Breaking News

ຮູ້ໄວເລີຍ!!! ຄຸນສົມບັດທີ່ຄົນເຮັດວຽກຄວນມີ ເພື່ອຄວາມສໍາເລັດໃນເສັ້ນທາງການເຮັດວຽກ…

ແບ່ງປັນ

ເຖິງວ່າເງິນເດືອນ ຫຼືຄ່າຕອບແທນຈະເປັນປັດໃຈຫຼັກອັນດັບຕົ້ນໆ ທີ່ຜູ້ຄົນໃຫ້ຄວາມສໍາຄັນກ່ອນທີ່ຈະຕັດສິນໃຈຮ່ວມເຮັດວຽກກັບບໍລິສັດໃດໜຶ່ງກໍແມ່ນ ແຕ່ນອກເໜືອຈາກສິ່ງນີ້ແລ້ວ ຍັງມີໜຶ່ງເປົ້າໝາຍທີ່ຄົນເຮັດວຽກຕ້ອງການຄ້າຍໆກັນ ນັ້ນກໍຄືການປະສົບຄວາມສໍາເລັດ ແລະ ກ້າວໜ້າໃນເສັ້ນທາງການເຮັດວຽກ ເຊິ່ງເປົ້າໝາຍໃນຂໍ້ນີ້ ບາງຄົນອາດຈະໝາຍເຖິງການໄດ້ເລື່ອນຂັ້ນ ປັບປ່ຽນຕໍາແໜ່ງວຽກ ໄດ້ຮັບການຍອມຮັບຈາກເພື່ອນຮ່ວມງານ ຫຼືແມ່ນແຕ່ຄວາມເພິ່ງພໍໃຈໃນການເຮັດວຽກ ໂດຍທັງໝົດນີ້ກໍລ້ວນແຕ່ເປັນນິຍາມຂອງຄວາມສໍາເລັດດ້ວຍກັນທັງໝົດ!!!

Image for post

ແລ້ວຖ້າຫາກເຈົ້າເປັນໜຶ່ງໃນກຸ່ມຄົນເຮັດວຽກທີ່ຢາກປະສົບຄວາມສໍາເລັດໃນການເຮັດວຽກ ແຕ່ຍັງບໍ່ຮູ້ວ່າຄວນຈະເລີ່ມຕົ້ນຈາກບ່ອນໃດດີ ໃນມື້ນີ້ເຮົາຈະມາແຊຣ໌ 4 ຄຸນສົມບັດທີ່ຄົນເຮັດວຽກປະຈໍາຄວນມີ ເພື່ອຄວາມສໍາເລັດໃນການເຮັດວຽກ ທີ່ຈະເປັນອີກໜຶ່ງຕົວຊ່ວຍໃຫ້ເຈົ້າບັນລຸເປົ້າໝາຍທີ່ຕັ້ງເອົາໄວ້ໄດ້ງ່າຍຍິ່ງຂຶ້ນ

1. ມີເປົ້າໝາຍໃນການເຮັດວຽກ

Image for post

ສິ່ງສໍາຄັນຂໍ້ທໍາອິດທີ່ຄົນເຮັດວຽກຄວນມີ ກໍຄືການຕັ້ງເປົ້າໝາຍໃຫ້ຕົວເອງ ເຊິ່ງເປົ້າໝາຍໃນການເຮັດວຽກກໍຈະຊ່ວຍຕອບຄໍາມຖາມວ່າເຈົ້າມານັ່ງເຮັດວຽກໃນແຕ່ລະມື້ເພື່ອຫຍັງ? ເພື່ອເງິນເດືອນເອົາສະສົມເປັນເງິນເກັບ ເພື່ອໃຫ້ໄດ້ປະສົບການໄປຕໍ່ຍອດທຸລະກິດຂອງຕົວເອງໃນອະນາຄົດ ຫຼືພຽງແຕ່ນັ່ງທົນເຮັດວຽກໄປໃຫ້ໝົດມື້ ເຊິ່ງຖ້າເປັນແບບຫຼັງ ວີ່ແວວການປະສົບຄວາມສໍາເລັດໃນການເຮັດວຽກກໍເລີ່ມນ້ອຍລົງແລ້ວ… ການຕັ້ງເປົ້າໝາຍໃນການເຮັດວຽກທີ່ຊັດເຈນ ຈະຊ່ວຍໃຫ້ເຈົ້າເຫັນຈຸດໝາຍປາຍທາງ ແລະ ວາງແຜນການເຮັດວຽກໄດ້ຢ່າງມີປະສິດທິພາບຫຼາຍຍິ່ງຂຶ້ນ ທີ່ສໍາຄັນເປົ້າໝາຍເຫຼົ່ານີ້ຍັງເປັນແຮງຊຸກຍູ້ຊ່ວຍໃຫ້ເຈົ້າລົງມືລົງແຮງເຮັດສິ່ງຕ່າງໆ ໄດ້ຢ່າງຕໍ່ເນື່ອງ ແລະ ເຕັມທີ່ນັ້ນເອງ

2. ບໍ່ຈໍາກັດຂີດຄວາມສາມາດຂອງຕົວເອງ

Image for post

ເຄີຍໄດ້ຍິນຄົນເວົ້າຫຼືບໍ່? ຄົນເກັ່ງ ບໍ່ເປັນຕາຢ້ານເທົ່າ ຄົນດຸໝັ່ນ ນັ້ນກໍເພາະວ່າຖ້າເຈົ້າຮູ້ສຶກວ່າຕົວເອງເກັ່ງພໍແລ້ວ ດີແລ້ວ ຮູ້ຫຼາຍພໍແລ້ວ ກໍຈະເປັນການຈໍາກັດຂີດຄວາມສາມາດຂອງຕົວເຈົ້າເອງ ບໍ່ໃຫ້ໄດ້ຮັບການພັດທະນາຕໍ່ຍອດໃຫ້ດີຂຶ້ນຕຶ່ມແນວໃດລະ… ສະນັ້ນ ຖ້າເຈົ້າຢາກປະສົບຄວາມສໍາເລັດໃນເສັ້ນທາງການເຮັດວຽກ ກໍຕ້ອງຮູ້ຈັກທັງ ຂໍ້ດີ ແລະ ຂໍ້ດ້ອຍ ຂອງຕົວເອງວ່າເຈົ້າຖະນັດວຽກດ້ານໃດ? ມີທັກສະດ້ານໃດທີ່ຍັງບໍ່ໄດ້ເຮັດ ຫຼືຍັງບໍ່ມີຄວາມຊໍານານບໍ່? ເພື່ອທີ່ຈະໄດ້ຊອກຫາຄວາມຮູ້ເພື່ອມາເສີມການເຮັດວຽກດ້ານນັ້ນໃຫ້ດີຂຶ້ນ ແລະ ທີ່ສໍາຄັນຕ້ອງບໍ່ລືມສ້າງມາດຕະຖານນທີ່ສູ້ງຂຶ້ນໄປເລື້ອຍໆ ເພື່ອໃຫ້ເຈົ້າບໍ່ຢຸດພັດທະນາຕົວເອງ.

3. ພ້ອມທົດລອງ/ ຮຽນຮູ້ສິ່ງໃໝ່ໆຢູ່ສະເໝີ

Image for post

ເຖິງວ່າໃນໂລກການເຮັດວຽກແທ້ ຈະບໍ່ມີບົດຂອງການເປັນຄູ ຫຼືນັກຮຽນ ຄືໃນຮົ້ວມະຫາໄລອີກຕໍ່ໄປແລ້ວ ແຕ່ນັ້ນກໍບໍ່ໄດ້ໝາຍຄວາມວ່າການຮຽນຮູ້ຈັກຕ້ອງສິ້ນສຸດລົງໄປນໍາ ເພາະວ່າ ຄົນເຮັດວຽກສາມາດຊອກຫາຄວາມຮູ້ເພີ່ມຕຶ່ມນອກເໜືອຈາກສິ່ງທີ່ຕົວເອງໄດ້ຮຽນມາຈາກ ປະສົບການການເຮັດວຽກຂອງເພື່ອນຮ່ວມງານຮອບຕົວເຈົ້ານັ້ນເອງ… ເຊິ່ງໜຶ່ງໃນຄຸນສົມບັດຂອງຄົນທີ່ປະສົບຄວາມສໍາເລັດດ້ານດ້ານການເຮັດວຽຫ ກໍຄືຄົນທີ່ພ້ອມທົດລອງ ແລະ ຮຽນຮູ້ສິ່ງໃໝ່ໆຢູ່ສະເໝີ ຕ້ອງເປັນຄົນທີ່ກ້າຖາມໃນສິ່ງທີ່ຍັງບໍ່ຮູ້ ພ້ອມເປີດໃຈຊອກຫາຄວາມຮູ້ຈາກຄົນອື່ນໆ ເຊິ່ງຄຸນສົມບັດຂໍ້ນີ້ ນອກຈາກຈະເຮັດໃຫ້ເຈົ້າໄດ້ຮັບຄວາມຮູ້ ແລະ ມີທັກສະທີ່ເພີ່ມຂຶ້ນແລ້ວ ຍັງຊ່ວຍສົ່ງເສີມການເຮັດວຽກ ຈົນມີຄວາມສາມາດຫຼາຍພໍທີ່ຈະຕໍ່ຍອດໄປລອງເຮັດວຽກດ້ານອື່ນໆ ໄດ້ຫຼາຍເລີຍແຫຼະ.

4. ສ້າງເຄືອຄ່າຍເພື່ອຕໍ່ຍອດການເຮັດວຽກໃນອະນາຄົດ

Image for post

ນອກຈາກຈະຕ້ອງສ້າງຄວາມສໍາພັນທີ່ດີຕໍ່ຄົນໃນອົງກອນ ເພື່ອໃຫ້ການເຮັດວຽກດໍາເນີນໄປໄດ້ຢ່າງລາບລື່ນແລ້ວ ອີກໜຶ່ງສິ່ງທີ່ຄົນເຮັດວຽກບໍ່ຄວນເບິ່ງຂ້າມ ກໍຄືການສ້າງເຄືອຄ່າຍກັບບຸກຄົນພາຍນອກນັ້ນເອງ… ເພາະວ່າໂລກການເຮັດວຽກ ຍ່ອມຕ້ອງມີການເພິ່ງພາອາໃສກັນທັງໃນດ້ານທຸລະກິດ ຄວາມຊ່ວຍເຫຼືອ ຫຼືການສະໜັບສະໜູນແບບນີ້ ການສ້າງເຄືອຄ່າຍຄວາມສໍາພັນທີ່ດີ ຈຶ່ງຈະຊ່ວຍນໍາພາໂອກາດທາງການເຮັດວຽກດີໆມາໃຫ້ເຈົ້າໄດ້ ເຊິ່ງໃນປັດຈຸບັນຄົນເຮັດວຽກສາມາດສ້າງເຄືອຄ່າຍເຊື່ອມໂຍງເຖິງກັນໄດ້ງ່າຍໆ ຜ່ານການໃຊ້ Social Media ຕ່າງໆ ໃຫ້ເປັນປະໂຫຍດ ເຊິ່ງຖ້າເຈົ້າເລືອກໃຊ້ນະວັດຕະກໍາເຫຼົ່ານັ້ນຖືກວິທີ ກໍສາມາດຊ່ວຍສົ່ງເສິມຄວາມສໍາເລັດໃນຊີວິດການເຮັດວຽກໄດ້ເຊັ່ນກັນ.

ສຸດທ້າຍນີ້ ເຖິງແມ່ນວ່າການປະສົບຄວາມສໍາເລັດໃນເສັ້ນທາງການເຮັດວຽກຈະເປັນເລື່ອງທີ່ຍາກ ແລະ ອາດຈະບໍ່ສາມາດບັນລຸເປົ້າໝາຍໄດ້ໃນໄລຍະສັ້ນໆ ແຕ່ຖ້າເຈົ້າຮູ້ຈັກວາງແຜນໃນການເຮັດວຽກຢ່າງມີປະສິດທິພາບ ແລະ ບໍ່ຢຸດພັດທະນາຕົວເອງ ຕໍ່ຍອດຄວາມຮູ້ຄວາມສາມາດຕົວເອງຢູ່ສະເໝີ ສິ່ງເຫຼົ່ານີ້ກໍຈະຊ່ວຍສົ່ງເສີມ ແລະ ຊຸກຍູ້ໃຫ້ເຈົ້າເຂົ້າໄປໃກ້ເປົ້າໝາຍເຫຼົ່ານັ້ນໄດ້ຫຼາຍຍິ່ງຂຶ້ນ.

ຮຽບຮຽງໂດຍ: Kuanjai Magazine

ທີ່ມາ: medium

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166
‭+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ