Breaking News

5 ເຄື່ອງສໍາອາງ ສຸດຮິດທີ່ຄວນມີໄວ້ໃນກະເປົາ

ແບ່ງປັນ

KuanjaI FaceB 056-01

5 ເຄື່ອງສໍາອາງ ສຸດຮິດທີ່ຄວນມີໄວ້ໃນກະເປົາ

ມື້ນີ້ ວາລະສານຂັວນໃຈ ຈະມາແນະນໍາໃຫ້ສາວໆໄດ້ຮູ້ກ່ຽວກັບເຄືອງສໍາອາງທີ່ສາວໆຄວນມີໄວ້ໃນກະເປົາເພື່ອເອົາໄວ້ແຕ່ງໜ້າໃນແຕ່ລະມື້ ເຊັ່ນ:

  1. ເຈ້ຍເຊັດໜ້າມັນ: ເປັນສິ່ງທີ່ສຸດຮິດຂອງສາວໆທີ່ໜ້າມັນ ເພາະເຖິງຕອນທ່ຽງໜ້າທີ່ແຕ່ງມາເຕັມແຕ່ຕອນເຊົ້ານັ້ນຈະຫາຍໄປ ແລະ ຈະເຮັດໃຫ້ໜ້າມັນທຸກເທື່ອ ສາວໆຢ່າລືມເອົາອອກມາໃຊ້ ເນັ້ນບໍລິເວນດັງ, ໜ້າຜາກ ແລະ ຄາງ ຮັບຮອງວ່າສາມາດຊ່ວຍທ່ານໄດ້.
  2. ລິບສະຕິກສີສົດໃສ: ເປັນເຄື່ອງສໍາອາງສໍາລັບສາວໆທຸກໆຄົນ ບໍ່ວ່າສາວໆຈະຮູ້ສຶກວ່າມື້ນີ້ໜ້າຕົນເອງໂຊມ, ບໍ່ມີສີສັນ ແນະນໍາໃຫ້ທາລິບສະຕິກໂດຍສະເພາະສີສົດໃສເຊັ່ນ: ສີແດງ, ສີບົວ ແລ້ວຈະເຮັດໃຫ້ໜ້າມີຄວາມສົດໃສຂຶ້ນຕື່ມ.
  3. Concealer ກ້ອງຕາ: ແທນທີ່ຈະທາຮອງພື້ນທັງໜ້າ ຈະເຮັດໃຫ້ຫຍຸ້ງຍາກ, ເສຍເວລາ ພຽງແຕ່ສາວໆຖື Conceale ມານໍາເທົ່ານີ້ກໍ່ພໍ ໂດຍອາດຈະເລີ່ມທາທີ່ກ້ອງຕາ ເພື່ອເພິ່ມຄວາມສົດໃສໃຫ້ແກ່ໜ່ວຍຕາ.
  4. Mascara: ພຽງແຕ່ທາ Mascara ໜຶ່ງເທື່ອຕໍ່ມື້ ໜ່ວຍຕາຂອງທ່ານຈະໂດດເດັງ ເດັ່ນຂື້ນມາທັນທີ.
  5. Brush on( ສີໜ໊າ): ລະຫວ່າງເຮັດວຽກງານ ອາດຈະຕ້ອງຍ່າງໄປຍ່າງມາ ອອກນອກຫ້ອງແອ ອາດຈະເຮັດໃຫ້ Brush on ຈະຈາງລົງ ພຽງແຕ່ທາເພິ່ມກ່ອນເວລາທີ່ຈະກັບບ້ານ ຫຼື ເວລາຈະສ້າງສັງ ເທົ່ານີ້ກໍ່ເຮັດໃຫ້ສີໜ້າມີຄວາມສົດໃສຂຶ້ນໄດ້.
ແບ່ງປັນ