Breaking News

Entertainment Lao

ວິໄຈເຜີຍ! ຄົນມັກສອດຮູ້, ສອດເຫັນເລື່ອງຄົນອື່ນເກັ່ງ ອາຍຸຈະຍືນ-ສຸຂະພາບແຂງແຮງ

ຊຸບຊິບກັນເກັ່ງ! ວິໄຈເຜີຍຄົນທີ່ມັກສອດຮູ້ຊອດເຫັນເລື່ອງຂອງຄົນອື່ນ ມີໂອກາດຈະອາຍຸຍືນກວ່າຄົນປົກກະຕິ ພາະຄົນທີ່ເຝົ້າສັງເກດເລື່ອງຂອງຄົນອື່ນ ໃຜເຮັດຫຍັງ,​ ຢູ່ໃສ ຈະຮູ້ໝົດ ນິໄສເຫຼົ່າຈະກະຕຸ້ນຕຸ່ມເຜືອກຂອງພວກຂີ້ເມົ້າ ໃຫ້ຕື່ນເຕັ້ນ ມີຊີວິດຊີ ຄືກັບໄດ້ປົດປ່ອຍເວລາໄດ້ເວົ້າເລື່ອງຂອງຄົນອື່ນ ສາມາດຫຼຸດອາການຄຽດໄປໃນໂຕໄດ້ ບອກໄດ້ວ່າງານນີ້ອາຍຸຍືນ100ປີແທ້ໆ ເພາະເລື່ອງໄທບ້ານຄືງານຂອງເຮົາ

Read More »

ໜຸ່ມແມັກພະເອກຊີ້ຣີ້ຊື່ດັງໃນລາວ

ໜ້າຕາດີທັງຄອບຄົວ ກັບໜຸ່ມແມັກພະເອກຊີ້ຣີ້ຊື່ດັງໃນລາວ ມາໃນຄອນເຊັບຊຸດສະໄໝກ່ອນທັງຄອບຄົວ ເຫັນແລ້ວ ອົດຊົມວ່າໜ້າຮັກບໍ່ໄດ້ ຂອບໃຈທີມາຮູບ Max Phengsavanh #k#kuanjai

Read More »

ແຟຊັ່ນທີ່ກໍາລັງມາແຮງທີ່ສຸດໃນປະເທດຍີ່ປຸ່ນ…​

ເວົ້າເຖິງເລື່ອງແຟຊັ່ນທີ່ກໍາລັງຮີດ ແລະ ເປັນທີ່ຮືຮາໃນໂລກໂຊຊຽວເລີຍກໍວ່າໄດ້ກັບສາຍແຂນທີ່ຫຼາຍຄົນເຫັນແລ້ວຕ້ອງເວົ້າເປັນສຽງດຽວກັນວ່າ ນີ້ມັນ ໜວດກຸ້ງ ຫຼືສາຍເຄໂບ້ທາຍ ນີ້ເອງ ແຕ່ວ່າສາຍນີ້ບໍ່ທໍາມະດາກັບລາຄາ ກັບບ້ານເຮົາທີ່ສາມາດຊື້ໄດ້ຕາມຮ້ານຂາຍເຄື່ອງໄຟຟ້າທົ່ວໄປ…. ສິນຄ້າເຄື່ອງປະດັບນີ້ໄດ້ວາງຂາຍໃນເວບໄຊ Farfetch ສູນລວມເຄື່ອງແຟຊັ່ນລະດັບ ໄຮເອັນ ທີ່ມີທັງເສື້ອຜ້າ ແລະ ເຄື່ອງປະດັບຕ່າງໆວາງຂາຍ. ສຳລັບສາຍແຂນທີ່ໄດ້ແຮງບັນດານໃຈຈາກໜວດກຸ້ງທີ່ເຮົາເອົາໄວ້ມັດສາຍໄຟໃຫ້ເປັນລະບຽບຮຽບຮ້ອຍ ລ່າສຸດ AMBUSH ໄດ້ປະດິດສາຍແຂນ AMBUSH ZIP TIE BRACELETໃຫ້ໄດ້ຕື່ນຕ່ຕື່ນໃຈກັນ ສາຍແຂນໜວດກຸ້ງຂອງ AMBUSH ນີ້ ເຮັດຈາກທອງເຫຼືອງແລ້ວຍ້ອມສີ ມີທັງສີຟ້າ, ດຳ, ຄຳ, ເຫຼືອງ ແລະ ຂາວ. ເຖິງວ່າຮູບຮ່າງຈະເບິ່ງທໍາມະດາ ແຕ່ລາຄານີ້ບໍ່ທໍາມະດາເລີຍ ເພາະລາຄາເລີ່ມຕົ້ນຢູ່ທີ່ 400 -​ 600 ໂດລາສະຫະລັດກັນເລີຍ.

Read More »

ໜຸ່ມ Sack Cell ກັບມາຄັ້ງນີ້ບໍ່ທໍາມະດາອີຫຼີ?​ ກັບຜົນງານເພງໃໜ່ຂອງ ” ຄົນຮັກແພງ”​

ໜຸ່ມ ສັກ ວົງ Cell ເວົ້າໄດ້ວ່າບໍ່ມີໃຜບໍ່ຮູ້ຈັກໜຸ່ມຄົນນີ້ ເຈົ້າພໍ່ແຫ່ງວົງການເພງລາວທີ່ໂດ່ງດັງຕະຫຼອດມາ ແລະ ທີ່ສໍາຄັນຍັງສ້າງຜົນງານສຽງເພງທີ່ຫຼາກຫຼາຍໃຫ້ທຸກຄົນໄດ້ຕິດຕາມກັນມາຕະຫຼອດບໍ່ວ່າຈະເປັນຜົນງານສຽງເພງ ຫວານ, ຄົນມືສອງ, ຍັງດີບໍ່ພໍ… ແລະ ອີກຫຼາກຫຼາຍເພລງ, ດ້ວຍສຽງຮ້ອງທີ່ເປັນເອກະລັກ ແລະ ມີສະເຫນ່ ຈຶ່ງເຮັດໃຫ້ມີຖານແຟນຄລັບຕິດຕາມເປັນຈໍານວນຫຼາຍບໍ່ວ່າຈະເປັນພາຍໃນ ແລະ ຕ່າງປະເທດໂດຍສະເພາະແມ່ນປະເທດເພື່ອນບ້ານຂອງພວກເຮົານັ້ນເອງ… ຫຼັງຈາກທີ່ໄດ້ຫ່າງຫາຍໄປຈາກວົງການເພງໄລຍະໜຶ່ງ ຈົນແຟນຕ່າງກໍພາກັນລໍຖ້າຜົນງານສຽງເພງຂອງນັກຮ້ອງໜຸ່ມຄົນນີ້, ຫຼ້າສຸດນັກຮ້ອງໜຸ່ມຄົນນີ້ກໍໄດ້ກັບມາອີກຄັ້ງ ກັບມາພ້ອມກັບຜົນງານເພງ ທີ່ມີຊື່ວ່າ “ຄົນຮັກແພງ”​ ແລະແນ່ນອນວ່າຂວັນໃຈເອງກໍບໍ່ພາດທີ່ຈະນໍາມາອັບເດດໃຫ້ແຟນໆໄດ້ຫາຍຄິດຮອດນໍາກັນ!!! ເພລງຈະມ່ວນ, ຊຶ້ງກິນໃຈຊໍ້າໃດນັ້ນສາມາດຮັບຊົມຢູ່ວີດີໂອນີ້ໄດ້ເລີຍ:…

Read More »

ຍິນດີນໍາ!!!ສາວ ລູກນໍ້າ ທິດາລັດ ທີ່ໄດ້ລາງວັນ Model Star Award 2020 ຈາກເວທີ Asia Model Festival

ຄົນມັນຈະປັງ ອີ່ຫຍັງກະສຸດບໍ່ຢູ່!!! ລູກນໍ້າ ທິດາລັດ ນາງເອກຊຸບຕາເບີໜຶ່ງຂອງປະເທດລາວ ທີ່ບໍ່ໄດ້ມີດີພຽງແຕ່ໜ້າຕາ ແຕ່ຍັງເຕັມໄປດ້ວຍຄວາມສາມາດທີ່ຫຼາກຫຼາຍ ແລະ ທີ່ສໍາຄັນສາວລູກນໍ້າຍັງໃຈບຸນນໍາອີກ… ນອກຈາກສາວຄົນນີ້ຈະມີຜົນງານທີ່ໂດດເດັ່ນຫຼາຍຢ່າງຢູ່ໃນວົງການບັນເທີງຂອງພວກເຮົາ ແລ້ວ ຍັງມີໂອກາດໂກອິນເຕີໄປຮ່ວມງານບໍ່ວ່່າຈະເປັນງານຖ່າຍໂຄສະນາ ແລະ ຮູບເງົາ… ເຊິ່ງຫຼ້າສຸດປີນີ້ງານ Asia Model Festival ກໍໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່ເນື່ອງໃນໂອກາດຄົບຮອບ 15 ປີີ ແລະ ທີ່ພິເສດໄປກວ່ານັ້ນ ປະເທດລາວເປັນປີທໍາອິດທີ່ໄດ້ເຂົ້າຮ່ວມໃນງານ Asia Model Festival ແລະ ສາວລູກນໍ້າກໍເປັນໜຶ່ງໃນນັກສະແດງຈາກ ສປປ ລາວ ທີ່ຖືກຄັດເລືອກເຂົ້າຮ່ວມຊິງລາງວັນໃນງານນີ້ ແລະ ກໍໄດ້ຮັບລາງວັນ Model Star Award ຈາກເວທີ Asia Model Festival ແລະ ຍັງເປັນຄົນລາວຄົນທຳອິດທີ່ໄດ້ຮັບລາງວັນນີ້ນໍາອີກ. ຂວັນໃຈຂໍສະແດງຄວາມຍິນດີນໍາສາວ ລູກນໍ້າ ທິດາລັດ ນໍາເດີ້… ຂອບໃຈຮູບພາບຈາກ: Louknum Thidalat

Read More »