ກາຍເປັນອີກໜຶ່ງທີ່ປີທີ່ຄ່າຍ ສະຕຣີມມິ່ງຍັກໃຫຍ່ Netflix ໄດ້ສະແດງສັກກາຍະພາບ ແລະ ຄວາມນິຍົມກັບການໄດ້ເຂົ້າຊິງລາງວັນ Primetime Emmy Awards ຄັ້ງທີ 72 ສູງເຖິງ 160 ສາຂາ ໃນຂະນະທີ່ຄູ່ແຂ່ງສໍາຄັນໃນທຸກປີຄື HBO ໄດ້ໄປພຽງ 107 ສາຂາ ພ້ອມຍັງສ້າງປະຫວັດສາດເປັນຄ່າຍທີ່ໄດ້ເຂົ້າຊິງຫຼາຍທີ່ສຸດໃນ 1 ປີ. ໂດຍເອົາຊະນະສະຖິຕິຂອງ HBO ທີ່ເຮັດໄວ້ເມື່ອປີ 2019 ທີ່ 137 ສາຂາ.

ແຕ່ເຖິງ Netflix ຈະຢູ່ໃນອັນດັບໜຶ່ງດ້ານຈໍານວນສາຂາທັງໝົດລວມກັນ HBO ກໍຍັງສາມາດສະຫຼອງໄດ້ ເພາະມິນິຊີຣີ່ເລື່ອງ Watchmen ທີ່ນໍາສະແດງໂດຍ ເຣິຈິນາ ຄິງ ແລະ ດັດແປງຈາກກາຕູນ ຊຸບເປີຮີໂຣ່ຂອງ DC Comics ກໍເປັນລາຍການທີ່ໄດ້ຮັບການສະເໜີຊື່ເຂົ້າຊິງຫຼາຍທີ່ສຸດເຖິງ 26 ສາຂາ ສ່ວນຊີຣີ່ Succession ຂອງ HBO ກໍບໍ່ນ້ອຍໜ້າ ໄດ້ເຂົ້າຊິງເຖິງ 18 ສາຂາ ເຊິ່ງກໍເທົ່າກັບເລື່ອງ Ozark ຂອງ Netflix ທີ່ກາຍເປັນລາຍການຂອງ Platform ທີ່ໄດ້ເຂົ້າຊິງຫຼາຍທີ່ສຸດ. ຕາມມາດ້ວຍ The Crown ທີ່ໄດ້ເຂົ້າຊິງ 13 ສາຂາ.

ນອກຈາກນັ້ນ ປີນີ້ ເຮົາຍັງຈະໄດ້ເຫັນຜົນງານຊີຣີ່ຂອງຜູ້ສ້າງ ໄຣອັນ ເມີຟີ່ ທີ່ Netflix ຊື້ຕົວມາດ້ວຍມູນຄ່າ 300 ລ້ານໂດລ່າ ເລີ່ມໄດ້ຮັບຄວາມສົນໃຈຂອງເວທີ Emmys ຫຼັງມິນິຊີຣີ່ Hollywood ໄດ້ເຂົ້າຊິງ 12 ສາຂາ ແລະ The Politician ທີ່ຫາກໍເຂົ້າສາຍຊີຊັນ 2 ໄດ້ເມື່ອເດືອນກ່ອນ ກໍໄດ້ເຂົ້າຊິງ 5 ສາຂາ ສ່ວນບັນດາລາຍການ Shows ແລະ ສະລະຄະດີຂອງ Netflix ກໍຍັງເປັນທີ່ຮັກ ເຫັນໄດ້ຈາກ Queen Eye, Cheer ແລະ Tiger King ຕ່າງໄດ້ເຂົ້າຊິງ 6 ສາຂາເທົ່າກັນໝົດ.

ສ່ວນທາງດ້ານຄ່າຍ ສະຕຣີມມິ່ງນ້ອງໃໝ່ຄື Apple TV+ ກໍໄດ້ເຂົ້າຊິງ 18 ສາຂາ ເຊິ່ງ ເຈນນີເຟີ່ ອະນິສຕັນ ກໍໄດ້ເຂົ້າຊິງສາຂານັກສະແດງຍິງດຣາມ່າເປັນຄັ້ງທໍາອິດຈາກເລື່ອງ The Morning Show ຂອງຄ່າຍນີ້ ຈາກທີ່ເຄີຍເຂົ້າຊິງສາຂາ ຄອມເມດີ້ມາກ່ອນ. ສ່ວນ ສະຕີຟ ຄາຮເຣລ ກໍໄດ້ເຂົ້າຊິງສາຂານັກສະແດງນໍາຊາຍຈາກເລື່ອງນີ້ເຊັ່ນດຽວກັນ.

ທາງ Disney+ ກໍໄດ້ເຂົ້າຊິງທັງໝົດ 19 ສາຂາ ສໍາລັບປີທໍາອິດ ໂດຍເລື່ອງ The mandalorian ກໍໄດ້ເຂົ້າຍິງສູງເຖິງ 15 ສາຂາ ເຊິ່ງລວມເຖິງ ຊີຣີ່ ດຣາມ່າຍອດຍ່ຽມ ສ່ວນ Platform Quibi ທີ່ເບິ່ງຜ່ານຈໍມືຖືຢ່າງດຽວ ແລະ ທຸກຕອນສັ້ນກວ່າ 10 ນາທີ ກໍໄດ້ເຂົ້າຊິງທັງໝົດ 10 ສາຂາ. Primetime Emmy Awards ຄັ້ງທີ 72 ຈະປະກາດລາງວັນໃນຕອນເຂົ້າເຊົ້າວັນວັນທີ 21 ກັນຍາ ຕາມເວລາບ້ານເຮົາ ທາງຊ່ອງ ABC ເຊິ່ງຈະມີ ຈິມມີ່ ຄີມເມລ ມາເປັນພິທີກອນຂອງງານ ແຕ່ຍ້ອນວິກິດໂຄວິດ-19 ທີ່ຍັງຄົງຮຸນແຮງໃນ ສ.ອາເມຣິກາ ຈຶ່ງຕ້ອງຖ້າເບິ່ງວ່າ ຮູບແບບລາຍການນໍາສະເໜີຂອງເວທີນີ້ ຈະອອກມາແບບໃດ…

ລາຍຊື່ເຂົ້າຊິງທຸກສາຂາເບິ່ງໄດ້ທີ່: https://www.emmys.com/awards/nominees-winners?fbclid=IwAR0f4RTI97d6VDyvWlLETs_ntOEcMzn8d2iWH6jrsgWNnZzjuVjnRkpEyuA
ຮຽບຮຽງໂດຍ: Kuanjai Magazine
ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166
+856 20 52172698
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine