Breaking News

ພາມາສ່ອງ!!! Fashion ເທ່ໆ ເກ໋ໆ ຂອງຫຼິງຫຼິງ ປິຍະດາ ເຈົ້າແມ່ແຟຊັ່ນນິສຕ່າ ແຫ່ງປະເທດລາວ…

ແບ່ງປັນ

ພາມາສ່ອງ!!! Fashion ເທ່ໆ ເກ໋ໆ ຂອງຫຼິງຫຼິງ ປິຍະດາ ເຈົ້າແມ່ແຟຊັ່ນນິສຕ່າ ແຫ່ງປະເທດລາວ…

ຖ້າເວົ້າເຖິງ ຫຼິງຫຼິງ ປິຍະດາ ຫຼາຍຄົນຄົງຮູ້ຈັກກັນດີ ເພາະນາງນັ້ນເປັນສາວປະເພດສອງທີ່ມີໜ້າຕາງົດງາມ ຈົນຜູ້ຍິງຍັງບໍ່ສູ້ ທີ່ເຄີຍໂດ່ງດັງໃນໂລກ Online ເມື່ອ 2-3 ປີທີ່ຜ່ານມາ ແລະ ປັດຈຸບັນ ສາວຫຼິງຫຼິງ ກໍຍັງຄົງໄດ້ຮັບຄວາມສົນໃຈຈາກແຟນຄຣັບພໍສົມຄວນຈົນມີຍອດຜູ້ຕິດຕາມໃນ Facebook  ແລະ IG ເປັນຈໍານວນຫຼວງຫຼາຍ ແລະ ຖ້າໃຜທີ່ຍັງຕິດຕາມຫຼິງຫຼິງຢູ່ ກໍຈະຮູ້ວ່ານາງນັ້ນໄດ້ຜັນຕົວເອງມາເປັນເຈົ້າແມ່ແຟຊັ່ນ ສາຍນິສຕ້າ (Fashionista) ຢ່າງເຕັມຕົວ ບໍ່ວ່າຈະເປັນເສື້ອຜ້າ, ໜ້າຜົມ ຈະຕ້ອງຈັດເຕັມທຸກມື້ (Fashionista ໝາຍເຖິງ ການແຕ່ງຕົວຂອງບຸກຄົນໃດໜຶ່ງ ທີ່ມີຄວາມມັກຮັກໃນການແຕ່ງຕົວຈົນເປັນແຟຊັ່ນ ແຕ່ມີຄວາມເປັນເອກະລັກ, ເປັນຕົວຂອງຕົວເອງສູງ) ເຊິ່ງວ່າ Fashionista ຂອງ ຫຼິງຫຼິງ ຈະເທ່, ຈະເກ໋, ຈະງາມ ຂະໜາດໃດນັ້ນ ມື້ນີ້ ຂວັນໃຈກໍໄດ້ນໍາເອົາຮູບພາບມາຕ້ອນສາວໆກັນນໍາ!!! ຖ້າໃຜທີ່ເປັນສາຍ Fashion ຢູ່ແລ້ວ ກໍສາມາດນໍາໄປແຕ່ງຕາມ ຫຼິງຫຼິງ ໄດ້ເລີຍຈ່າາາາ ໄປເບິ່ງກັນເລີຍ!!!

ຂອບໃຈຮູບພາບຈາກ: Facebook: Pitadar Lingling Inthavong

ແບ່ງປັນ