Breaking News

Cosmatic

ເຄື່ອງສໍາອາງສາມາດເກັບໄດ້ດົນປານໃດ?

  ເຄື່ອງສໍາອາງສາມາດເກັບໄດ້ດົນປານໃດ ຜະລິດຕະພັນອ້ອມໜ່ວຍຕາ ໂດຍສະເພາະ Mascara, Eyeshadow, ສໍແຕ້ມຄິ້ວ ແລະ ຂອບຕາ ບໍ່ສາມາດໃຊ້ໄດ້ດົນໆເທົ່າກັບຊະນິດອື່ນໆເພາະໂອກາດໃນການປົນເປື້ອນຂອງເຊື້ອຈຸລິນຊີລະຫວ່າງການໃຊ້ງານມີສູງຫຼາຍ ອາດເຮັດໃຫ້ເກີດອັກເສບຂອງຈຸລັງໜ່ວຍຕາໄດ້ ຜູ້ຊ່ຽວຊານທາງເຄື່ອງສໍາອາງແນະນໍາໃຫ້ປ່ຽນຜະລິດຕະພັນເຫຼົ່ານີ້ຖີ້ມທຸກໆ 3 ເດືອນພາຍຫຼັງຈາກການເປີດໃຊ້ງານ ຜະລິດຕະພັນປະເພດສະໝຸນໄພ ຫຼື ຊະນິດທີ່ມີອົງປະກອບຈາກທໍາມະຊາດມັກຈະເກັບໄວ້ບໍ່ດົນຜູ້ໃຊ້ຄວນໝັ່ນສັງເກດກາານປ່ຽນແປງທີ່ຜິດປົກກະຕິເຊັ່ນ: ສີ, ກິ່ນ ແລະ ຄວາມໜຽວຂອງເນື້ອຄຣີມເພາະທັງສີ, ກິ່ນ ແລະ ຄວາມໜຽວທີ່ປ່ຽນໄປສະແດງເຖິງການສະລາຍຕົວຂອງຜະລິດຕະພັນອັນອາດມີສາເຫດຈາກການປົນເປື້ອນຂອງເຊື້ອຈຸລິນຊີໄດ້ ເນື່ອງຈາກສານສະກັດຈາກທໍາມະຊາດມັກຈະບໍ່ມີສານກັນບູດ ຖ້າຫາກພົບການປ່ຽນແປງແບບນັ້ນໃຫ້ຢຸດໃຊ້ ແລະ ຖີ້ມໄປທັນທີບໍ່ຕ້ອງເສຍດາຍ, ນອກຈາກນັ້ນການເກັບຜະລິດຕະພັນຕ້ອງມ້ຽນຕາມຄໍາແນະນໍາເທິງສະຫຼາກເຊັ່ນ: ຫຼີກເວັ້ນຄວາມຮ້ອນ ແລະ ແສງແດດ ຖ້າຫາກມ້ຽນບໍ່ໄດ້ຕາມຄໍາແນະນໍາອາຍຸຂອງຜະລິດຕະພັນຈະສັ້ນກວ່າວັນໝົດອາຍຸທີ່ກໍານົດໄວ້ເທິງປ້າຍສະຫຼາກນັ້ນເອງ.

Read More »

5 ເຄື່ອງສໍາອາງ ສຸດຮິດທີ່ຄວນມີໄວ້ໃນກະເປົາ

5 ເຄື່ອງສໍາອາງ ສຸດຮິດທີ່ຄວນມີໄວ້ໃນກະເປົາ ມື້ນີ້ ວາລະສານຂັວນໃຈ ຈະມາແນະນໍາໃຫ້ສາວໆໄດ້ຮູ້ກ່ຽວກັບເຄືອງສໍາອາງທີ່ສາວໆຄວນມີໄວ້ໃນກະເປົາເພື່ອເອົາໄວ້ແຕ່ງໜ້າໃນແຕ່ລະມື້ ເຊັ່ນ: ເຈ້ຍເຊັດໜ້າມັນ: ເປັນສິ່ງທີ່ສຸດຮິດຂອງສາວໆທີ່ໜ້າມັນ ເພາະເຖິງຕອນທ່ຽງໜ້າທີ່ແຕ່ງມາເຕັມແຕ່ຕອນເຊົ້ານັ້ນຈະຫາຍໄປ ແລະ ຈະເຮັດໃຫ້ໜ້າມັນທຸກເທື່ອ ສາວໆຢ່າລືມເອົາອອກມາໃຊ້ ເນັ້ນບໍລິເວນດັງ, ໜ້າຜາກ ແລະ ຄາງ ຮັບຮອງວ່າສາມາດຊ່ວຍທ່ານໄດ້. ລິບສະຕິກສີສົດໃສ: ເປັນເຄື່ອງສໍາອາງສໍາລັບສາວໆທຸກໆຄົນ ບໍ່ວ່າສາວໆຈະຮູ້ສຶກວ່າມື້ນີ້ໜ້າຕົນເອງໂຊມ, ບໍ່ມີສີສັນ ແນະນໍາໃຫ້ທາລິບສະຕິກໂດຍສະເພາະສີສົດໃສເຊັ່ນ: ສີແດງ, ສີບົວ ແລ້ວຈະເຮັດໃຫ້ໜ້າມີຄວາມສົດໃສຂຶ້ນຕື່ມ. Concealer ກ້ອງຕາ: ແທນທີ່ຈະທາຮອງພື້ນທັງໜ້າ ຈະເຮັດໃຫ້ຫຍຸ້ງຍາກ, ເສຍເວລາ ພຽງແຕ່ສາວໆຖື Conceale ມານໍາເທົ່ານີ້ກໍ່ພໍ ໂດຍອາດຈະເລີ່ມທາທີ່ກ້ອງຕາ ເພື່ອເພິ່ມຄວາມສົດໃສໃຫ້ແກ່ໜ່ວຍຕາ. Mascara: ພຽງແຕ່ທາ Mascara ໜຶ່ງເທື່ອຕໍ່ມື້ ໜ່ວຍຕາຂອງທ່ານຈະໂດດເດັງ ເດັ່ນຂື້ນມາທັນທີ. Brush on( ສີໜ໊າ): ລະຫວ່າງເຮັດວຽກງານ ອາດຈະຕ້ອງຍ່າງໄປຍ່າງມາ ອອກນອກຫ້ອງແອ ອາດຈະເຮັດໃຫ້ Brush …

Read More »

9 ວິທີເລືອກຊື້ ເຄື່ອງສໍາອາງ ຢ່າງປອດໄພ

  9 ວິທີເລືອກຊື້ ເຄື່ອງສໍາອາງ ຢ່າງປອດໄພ     ການເລືອກຊື້ເຄື່ອງສໍາອາງເປັນວິທີດີທີ່ສຸດ ຖ້າຫາກສາວໆທ່ານໃດທີ່ເຄີຍຊື້ເຄື່ອງສໍາອາງໂດຍທີ່ບໍ່ເລືອກ, ບໍ່ສັງເກດໃຫ້ດີໆລະວັງໄວ້ມັນຈະເປັນອັນຕະລາຍໄດ້ ດັ່ງນັ້ນ ມື້ນີ້ວາລະສານຂັວນໃຈ ມີວີທີໃນເລືອກຊື້ເຄື່ອງສໍາອາງໃຫ້ປອດໄພມາແນະນໍາດັ່ງນີ້: ຄວນຊື້ເຄື່ອງສໍາອາງຈາກຮ້ານ. ຄວນເລືອກຊື້ເຄື່ອງສໍາອາງທີ່ມີປ້າຍພາສາລາວ ຫຼື ພາສາໄທ. ທົດສອບການແພ້ກ່ອນໃຊ້ດ້ວຍການທາຜະລິດຕະພັນນັ້ນໜ້ອຍໜຶ່ງໃສ່ບໍລິເວນກ້ອງແຂນ ຫຼື ບໍລິເວນຕິ່ງຫູ ແລ້ວປະໄວ 24-48ຊົ່ວໂມງ. ປະຕິບັດຕາມວິທີໃຊ້ທີ່ໄດ້ລະບຸໄວ້. ເມື່ອໃຊ້ເຄື່ອງສໍາອາງສໍາເລັດແລ້ວ ຄວນປິດຝາໃຫ້ແໜ້ນເພື່ອປ້ອງກັນການປົນເປື້ອນ. ເກັບເຄື່ອງສໍາອາງໄວ້ໃນບ່ອນທີ່ແຫ້ງ ແລະ ເຢັນ. ຫ້າມເພິ່ມສານໃດໆລົງໃນເຄື່ອງສໍາອາງ. ຢ່າໃຊ້ເຄື່ອງສໍາອາງຮ່ວມກັບຜູ້ອື່ນ ເພາະອາດຕິດເຊື້ອພະຍາດໄດ້ງ່າຍ. ຫາກເຄື່ອງສໍາອາງມີລັກສະນະປ່ຽນແປງໄປ ບໍ່ວ່າຈະເປັນສີ, ກິ່ນ ຫຼື ຄວາມເຂັ້ມຂຸ້ນບໍ່ຄວນເອົາມານໍາໃຊ້ອີກ.    

Read More »

7 ວິທີເກັບຮັກສາເຄື່ອງສໍາອາງຢ່າງຖືກວິທີ

7 ວິທີເກັບຮັກສາເຄື່ອງສໍາອາງຢ່າງຖືກວິທີ ສາວໆ ແຕ່ລະຄົນເຄີຍຮູ້ ເຄີຍສັງເກດບໍ່ວ່າຕົນເອງເກັບຮັກສາເຄື່ອງສໍາອາງໄວ້ໄດ້ຖືກວິທີແລ້ວບໍ່ ມື້ນີ້ ວາລະສານຂັວນໃຈ ໄດ້ນໍາເອົາວິທີໃນການເກັບຮັກສາເຄື່ອງສໍາອາງຢ່າງຖືກວິທີ ເອົາມາຝາກໃຫ້ສາວໆໄດ້ນໍາເອົາໄປໃຊ້ ດັ່ງນີ້: ບໍລິເວນທີ່ເໝາະສົມແກ່ການເກັບໄວ້ເຄື່ອງສໍາອາງຄື ຄວນເກັບໄວ້ບໍລິເວນທີ່ບໍ່ຖືກແສງແດດສ່ອງເຖິງ ແລະ ມີ ອຸນຫະພູມປະມານ 25°C ຄືການເກັບຮັກສາເຄື່ອງສໍາອາງໄວ້ໃນບ່ອນທີ່ມີອາກາດເຢັນສະບາຍ , ເກັບໄວ້ໃນບ່ອນທີ່ແຫ້ງ ແລະ ແສງແດດສ່ອງບໍ່ເຖິງ. ອ່ານວິທີເກັບຮັກສາຢູ່ໃນປ້າຍຂອງເຄື່ອງສໍາອາງ ທຸກອັນຈະມີວິທີໃຊ້ ແລະ ວິທີເກັບຮັກສາຢູ່ຕະຫຼອດ ຖ້າບໍ່ດັ່ງນັ້ນເຄື່ອງສໍາອາງອາດເສື່ອມສະພາບລ່ວງໜ້າໄປກ່ອນວັນໝົດອາຍຸ. ເປີດຝາໃນເວລາທີ່ຕ້ອງການໃຊ້ເທົ່ານັ້ນ ແລະ ເມື່ອຍໃຊ້ແລ້ວກໍ່ຄວນປິດຝາໃຫ້ແໜ້ນ ນອກຈາກເຮັດໃຫ້ສະອາດແລ້ວ, ບໍ່ເຮັດໃຫ້ແຫ້ງ, ຂີ້ຝຸ່ນ, ເຊື້ອພະຍາດຕ່າງໆບໍ່ສາມາດລົງໄປສໍາຜັດກັບເຄື່ອງສໍາອາງໄດ້, ເພື່ອບໍ່ໃຫ້ເນື້ອຜະລິດຕະພັນສໍາຜັດກັບອາກາດໂດຍກົງ. ຮັກສາຄວາມສະອາດຂອງມື, ໃບໜ້າ ແລະ ອຸປະກອນແຕ່ງໜ້າ ທຸກໆຄັ້ງກ່ອນທີ່ຈະສໍາຜັດກັບເຄື່ອງສໍາອາງຕ້ອງລ້າງມື ແລະ ຕ້ອງລ້າງໜ້າ ເພື່ອໃຫ້ໝັ້ນໃຈໄດ້ວ່າສິ່ງປົນເປື້ອນຈາກຜິວພັນ ລວມທັງແບັດທີເຣຍ ຈະໄດ້ບໍ່ລົງໄປສໍາຜັດກັບເຄື່ອງສໍາອາງ. ບໍ່ໃຊ້ເຄື່ອງສໍາອາງ ລວມທັງSkin Care ຮ່ວມກັບຜູ້ອື່ນ ເພາະຖ້າໃຊ້ຮ່ວມກັນຫຼາຍເທົ່າໃດ ໂອກາດທີ່ເຄື່ອງສໍາອາງນັ້ນຈະປົນເປື້ອນ …

Read More »