Breaking News

ເກັ່ງ-ກະຕັນຍູ!!! ນ້ອງເຈມ-ນ້ອງກູດ ເຈົ້າຂອງເພງດັງ “ໃສ່ໃຈໄດ້ແຕ່ມອງ” ຊື້ລົດເປັນຂອງຂວັນໃຫ້ຕົວເອງ ແລະ ຄອບຄົວຈາກນໍ້າເຫື່ອນໍ້າແຮງຂອງຕົນເອງ…

ແບ່ງປັນ

ເປັນອີກຄູ່ອ້າຍນ້ອງທີ່ໜ້າຕິດຕາມ ແລະ ເອົາເປັນແບບຢ່າງຫຼາຍສໍາລັບ ຄູ່ນ້ອງເຈມ-ນ້ອງກູດ ເຈົ້າຂອງເພງດັງ ໃສ່ໃຈໄດ້ແຕ່ມອງ ອ້າຍແຕ່ງ ນ້ອງຊາຍຮ້ອງ ແລະ ເພງ ຜູ້ບ່າວລົດໄຖ ທີ່ນ້ອງເຈມເປັນຄົນແຕ່ງ-ຮ້ອງ ລວມທັງເພງທີ່ບໍ່ມີໃຜທີ່ບໍ່ຮູ້ຈັກ ຢາກເປັນລູກເຂີຍ ທີ່ນ້ອງເຈມໄດ້ຮ່ວມເປັນຜູ້ແຕ່ງ ແລະ ຮ່ວມຮ້ອງນໍາ!!! ເຊິ່ງຕອນນີ້ນ້ອງຊາຍທັງສອງມີຍອດຜູ້ຕິດຕາມຢ່າງໜາແໜ້ນ ແລະ ຫຼ້າສຸດທັງສອງນ້ອງອ້າຍກໍໄດ້ລວມເງິນທີ່ຫາມາໄດ້ຈາກນໍ້າເຫື່ອນໍ້າແຮງຂອງຕົວເອງ ຊື້ລົດໃຫຍ່ຄັນງາມ ເພື່ອເປັນຂອງຂວັນໃຫ້ກັບຄວາມສໍາເລັດຂອງຕົວເອງ ແລະ ຄອບຄົວ ໂດຍນ້ອງເຈມ (ອ້າຍ) ໄດ້ໂພສວ່າ JaMe UnoP’Good Tslt🎉ໄດ້ຫລາຍໆກວ່າຈັ່ງເອົາຄັນງາມໆນໍ ຈອ່ຍ ເທບສຸລິນທອນ ແລະກໍໄດ້ມີແຟນຄຣັບເຂົ້າໄປສະແດງຄວາມຍິນດີ ແລະ ຊົມເຊີຍເປັນຈໍານວນຫຼວງຫຼາຍ…

ສໍາລັບນ້ອງເຈມ-ນ້ອງກູດນັ້ນ ທັງສອງອາຍຸພຽງແຕ່ 18-19 ປີ ແຕ່ເປັນເດັກນ້ອຍທີ່ມີຄວາມສາມາດ ສ້າງຊື່ສຽງໃຫ້ຕົນເອງ ແລະ ສ້າງຄວາມພາກພູມໃຈໃຫ້ກັບຄອບຄົວໄດ້ຂະໜາດນີ້ ກໍຖືວ່າເກັ່ງຫຼາຍແລ້ວ ແນວໃດກໍຂໍໃຫ້ນ້ອງໆທັງສອງເປັນແບບຢ່າງທີ່ດີໃຫ້ກັບໝູ່ເພື່ອນແບບນີ້ຕະຫຼອດໄປ ພ້ອມທັງສ້າງສັນຜົນງານໃໝ່ໆອອກມາໃຫ້ແຟນໆໄດ້ຕິດຕາມຢ່າງຕໍ່ເນື່ອງເດີ້!!!

ຄວາມພູມໃຈຂອງພໍ່-ແມ່

ຮຽບຮຽງໂດຍ: Kuanjai Magazine

ຮູບພາບຈາກ: JaMe UnoP’Good Tslt

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166
‭+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ