ບົດຄວາມດີໆທີ່ຢາກໃຫ້ອ່ານ… ບັງເອີນເລື່ອນໄປເຫັນບົດຄວາມທີ່ໜ້າສົນໃຈທີ່ເຈົ້າຂອງ Facebook ຊື່ Tommy Philavong ໄດ້ໂພສລົງ ໂດຍໃຫ້ຫົວຂໍ້ວ່າ 3Tips ເລືອກສາຍການຮຽນແນວໃດບໍ່ໃຫ້ຜິດຫວັງ by:ລຸງທອມມີ້ ແລະ ກໍອົດບໍ່ໄດ້ທີ່ຈະນໍາມາແຊຣໃຫ້ທຸກຄົນໄດ້ອ່ານນໍາກັນ!!!
ກ່ອນອື່ນຫມົດຕ້ອງບອກກ່ອນວ່າ ທອມມີ້ເປັນຄົນທີ່ບໍ່ໄດ້ຮຽນເກັ່ງ ບໍ່ໄດ້ດີເລີດປະເສີດສີມາແຕ່ດາວເນັບຈູນ ແຕ່ວ່າທອມມີ້ເລືອກສາຍການຮຽນດ້ວຍຄວາມມັກ ແລະ ຄິດແລ້ວຄິດອີກ ເພື່ອຈະໄດ້ຄຳຕອບທີ່ຕົນເອງຕ້ອງການ ຕ້ອງໄດ້ຜ່ານຫລາຍອັນຫລາຍແນວກວ່າຈະຮູ້ວ່າໂຕເອງມັກຫຍັງແລະ ຢາກເຮັດຫຍັງ (ບາງເທື່ອກະຍັງຖາມຕົນເອງ ມາຖືກທາງບໍ່ວະ 555) ຢ່າງໃດກໍດີ ນີ້ແມ່ນປະສົບການ ແລະ ວິທີທີ່ທອມທີ້ໃຊ້ເວລາຈະເລືອກສາຍຮຽນ ເພາະເຂົ້າໃຈວ່າ ກ່ອນຈະເລືອກກົດປຸ່ມເສັງ ສາຍ A B ຫລື C ມັນບໍ່ເເມ່ນຂອງງ່າຍ ກ່ອນຈະເລືອກພາກໄດ້ ບາງເທື່ອກໍຕ້ອງຕີລັງກາຫລັງ3ຕະຫລົບ ກະຄິດບໍ່ອອກ ສະນັ້ນ ຈົ່ງເລີ່ມຄົ້ນຫາຕົນເອງ ຕັ້ງແຕ່ເນີ້ນໆເດີ້ ອະຝອຍຫລາຍເເລ້ວ ມາຮູ້ເທັກນິກນຳກັນເລີຍ~
1.#ສຶກສາຂໍ້ມູນໃຫ້ຖີ່ຖ້ວນ. ການຊອກຫາຂໍ້ມູນເລື່ອງສາຍການຮຽນດຽວນີ້ ສາມາດຊອກຫາໄດ້ຢູ່ຫລາຍໆບ່ອນ ທັງວິທີການສະໝັກສາຍນັ້ນໆ ຮຽນແລ້ວເຮັດຫຍັງໄດ້ແນ່ ສິໄດ້ຮຽນຈັກວິຊາ ນູ້ນ ນີ້ນັ້ນ 108 1009 ຢ່າງ ໂດຍທອມມີ້ຈະຊອກໃນເວັບໄຊ້ college major ແລະ ເພຈສາຍການຮຽນຄື Major Guiding ຫລື ສະເຕ່ວລ້າ(Stella) ນອກຈາກນັ້ນ ການໄປຖາມລຸ້ນອ້າຍລຸ້ນເອື້ອຍກໍເປັນອີກວິທີທີ່ທອມມີ້ໃຊ້ ອາດຈະເສຍ ຄ່າກາເຟໃຫ້ແນ່ ຄັ້ງລະຈອກ 2ຈອກ ແຕ່ກະຄຸ້ມໃນການຊອກຫາຂໍ້ມູນ ແລະ ເປັນຕົວເລືອກໃນການຕັດສິນໃຈ ແລະ ແຖມອີກອັນໜຶ່ງ ຖ້າຮູ້ວ່າຕົນເອງຢາກເຮັດວຽກຫຍັງແລ້ວ ກໍໄປຖາມຄົນໆນັ້ນ ຕຳແໜ່ງນັ້ນຫັ້ນໂລດ ທອມມີ້ເຊື່ອວ່າ ເຂົາເຈົ້າຍິນດີແບ່ງບັນ ຖ້າເຮົາເຂົ້າໄປດ້ວຍຄວາມນອບນ້ອມ ແລະ ມີສຳມາຄະລະວະ ຮັບປະກັນວ່າຄົນມີປະສົບການຂະເຈົ້າບໍ່ຂີ້ຖີ່ຄວາມຮູ້ແນ່ນອນ ເພາະການໄດ້ຮູ້ວ່າໃນອາຊີບນັ້ນໆ ເຮັດຫຍັງແນ່ກໍຈະເປັນເຂັມທິດທີ່ດີໃຫ້ເຮົາອີກແບບໜຶ່ງໃນການເລືອກສາຍຮຽນ. ອະ!!ແລ້ວຢ່າລືມ ຖ້າຮູ້ແລ້ວກະຕຽມໂຕເສັງວິຊາທີ່ຈະເສັງເຂົ້າສາຍນັ້ນໆເນີ້ ມີໂຕມັກ ແຕ່ເສັງບໍ່ຕິດກະຈົບເຫ່ໄປອີກເນີ້ ແຕ່ກະບໍ່ເຫ່ຫລາຍດອກປີໜ້າເສັງໃໝ່
2.#ທົບທວນຕົນເອງໃຫ້ດີ.ຫລັງຈາກຮູ້ຂໍ້ມູນແລ້ວ ກາກັບມາທົບທວນເເລ້ວ ທົບທວນອີກ ເເລະ ຖາມໂຕເອງຊ້ຳໆ ວ່າເລືອກຖືກແລ້ວບໍ່ ເລືອກຄັກລະບໍ ຂຽນມາໃຫ້ໝົດຂໍ້ມູນທີ່ໄດ້ມາ ລະກາມາຂຽນ ຮຽບຮຽງ ຄ່ອຍໆລົມກັບໂຕເອງວ່າ ຂໍ້ມູນທີ່ເຮົາໄດ້ມາມັນກົງກັບຄວາມຕ້ອງການໃນອາຊີບທີ່ເຮົາຢາກເຮັດໃນອານາຄົດ ຫລື ບໍ່ ຖ້າບໍ່ກາໄດ້ກັບໄປຫາຂໍ້1ໃໝ່ ໄປລ້ຽງກາເຟລຸ້ນອ້າຍ,ລຸ້ນເອື້ອຍເລື່ອງສາຍການຮຽນໃໝ່ໄດ້ເລີຍ
ອະ ຢອກ~~ແຕ່ຈັ່ງໃດກະຄຸ້ມ ເພາະອະນາຄົດເຮົາເດ ແມ່ນບໍ່ລະ555 ຄົນເຮົານະບາງຄັ້ງວິເຄາະຄົນອື່ນດີໆ (ສຽງສູງ)ບາງເທື່ອກະວິເຄາະໂຕເອງບໍ່ໄດ້ ບໍ່ຕ້ອງຫ່ວງ ເຈົ້າບໍ່ໄດ້ເປັນຜູ້ດຽວ ບາງຄັ້ງທອມມີ້ກະເປັນ
ສະນັ້ນ,ໃຫ້ເວລາຜູ້ອື່ນຍັງໄດ້ ໃຫ້ເວລາມາທົບທວນຕົນເອງຊື່ໆ ອີຊີ້(easy)ນ່າາາ ທອມມີ້ເຊື່ອວ່າເຈົ້າເຮັດໄດ້
3.#ບໍ່ມີຫຍັງ100% .ບໍ່ຕ້ອງຄາດຫວັງວ່າ ຖ້າເຮົາເລືອກແລ້ວມັນຈະເປັນດັ່ງທີ່ເຮົາຄິດ100% ເປະໆ ເຈົ້າຈະບໍ່ຮູ້ເລີຍວ່າລົດຊາດມັນເປັນແນວໃດ ຫາກເຈົ້າບໍ່ຊີມມັນກ່ອນ ເພາະກ່ອນທີ່ທອມມີ້ຈະສະໝັກສາຍນີ້ ກໍໄດ້ໄປຂໍເອົາປຶ້ມລຸ້ນອ້າຍເອື້ອຍມາອ່ານກ່ອນ, ເອົາຕາຕະລາງມາເບິ່ງ, ຖາມຄວາມຮູ້ສຶກໃນເວລາຮຽນວ່າເປັນແບບໃດ ສະນັ້ນ, ຫາກເລືອກສາຍແລ້ວ ກໍຈົ່ງໝັ້ນໃຈໃນການຕັດສິນໃຈໃນຕົນເອງວ່າ ໂອເຄ! ເຮົາເລືອກເອງ ຕັດສິນໃຈເອງ ຮັບຜິດຊອບເອງ ແລ້ວເມື່ອໄດ້ຮຽນແລ້ວ ຮູ້ສຶກວ່າ ເອ…ວິຊານິຂ້ອຍບໍ່ມັກ ມັນບໍ່ແມ່ນເປົ້າໝາຍຂ້ອຍ ກາຢາກໃຫ້ລອງຮຽນໄປກ່ອນ ເພື່ອອາດຈະມັກກະໄດ້ໄດ໋ ແຕ່ຖ້າຈົນປັນຍາບໍ່ມັກອີ່ຫລີ່ ກະບໍ່ສາຍເກີນໄປທີ່ຈະເສັງໃໝ່ ເລືອກບ່ອນໃໝ່ ເພາະອະນາຄົດເຮົາ ບໍ່ມີຄຳວ່າສາຍເກີນໄປ ຖ້າຕັ້ງໃຈຊະຢ່າງ ເນາະໆ ສຸດທ້າຍນີ້ ກໍເປັນປະສົບການຂອງທອມມີ້ ໃຜທີ່ມີປະສົບການດີໆ ໃນການເລືອກສາຍຮຽນ ກໍຄອມເມັ້ນມາໄດ້ເດີ້ ຫລື ຢາກຕິຕຽນຄອມເມັ້ນໃນການຂຽນບົດຄວາມຂອງທອມມີ້ ກະໄດ້ເດີ້ ເພື່ອໃຫ້ໄດ້ປັບປຸງໃນຄັ້ງຕໍ່ໄປ
#ສາຍການຮຽນ#ປະສົບການ#ການແບ່ງປັນຂອງທອມມີ້
ກວດແກ້ໂດຍ: A Pavarn CtxKhamphone Khemvilay
ໝາຍເຫດ: ບໍ່ໄດ້ຮຽບຮຽງໃໝ່ເພາະເຈົ້າຂອງເພິ່ນມີຜູ້ກວດແກ້ໃຫ້ແລ້ວ ແລະ ຂໍຂອບໃຈບົດຄວາມດີໆຈາກ: ລຸງທອມມີ້
ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166
+856 20 52172698
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine