຕ້ອງຄໍານຶງຄື 1 ໃຊ້ຂົນຕາປອມ ແລະ ກາວທີ່ໄດ້ມາດຕະຖານ 2 ລ້າງມືໃຫ້ສະອາດກ່ອນໃສ່ສະເໝີ 3 ບໍ່ສີຕາຂະນະໃສ່ຂົນຕາປອມ 4 …
Read More »ອາຫານ
ອາຫານ
Read More »ໂອກາດດີທີ່ບໍ່ຄວນພາດ!! ສໍາລັບໃຜທີ່ຢາກເປັນຕົວແທນຂາຍສິນຄ້າຄຸນນະພາບດີຈາກຍີ່ປຸ່ນ…
ຂ່າວດີສໍາລັບສາວໆ ຫຼື ນັກທຸລະກິດທ່ານໃດທີ່ຕ້ອງການຢາກເປັນຕົວແທນຂາຍສິນຄ້າຈາກຍີ່ປຸ່ນ ອົງການສົ່ງເສີມການຄ້າຍີ່ປຸ່ນ ປະຈໍາ ສປປ ລາວ ຫຼື ອົງການ JETRO VIENTIANE ໄດ້ຈັດງານວາງສະແດງສິນຄ້າຈາກປະເທດຍີ່ປຸ່ນ ຫຼື “Japan Product Exhibition 2021” ເປັນທາງການໃນວັນທີ 03 ກຸມພາ 2021 ທີ່ໂຮງແຮມ ຄຣາວພລາຊ່າ, ພາຍໃນງານມີສິນຄ້າຫຼາຍເຖິງ 82 ລາຍການ ຈາກ 28 ບໍລິສັດ, ໃນນັ້ນມີສິນຄ້າປະເພດອາຫານ ເຊັ່ນ: ພາສຕ້າ ທີ່ເຮັດຈາກເຂົ້າ, ສາຫລ່າຍຍີ່ປຸ່ນ, ໃບຊາຍີ່ປຸ່ນ…. ສິນຄ້າປະເພດເຄື່ອງສໍາອາງ ເຊັ່ນ: ຄີມທາຝ້າ, ໂລຊັນ, ຢາຟື້ນຟູເສັ້ນຜົມ ແລະ ນໍ້າຢາຍ້ອມຜົມ, ນອກຈາກນີ້ ຍັງມີສິນຄ້າປະເພດອາຫານເສີມ ເຊັ່ນ ຄໍລະເຈັນ, ເມັດຈຸລິນຊີທີ່ດີຕໍ່ລໍາໄສ້ ແລະ ອື່ນໆ. ທ່ານ …
Read More »