Breaking News

ໜັງດີ ປະຈຳຕົ້ນເດືອນ 06/2016

ແບ່ງປັນ

KuanjaI FaceB 059-01

ມາຮອດທ້າຍອາທິດທີ່ວັນເດັກນ້ອຍຫາກໍຜ່ານພົ້ນ ຫຼາຍໆຄົນຄົງຄິດເຖິງການພັກຜ່ອນກັບຄອບຄົວ. ມື້ນີ້ ທາງແອດມິນມີໜັງມ່ວນໆມານຳສະເໜີ ເພື່ອເປັນອີກທາງເລືອກໜຶ່ງໃຫ້ແກ່ແຟນເພສ.. ທາເລີ່ມກັນເລີຍ !!

ເລື່ອງທຳອິດ: Angry Bird – ໜັງກະຕູນມ່ວນໆ ຕະຫຼົກໆ ທີ່ສ້າງມາຈາກເກມຊື່ດັງ ເລື່ອງນີ້ມ່ວນຫຼາຍ ແອດມິນໄປເບິ່ງມາ 2 ຮອບແລ້ວ ແຫະໆ 😀

Print

Angry Bird – ເລື່ອງລາວທັງໝົດເລີ່ມຂຶ້ນທີ່ເກາະແຫ່ງໜຶ່ງ ທີ່ປະຊາກອນທັງໝົດ ເປັນນົກທີ່ບິນບໍ່ໄດ້ ກໍເລຍບໍ່ຮູ້ວ່າມີສິ່ງມີຊີວິດອື່ນນຳ, ແຕ່ແລ້ວ ຢູ່ດີໆກໍມີພວກໝູສີຂຽວທີ່ມາແຕ່ໃສກະບໍ່ຮູ້ ເດີນທາງມາຢ້ຽມຢາມເກາະນົກ, ແຕ່ຍ້ອນມີບາງຢ່າງຜິດສັງເກດ ຕົວລະຄອນເອກ “ອ້າຍເຣດ” (ທີ່ເປັນນົກເຈົ້າອາລົມ) ພ້ອມທັງໝູ່ເພື່ອນຈຶ່ງຕ້ອງພາກັນອອກຫາຄຳຕອບວ່າພວກໝູສີຂຽວທີ່ມາຢ້ຽມຢາມນີ້ມີຈຸດປະສົງຫຍັງແທ້ !!

 

ເລື່ອງທີ່ 2: Teenage Mutant Ninja Turtles: Out of the Shadows – ອັນນີ້ກໍເປັນເລື່ອທີ່ສ້າງມາຈາກເກມ ແລະ ກາຕູນ ທີ່ດັງຫຼາຍໃນໄວເດັກຂອງແອດມິນ (ອ່ານມາຮອດນີ້ ຫ້າມເວົ້າໃຫ້ແອດມິນວ່າເຖົ້າເດີ້ !! ຄຽດໄດ໋ 555) ເລື່ອງນີ້ຈະອອກແນວ Action ແດ່ ແຕ່ກະບໍ່ໜັກ ເອົາໃຈຄໍໜັງທີ່ບໍ່ມັກຄວາມຮຸນແຮງຫຼາຍ 😀

02 Teenage Mutant Ninja Turtles

Teenage Mutant Ninja Turtles: Out of the Shadows – ໃນເລື່ອງແມ່ນ ເວົ້າເຖິງ ຕົວເມືອງ New York ທີ່ຕົກຢູ່ໃນການຄອບງຳຈາກອຳນາກມືດ, ຝ່າຍວາຍຮ້າຍກຳລັງຈະສ້າງກອງທັບເພື່ອຍຶດຄອງໂລກ ໂດຍໃຊ້ສານເຄມີທີ່ສາມາດປ່ຽນຄົນໃຫ້ກາຍເປັນສັດປະຫຼາດ ນຳທີມໂດຍ ອ້າຍແຮດ ແລະ ອ້າຍໝູ່ປ່າ. ຍ້ອນແນວນີ້ ພາລະກິດກອບກູ້ເມືອງຈຶ່ງຕົກມາເປັນຂອງ ເຫຼົ່າ 4 ເຕົ່ານິນຈາ

 

ເລື່ອງທີ່ 3: X-Men: Apocalypse – ເລື່ອງສຸດທ້າຍມາໃນແບບ Adventure Action Fantasy ເລື່ອງນີ້ແອດກະຍັງບໍ່ໄດ້ໄປເບິ່ງເທື່ອ ຖ້າໃຜຈະໄປລະຊວນແອດແດ່ເດີ້ hehehe 😀

03 X-Men

X-Men: Apocalypse – ເລື່ອງນີ້ ກ່າວເຖິງ Apocalypse ທີ່ຖືກບູຊາໃນຖານະພະເຈົ້າ, Apocalypse ແມ່ນມະນຸດກາຍພັນຄົນທຳອິດ ແລະ ມີພະລັງຫຼາຍທີ່ສຸດໃນຈັກກະວານ X-Men ຍ້ອນວ່າຫຼັບໄຫລໄປເປັນພັນໆປີ ເມື່ອຕື່ນຂຶ້ນມາຈຶ່ງບໍ່ພໍໃຈທີ່ໂລກບໍ່ເປັນໄປຕາມທີ່ໃຈມັກ Apocalypse ຈຶ່ງຊອກຫາລູກທີມ ເພື່ອມາຈັດລະບຽບໂລກໃໝ່ໃຫ້ຢູ່ພາຍໃຕ້ການປົກຄອງຂອງຕົນ. ເມື່ອຊະຕາກຳຂອງໂລກແຂວນຢູ່ເທິງເສັ້ນດ້າຍ ທີມ X-Men ລຸ້ນໃໝ່ຈຶ່ງຕ້ອງຮ່ວມມືກັນ ຕໍ່ກອນກັບສັດຕູ ແລະ ປົກປ້ອງມະນຸດໂລກໃຫ້ຢູ່ລອດປອດໄພຈາກການທຳລາຍລ້າງນີ້…

ແບ່ງປັນ