Breaking News

ບໍລິສັດ ຕັນຈົງມໍເຕີ້ ລາວ ຈັດກິດຈະກຳສົ່ງທ້າຍປີເກົ່າ 2019 ຕອ້ນຮັບປີໃຫມ່ 2020

ແບ່ງປັນ

ບໍລິສັດ ຕັນຈົງ ມໍເຕີ້ (ລາວ) ຈໍາກັດ Tan Chong Motor (LAO) SOLE. Ltd. (“TCML”), ຕົວແທນຜູ້ຈັດຈຳໜ່າຍລົດຍີ່ຫໍ້ນິສສັນ Nissan ໃນກຸ່ມບໍລິສັດຕັນຈົງມໍເຕີ້ໂຫດດີງສ໌ Tan Chong Motor Holdings Bhd (ປະເທດມາເລເຊຍ) ແລະ ເປັນຜູ້ໃຫ້ບໍລິການຫຼັງການຂາຍໃນປະເທດລາວ, ໄດ້ຈັດກິດຈະກຳສົ່ງທ້າຍປີເກົ່າ 2019 ແລະ ຕອ້ນຮັບປີໃຫມ່ 2020 ຂຶ້ນທີ່ສູນນິສສັນ ສາຂາ ສວນມອນ ບ້ານຈອມແຈ້ງ ເມືອງ ສີສັດຕະນາກ ແລະ ສູນນິສສັນສາຂາດອນແດງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ ໃນວັນທີ 21 ແລະ 22 ເດືອນທັນວາ ປີ 2019 ທີ່ຜ່ານມາ.

ເພື່ອໃຫ້ລູກຄ້າ ແລະ ບຸກຄົນທົ່ວໄປໄດ້ພາລູກຫຼານມາຮວ່ມມວ່ນຊື່ນໃນກິດຈະກຳຄັ້ງນີ້ ພາຍໃນງານໄດ້ມີທັງອາຫານ ແລະ ເຄື່ອງດື່ມຟຣີໄວ້ໃຫ້ບໍໍລິການ, ສຳລັບເດັກນອ້ຍກໍມີການແຂ່ງຂັນຫຼິ້ນເກມເພື່ອຄວາມມວ່ນຊື່ນ, ເຮັດໃຫ້ເດັກນອ້ຍມີຄວາມສາມັກຄີ ແລະ ຍັງໄດ້ຂອງລາງວັນຕິດໄມ້ຕິດມື້ກັບບ້ານນຳອີກ

ນອກນັ້ນຍັງມີການສະແດງມາຍາກົນ, ມີກາຕູນມາດສຄອດໄວ້ໃຫ້ນອ້ງໆຖ່າຍຮູບ ແລະ ມີສວນສະໜຸກໄວ້ໃຫ້ນອ້ງໆໄດ້ຫຼິ້ນ ງານຂອງພວກເຮົາແມ່ນໄດ້ເລີ່ມແຕ່ເວລາ 9:30 ຕອນເຊົ້າ ຈົນເຖີງ ເວລາ 12:30 ໃນຕອນທຽ່ງ

ນອກຈາກນອ້ງໆໄດ້ມວ່ນຊື່ນກັນແລວ້ສຳລັບຜູ້ໃຫ່ຍເຮົາຍັງມີບໍລິການກວດເຊັກສະພາບລົດໃຫ້ຟຣີ ແລະ ລ້າງລົດໃຫ້ຟຣີສຳລັບລົດທຸກລຸ້ນບໍ່ສະເພາະແຕ່ນິສສັນເທົ່ານັ້ນ ແລະ ຍັງມີທີ່ປືກສາດ້ານການຂາຍໃຫ້ຂໍ້ມູນກ່ຽວກັບລົດນິສສັນອີກດວ້ຍ.

ສຸດທ້າຍນີ້ຂໍຂອບໃຈທຸກໆທ່ານທີ່ເສຍສະຫລະເວລາອັນມີຄ່າຂອງທ່ານພາລູກຫຼານມາຮວ່ມກິດຈະກຳເຮັດໃຫ້ກິດຈະກຳໃນຄັ້ງນີ້ມວ່ນຊື່ນເຕັມໄປດວ້ຍຮອ້ຍຍີ້ມ ແລະ ສຽງຫົວ, ຂໍຂອບໃຈລູກຄ້າທີ່ໄວວາງໃຈໃນລົດນິສສັນເຮົາພວກເຮົານິສສັນຈະພັດທະນາ ແລະ ສ້າງສິ່ງທີ່ດີທີ່ສຸດໃຫ້ກັບລູກຄ້າຕະຫຼອດໄປ.

 

ໂອກາດໜ້າຢ່າລືມມາພໍ້ກັນອີກເດີ້ສຳລັບທ່ານໃດທີຍັງບໍ່ເຄີຍເຂົ້າຮວ່ມງານຂອງພວກເຮົາແບບນີ້ສາມາດຕິດຕາມເຟດບຸກຂອງພວກເຮົາໄດ້ທີ່ FB : Nissan Laos ເພື່ອຮັບຂ່າວສານຈາກ ນິສສັນ

 

ສຳລັບລູກຄ້າທ່ານໃດທີ່ສົນໃຈລົດນິສສັນສາມາດເຂົ້າມາຢ້ຽມຊົມຫ້ອງວາງສະແດງລົດຍົນນິສສັນ Nissan Showrooms ທີ່ໃກ້ບ້ານທ່ານບໍ່ວ່າຈະເປັນ:

  • ສາຂາ (ສວນມອນ)ບ້ານ ຈອມແຈ້ງ ເມືອງ ສີສັດຕະນາກ ນະຄອນຫຼວງ ວຽງຈັນ
  • ສາຂາ ບ້ານ ດອນແດງ ເມືອງ ຈັນທະບູລີ ນະຄອນຫຼວງວຽງຈັນ
  • ສາຂາ ສະຫວັນນະເຂດ ບ້ານ ນາເລົ່າ ຖະໜົນໄກສອນ
  • ສາຂາ ຫຼວງພະບາງ ບ້ານ ດອນເກົ່າ ເມືອງຫຼວງພະບາງ
  • ສາຂາ ປາກເຊ ບ້ານ ສະໜາມໄຊ ເມືອງປາກເຊ

ຂໍ້ມູນເພີ່ມເຕີມກ່ຽວກັບລົດຍົນນິສສັນ Nissan ທຸກລຸ້ນໃນປະເທດລາວທ່ານສາມາດເຂົ້າເບີ່ງຂໍ້ມູນໄດ້ທີ່ເວັບໄຊທ໌ບໍລິສັດລົດຍົນນິສັນ Nissan ຂອງປະເທດລາວໄດ້ທີ່ www.nissan-lao.la / ຫຼືຕິດຕາມເຟດຊ໌ບຸກຄ໌ ເພັດຈ໌ Facebook Page ຂອງປະເທດລາວ ທີ່ FB Nissan Laos

ແບ່ງປັນ