Breaking News

ຈາກົວລາວ ຈັດງານທົດລອງຂັບລົດແບບຄວາມໄວ

ແບ່ງປັນ

ຈາກົວ ລາວ ໄດ້ຈັດງານ ທົດລອງຂັບລົດແບບຄວາມໄວ The Art of Performance Tour ຢູ່ທີ່ລາວ-ໄອເຕັກ ໃນວັນທີ 21-22 ທັນວາ 2019 ທີ່ຜ່ານມາ, ຖືວ່າເປັນອີກງານໜຶ່ງທີ່ມີຄວາມເປັນເອກະລັກບໍ່ຄືໃຜ ແລະ ເປັນໂອກາດທີ່ດີທີ່ສຳລັບລູກຄ້າທີ່ຈະໄດ້ສຳຜັດຕົວຈິງເຖິງສະມັດຖະນະ ແລະ ຄວາມສາມາດຂອງລົດຍີ່ຫໍ້ ຈາກົວ ໂດຍມີຜູ້ຊ່ຽວຊານຕ່າາງປະເທດທີ່ມີປະສົບການດ້ານການຂັບຂີ່ ມາແນະນຳໃນການຂັບຂີ່ລົດ ໄວ, ໂຫດ ແລະ ທ້າທາຍທີ່ສຸດທີ່ເຄີຍມີມາ ຢ່າງໝັ້ນໃຈ.

ມີ 2 ກິດຈະກຳທີ່ໃຫ້ລູກຄ້າໄດ້ທົດລອງຂັບຄື Smart Cones ແລະ  Dynamics, ສຳລັບການຂັບແບບ Smart cones  ຈາກົວ ເປັນຍີ່ຫໍ້ດຽວທີ່ມີການຂັບຂີ່ແບບນີ້.

ລົດທີ່ໄດ້ນຳມາໃຫ້ລູກຄ້າ ທົດລອງຂັບໃນງານ 2​ ມື້ນັ້ນແມ່ນມີ 3​ ລຸ້ນ ຄື: Jaguar XE, E-Pace ແລະ F-Pace

ບໍ່ພຽງແຕ່ເທົ່ານັ້ນ ການທົດລອງຂັບລົດຄັ້ງນີ້ ລູກຄ້າທ່ານໃດທີ່ເຮັດຄະແນນໄດ້ດີທີ່ສຸດຈະໄດ້ເປັນຜູ້ຊະນະທີ່ຈະໄດ້ໄປຮ່ວມກິດຈະກຳສຸດພິເສດກັບ ຈາກົວ ໃນງານ Jaguar Formula E ທີ່ ລອນດອນ ປະເທດອັງກິດ ເຊິ່ງຈະຈັດຂຶ້ນໃນເດືອນ ກໍລະກົດ ປີ 2020.

ແບ່ງປັນ