Breaking News

ງາມກິນກັນບໍ່ລົງ!!! ເມື່ອ 3 ຊຸບຕາ ອັນດັບຕົ້ນໆຂອງປະເທດລາວ ລູກນໍ້າ-ນຸ້ຍ-ເຈນນີ່ ມາປະຊັນກັນເທິງເວທີດຽວກັນ… “ເດີນແບບເພື່ອການກຸສົນໂດຍບໍ່ເອົາຄ່າຕົວ”

ແບ່ງປັນ

ເປັນປາກົດການທີ່ຊອກເບິ່ງໄດ້ຍາກອີ່ຫຼີ ກັບໂອກາດທີ່ຈະໄດ້ເຫັນ 3 ຊຸບຕາອັນດັບຕົ້ນຂອງປະເທດ ອະດີດນາງງາມຕ່າງເວທີ ຄື: ລຸກນໍ້າ ທິດາລັດ ວົງສິລິ Miss Laos 2009 ນຸ້ຍ ສຸພາພອນ ວົງວິຈິດ Miss Universe Laos 2017 ເຈນນີ່ ຕົ້ນຄໍາ ພົນຈັນເຮືອງ Miss World Laos 2017 ມາປະທະຄວາມງາມກັນເທິງເວທີ!!! ແຕ່ປາກົດການນີ້ກໍເກີດຂຶ້ນແລ້ວ ເກີດຂຶ້ນຍ້ອນຄວາມໃຈບຸນຂອງທັງ 3 ຄົນ ທີ່ຈັບມືກັນມາຮ່ວມເດີນແບບເພື່ອການກຸສົນໃຈງານ Fashion Show Charity ຂອງໂຄງການ ຮ່ວມປັນຮັກ Better Together ງານສົບທົບທຶນທີ່ຈະນໍາເງິນໄປສ້າງໂຮງຮຽນປະຖົມສົມບູນໃຫ້ນ້ອງໆ ທີ່ຢູ່ບ້ານ ຫ້ວຍຕັ້ງນາຍ ເມືອງ ກາສີ ແຂວງ ວຽງຈັນ…. ວ້າວ!! ສຸດຍອດເລີຍຈ່າາາ ເພາະງານນີ້ນອກຈາກເຮົາຈະໄດ້ເຫັນ 3 ຊຸບຕາເດີນແບບປະຊັນກັນເທິງເວທີແລ້ວ ເຮົາຍັງເຫັນໄດ້ເຖິງຄວາມເສຍສະຫຼະຂອງຫຼາຍພາກສ່ວນທີ່ຮ່ວມຈັບມືກັນເພື່ອຊ່ວຍເຫຼືອສັງຄົມລາວ ໂດຍສະເພາະຄົນບັນເທິງລາວທີ່ນອກຈາກ 3 ສາວ ນີ້ແລ້ວກໍຍັງມີອີກຫຼາຍຄົນທີ່ທັງຮ່ວມສົມທົບທຶນ ແລະ ໄປຮ່ວມງານໂດຍບໍ່ຮັບຄ່າຕົວ!!! ວ່າແລ້ວເຮົາລອງໄປເບິ່ງ 3 ຊຸບຕາຂອງເຮົາກັນເທາະວ່າຈະງາມສະຫງ່າກັນຂະໜາດໃດ???

ເລີ່ມຈາກ ລຸກນໍ້າ ທິດາລັດ ວົງສິລິ Miss Laos 2009 ສາຍາຊຸບຕາໃຈບຸນ ບໍ່ບອກກໍຄົງຮູ້!!!

ນຸ້ຍ ສຸພາພອນ ວົງວິຈິດ Miss Universe Laos 2017 ງາມຂຶ້ນທຸກມື້ ງານພຣີເຊັນເຕີ້ແໜ້ນແຮງງງງງ

ເຈນນີ່ ຕົ້ນຄໍາ ພົນຈັນເຮືອງ Miss World Laos 2017 ນາງງາມຍອດກະຕັນຍູ ທີ່ຄວາມສາມາດບໍ່ໄດ້ມີພຽງເທິງເວທີເທົ່ານັ້ນ ນາງຍັງມີທຸລະກິດສ່ວນຕົວ ຮັບງານພິກອນແບບລົວໆ ຫຼ້າສຸດກໍມີຂ່າວຄາວວ່າໄດ້ຮັບ ພຣີເຊັນເຕີ່ຂອງແບຣນດັງຂອງລາວເຮົານໍາ…

ເພີ່ມຕຶ່ມ: ສໍາລັບໂຄງການ ຮ່ວມປັນຮັກ Better Together ເກີດຂຶ້ນຍ້ອນການຕົກລົງເຫັນດີ ແລະ ການຮ່ວມມືອັນດີຈາກ ສະມາຄົມອາສາກູ້ໄພນະຄອນຫຼວງວຽງຈັນ (1624) ຮ່ວມກັບ ໂຮງແຮມ ລາວເທວ ວຽງຈັນ, ບໍລິສັດ ກ້າວໜ້າລາວ ເອັນເຕີເທີເທັນເມັນ ຈຳກັດ ແລະ ຫ້ອງເສື້ອ ຄຳເພົ້າ ສັ່ງໄດ້ ເຊິ່ງງານໃນຄັ້ງນີ້ ເປັນງານທີ່ຈັດຂຶ້ນ ເພື່ອລະດົມທຶນຊ່ວຍເຫຼືອເດັກນ້ອຍທີ່ຢູເຂດຫ່າງໄກ ທີ່ບ້ານ ຫ້ວຍຕັ້ງນາຍ ເມືອງ ກາສີ ແຂວງ ວຽງຈັນ ໃຫ້ໄດ້ມີສະຖານທີ່ໃນ ການຮ່ຳຮຽນສຶກສາ ເພື່ອໃຫ້ເດັກນ້ອຍໄດ້ຮັບການສຶກສາທີ່ດີຂຶ້ນໃນອານາຄົດ.

ຮຽງຮຽງໂດຍ: Kuanjai Magazine

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166
‭+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ