Breaking News

Entertainment Lao

ຈາກົວລາວ ຈັດງານທົດລອງຂັບລົດແບບຄວາມໄວ

ຈາກົວ ລາວ ໄດ້ຈັດງານ ທົດລອງຂັບລົດແບບຄວາມໄວ The Art of Performance Tour ຢູ່ທີ່ລາວ-ໄອເຕັກ ໃນວັນທີ 21-22 ທັນວາ 2019 ທີ່ຜ່ານມາ, ຖືວ່າເປັນອີກງານໜຶ່ງທີ່ມີຄວາມເປັນເອກະລັກບໍ່ຄືໃຜ ແລະ ເປັນໂອກາດທີ່ດີທີ່ສຳລັບລູກຄ້າທີ່ຈະໄດ້ສຳຜັດຕົວຈິງເຖິງສະມັດຖະນະ ແລະ ຄວາມສາມາດຂອງລົດຍີ່ຫໍ້ ຈາກົວ ໂດຍມີຜູ້ຊ່ຽວຊານຕ່າາງປະເທດທີ່ມີປະສົບການດ້ານການຂັບຂີ່ ມາແນະນຳໃນການຂັບຂີ່ລົດ ໄວ, ໂຫດ ແລະ ທ້າທາຍທີ່ສຸດທີ່ເຄີຍມີມາ ຢ່າງໝັ້ນໃຈ. ມີ 2 ກິດຈະກຳທີ່ໃຫ້ລູກຄ້າໄດ້ທົດລອງຂັບຄື Smart Cones ແລະ  Dynamics, ສຳລັບການຂັບແບບ Smart cones  ຈາກົວ ເປັນຍີ່ຫໍ້ດຽວທີ່ມີການຂັບຂີ່ແບບນີ້. ລົດທີ່ໄດ້ນຳມາໃຫ້ລູກຄ້າ ທົດລອງຂັບໃນງານ 2​ ມື້ນັ້ນແມ່ນມີ 3​ ລຸ້ນ ຄື: Jaguar XE, E-Pace …

Read More »

ບໍລິສັດ ຕັນຈົງມໍເຕີ້ ລາວ ຈັດກິດຈະກຳສົ່ງທ້າຍປີເກົ່າ 2019 ຕອ້ນຮັບປີໃຫມ່ 2020

ບໍລິສັດ ຕັນຈົງ ມໍເຕີ້ (ລາວ) ຈໍາກັດ Tan Chong Motor (LAO) SOLE. Ltd. (“TCML”), ຕົວແທນຜູ້ຈັດຈຳໜ່າຍລົດຍີ່ຫໍ້ນິສສັນ Nissan ໃນກຸ່ມບໍລິສັດຕັນຈົງມໍເຕີ້ໂຫດດີງສ໌ Tan Chong Motor Holdings Bhd (ປະເທດມາເລເຊຍ) ແລະ ເປັນຜູ້ໃຫ້ບໍລິການຫຼັງການຂາຍໃນປະເທດລາວ, ໄດ້ຈັດກິດຈະກຳສົ່ງທ້າຍປີເກົ່າ 2019 ແລະ ຕອ້ນຮັບປີໃຫມ່ 2020 ຂຶ້ນທີ່ສູນນິສສັນ ສາຂາ ສວນມອນ ບ້ານຈອມແຈ້ງ ເມືອງ ສີສັດຕະນາກ ແລະ ສູນນິສສັນສາຂາດອນແດງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ໃນວັນທີ 21 ແລະ 22 ເດືອນທັນວາ ປີ 2019 ທີ່ຜ່ານມາ. ເພື່ອໃຫ້ລູກຄ້າ ແລະ ບຸກຄົນທົ່ວໄປໄດ້ພາລູກຫຼານມາຮວ່ມມວ່ນຊື່ນໃນກິດຈະກຳຄັ້ງນີ້ …

Read More »

ພາມາສ່ອງ!!! Fashion ເທ່ໆ ເກ໋ໆ ຂອງຫຼິງຫຼິງ ປິຍະດາ ເຈົ້າແມ່ແຟຊັ່ນນິສຕ່າ ແຫ່ງປະເທດລາວ…

ພາມາສ່ອງ!!! Fashion ເທ່ໆ ເກ໋ໆ ຂອງຫຼິງຫຼິງ ປິຍະດາ ເຈົ້າແມ່ແຟຊັ່ນນິສຕ່າ ແຫ່ງປະເທດລາວ… ຖ້າເວົ້າເຖິງ ຫຼິງຫຼິງ ປິຍະດາ ຫຼາຍຄົນຄົງຮູ້ຈັກກັນດີ ເພາະນາງນັ້ນເປັນສາວປະເພດສອງທີ່ມີໜ້າຕາງົດງາມ ຈົນຜູ້ຍິງຍັງບໍ່ສູ້ ທີ່ເຄີຍໂດ່ງດັງໃນໂລກ Online ເມື່ອ 2-3 ປີທີ່ຜ່ານມາ ແລະ ປັດຈຸບັນ ສາວຫຼິງຫຼິງ ກໍຍັງຄົງໄດ້ຮັບຄວາມສົນໃຈຈາກແຟນຄຣັບພໍສົມຄວນຈົນມີຍອດຜູ້ຕິດຕາມໃນ Facebook  ແລະ IG ເປັນຈໍານວນຫຼວງຫຼາຍ ແລະ ຖ້າໃຜທີ່ຍັງຕິດຕາມຫຼິງຫຼິງຢູ່ ກໍຈະຮູ້ວ່ານາງນັ້ນໄດ້ຜັນຕົວເອງມາເປັນເຈົ້າແມ່ແຟຊັ່ນ ສາຍນິສຕ້າ (Fashionista) ຢ່າງເຕັມຕົວ ບໍ່ວ່າຈະເປັນເສື້ອຜ້າ, ໜ້າຜົມ ຈະຕ້ອງຈັດເຕັມທຸກມື້ (Fashionista ໝາຍເຖິງ ການແຕ່ງຕົວຂອງບຸກຄົນໃດໜຶ່ງ ທີ່ມີຄວາມມັກຮັກໃນການແຕ່ງຕົວຈົນເປັນແຟຊັ່ນ ແຕ່ມີຄວາມເປັນເອກະລັກ, ເປັນຕົວຂອງຕົວເອງສູງ) ເຊິ່ງວ່າ Fashionista ຂອງ ຫຼິງຫຼິງ ຈະເທ່, ຈະເກ໋, ຈະງາມ ຂະໜາດໃດນັ້ນ ມື້ນີ້ ຂວັນໃຈກໍໄດ້ນໍາເອົາຮູບພາບມາຕ້ອນສາວໆກັນນໍາ!!! ຖ້າໃຜທີ່ເປັນສາຍ Fashion …

Read More »

ນີ້ແຫຼະແມ່ຍິງລາວ!! ລວມນາງງາມຕົວແທນປະເທດລາວ ທີ່ໄປຄວ້າລາງວັນໃນເວທີລະດັບສາກົນ ປະຈໍາປີ 2019… ແຕ່ລະຄົນບໍ່ທໍາມະດາອີ່ຫຼີ!!!

ແມ່ຍິງລາວເກັ່ງ ແລະ ບໍ່ໄດ້ດ້ອຍໄປກວ່າປະເທດໃດໃນໂລກ!!! ຄໍາເວົ້ານີ້ ເປັນຄໍາເວົ້າທີ່ ຂວັນໃຈ ຕັ້ງຂຶ້ນ ແລະ ເຊື່ອຢ່າງສຸດໃຈ ຕັ້ງແຕ່ເລີ່ມເປີດ ວາລະສານ ຂວັນໃຈ ແລະ ຕັ້ງໂຕເອງວ່າເປັນວາລະສານແມ່ຍິງ ອັນດັບຕົ້ນໆຂອງປະເທດລາວ ທີ່ສົ່ງເສີມແມ່ຍິງລາວໃຫ້ກ້າວຂຶ້ນສູ່ຄວາມເປັນສາກົນມາໂດຍຕະຫຼອດ. ຕະຫຼອດໄລຍະ 10 ກວ່າປີ ທີ່ວາລະສານ ຂວັນໃຈ ເຮັດໜ້າທີ່ນໍາສະເໜີຂ່າວສານ-ສາລະໜ້າຮູ້ຕ່າງໆ ທີ່ເຊື່ອວ່າຈະເປັນປະໂຫຍດແກ່ແມ່ຍິງລາວຫຼາຍທີ່ສຸດ ແລະ ຂວັນໃຈ ກໍໄດ້ເຫັນເຖິງພັດທະນາຄວາມສາມາດຂອງແມ່ຍິງລາວ ທີ່ນັບມື້ນັບກ້າວຂຶ້ນ ມີບົດບາດທຽບເທົ່າກັບຫຼາຍໆປະເທດໃນສາກົນ ໂດຍເຮົາຈະມັກເຫັນຂ່າວຄາວມາຕະຫຼອດວ່າ ແມ່ຍິງລາວເທິງເວທີສາກົນ, ແມ່ຍິງລາວຄວ້າລາງວັນຈາກເວທີນັ້ນນີ້… ຄືດັ່ງບັນດານາງງາມລາວທີ່ມີໂອກາດໄປປະກວດເວທີລະດັບສາກົນ ແລະ ລະດັບໂລກ ແລ້ວສາມາດຍາດລາງວັນມາໄດ້ ທີ່ ຂວັນໃຈ ຈະມານໍາສະເໜີໃນມື້ນີ້ ເພື່ອເປັນການຕອກຍໍ້າວ່າ ແມ່ຍິງລາວເກັ່ງ ແລະ ບໍ່ໄດ້ດ້ອຍໄປກວ່າປະເທດໃດໃນໂລກ ເຊິ່ງວ່າຈະມີໃຜແດ່ນັ້ນເຮົາໄປເບິ່ງນໍາກັນເລີຍ… ເລີ່ມຈາກນາງງາມຈາກເວທີ Miss Teen Laos ທີ່ຫາກໍປະກວດມາໃໝ່ໆມາດໆ ຄືນ້ອງ ໂສລະຍາ ລີນ ຄອນດີ ຕົວແທນປະເທດລາວໄດ້ເດີນທາງໄປປະກວດ Miss …

Read More »

ຊຶ້ງໃຈແທນນ້ອງໆ! ອາດີດນັກຮ້ອງລູກທົ່ງຊື່ດັງ ເມກຂະຫຼາ ບໍລິຈາກເຄື່ອງກັນໜາວໃຫ້ເດັກນ້ອຍເຂດຫ່າງໄກ ພ້ອມເຜີຍ “ຢາກໃຫ້ຍ້ອນຕົນເອງເຄີຍຢູ່ຈຸດນັ້ນມາກ່ອນ”

ຖ້າຈະເວົ້າເຖິງເລື່ອງໂອກາດນັ້ນ ຫຼາຍທີ່ກໍາລັງອ່ານຢູ່ນີ້ຄົງຈະຮູ້ຈັກ ແລະ ໄດ້ຮັບໂອກາດອັນດີທີ່ສຸດແລ້ວ ຖ້າທຽບກັບເດັກນ້ອຍທີ່ຢູ່ເຂດຫ່າງໄກອີກຫຼາຍພັນຄົນ ທີ່ບາງຄົນນັ້ນບໍ່ຮູ້ຈັກຮອດຄໍາວ່າ ໂອກາດ ໃນຊີວິດຂອງເຂົາແມ່ນຫຍັງ? ຄືດັ່ງທີ່ໄລຍະຜ່ານມານີ້ທີ່ເລີ່ມເຂົ້າລະດູໜາວ ແລະ ໜາວແຮງເມື່ອອາທິດທີ່ຜ່ານມາ ກໍໄດ້ມີຂ່າວຄາວອອກມາຢ່າງຫຼວງຫຼາຍວ່າ ຍັງມີພໍ່ແມ່ປະຊາຊົນ ແລະ ເດັກນ້ອຍລາວອີກຫຼາຍຄອບຄົວໃນເຂດຫ່າງໄກທີ່ຂາດແຄນຜ້າຫົ່ມ, ເຄື່ອງນຸ່ງ ແລະ ເຄື່ອງກັນໜາວຕ່າງໆ ເຊິ່ງກໍໄດ້ມີການຮັບບໍລິຈາກ ຈາກຜູ້ທີ່ໄດ້ຮັບໂອກາດໃນຊີວິດຫຼາຍທ່ານໄປບໍລິຈາກແກ່ຄົນເຫຼົ່ານັ້ນ… ກໍຖືວ່າເປັນການແບ່ງປັນນໍ້າໃຈຂອງຄົນຮ່ວມຊາດທີ່ດີທີ່ສຸດ!!! ຄືດັ່ງກັບ ອາດີດນັກຮ້ອງລູກທົ່ງສາວຊື່ດັງ ສຽງດີ ເມກຂະຫຼາ ສະບາພອນ ທີ່ປັດຈຸບັນຜັນຕົວເອງມາເຮັດທຸລະກິດຢ່າງເຕັມຕົວ ກໍໄດ້ນໍາເຄື່ອງກັນໜາວໄປບໍລິຈາກແກ່ເດັກນ້ອຍ ແລະ ພໍ່ແມ່ປະຊາຊົນລາວທີ່ຢູ່ເຂດຫ່າງໄກ ທີ່ຍັງຂາດແຄນຫຼາຍຢ່າງ ມັນເປັນໂມເມັ້ນທີ່ໜ້າປະທັບໃຈຫຼາຍ. ໂດຍ ເມກຂະຫຼາໄດ້ໂພສຮູບພາບດັ່ງກ່າວຜ່ານ Facebook ສ່ວນຕົວພ້ອມຂຽນແຄັບຊັ່ນຊຶ້ງໆວ່າ “ທີ່ ເມກຂະຫຼາ ມາປຸກລະດົມທຶນບໍລິຈາກ ເພຶ່ອແບ່ງປັນນຳ້ໃຈມອບອາຍອຸ່ນນີ້ ບໍ່ແມ່ນຍ້ອນເມກຂະຫຼາ ເປັນຄົນໃຈດີ, ເປັນຄົນໃຈບຸນ, ເປັນຄົນລໍ້າລວຍດອກ ແຕ່ເປັນຍ້ອນ ເມກຂະຫຼາ ເຄີຍພ່ານຈຸດນີ້ມາກ່ອນ ຈິ່ງເຂົ້າໃຈຄວາມຮູ້ສຶກດີ #ເຈົ້າເຄີຍບໍ່ເກັບເຂົ້າໝົມອົມທີ່ເຮ່ຍມີຂີ້ດີນຕິດແລ້ວມາອົມຕໍ່? #ເຈົ້າເຄີຍນຸງເສຶ້ອກັນໜາວໂຕດຽວຮອດ3-4ປີບໍ່? #ເຈົ້າເຄີຍນອນຮົ່ມຜ້າຮົ່ມຜຶນດຽວຮອດ3-4ຄົນດຶງຊາຍຫວິດຂົວດຶງຂົວຫວິດຊາຍບໍ່? #ເຈົ້າເຄີຍກີນໄຂ່ໜ່ວຍ1ແບ່ງ4ບໍ່? #ຄຳຖາມທີ່ຖາມມານັ້ນເມກຂະຫຼາຍຜ່ານມາໝົດແລ້ວ #ມີຢ່າງດຽວທີ່ເມກຂະຫຼາບໍ່ໃດ້ຜ່ານຄຶການໃດ້ຮັບເຄຶ່ອງຂອງຟີ ມີການບໍລິຈາກແບບນີ້ໃນຕອນຍາມນ້ອຍ. ເມກຂະຫຼາຈຶ່ງຢາກມອບໃຫ້ …

Read More »