Breaking News

ເງິນທີ່ຫາມາໄດ້ຈາກນໍ້າເຫື່ອນໍ້າແຮງ ຕ້ອງເອົາໄປຊື້ສິ່ງທີ່ຕ້ອງການໃຫ້ຄຸ້ມຄ່າເມື່ອຍ!! ແລ້ວທ້າຍເດືອນກໍຕ້ອງມານັ່ງອຸກໃຈ ເງິນບໍ່ພໍຈ່າຍ-ບໍ່ເຫຼືອເງິນເກັບ… ຕ້ອງຮູ້ຕັດລາຍຈ່າຍທີ່ບໍ່ເປັນອອກ!!!

ແບ່ງປັນ

“ຄິດໃຫ້ໄດ້ ໃຊ້ໃຫ້ເປັນ”

ຫຼາຍຄົນມັກຈະຄິດວ່າ ເງິນທີ່ເຮົາໄດ້ມາຈາກນໍ້າເຫື່ອນໍ້າແຮງນັ້ນ ຄວນເອົາໄປໃຊ້ໃນສິ່ງທີ່ເຮົາຕ້ອງການ ໃຊ້ເງິນແບບຄຸ້ມຄ່າກັບການຊອກມາ ຖ້າຄິດແນວນັ້ນກໍບໍ່ຜິດ ແຕ່ໝັ້ນໃຈແລ້ວຫຼືບໍ່ວ່າ ການໃຊ້ເງິນຂອງທ່ານນັ້ນຄຸ້ມຄ່າທີ່ສຸດ ເຊິ່ງວາລະສານຂວັນໃຈສະບັບນີ້ ໄດ້ນຳເອົາວິທີການຈ່າຍເງິນແບບບໍ່ຈຳເປັນມາຝາກ ເພື່ອບໍ່ຕ້ອງມີໜີ້ໃນສິ່ງທີ່ບໍ່ຈຳເປັນ ແລະ ຍັງມີເງິນທ້ອນອີກ.

  1. ອຸປະກອນເອເລັກໂຕຼນິກ

ເຖິງວ່າສະໄໝນີ້ອຸປະກອນເອເລັກໂຕຼນິກຫຼາຍໆຊະນິດຈະມີຄວາມຈຳເປັນຕໍ່ຊີວິດປະຈໍາວັນກໍຕາມ ແຕ່ກໍບໍ່ໄດ້ໝາຍຄວາມວ່າທ່ານຈະຕ້ອງໃຊ້ເງິນໄປກັບການຊອກຊື້ອຸປະກອນລຸ້ນໃໝ່ຢູ່ຕະຫຼອດ ສິ່ງທີ່ທ່ານຊື້ມາໃນມື້ນີ້ ອາດຈະເປັນລຸ້ນໃໝ່ກໍຕາມ ແຕ່ເມື່ອຮອດປີໜ້າ ລຸ້ນໃໝ່ກວ່າປີນີ້ກໍຈະອອກມາຄືກັນ ແລະ ລຸ້ນໃໝ່ທີ່ເຮົາຊື້ກໍຈະເປັນລຸ້ນເກົ່າ ຖ້າເຮົາຍັງຊື້ເຄື່ອງໄປຕາມການເວລາແນວນີ້ທຸກໆປີ ເຮົາກໍຈະບໍ່ມີເງິນໄວ້ເຫຼືອຖົງເລີຍ ແຖມຍັງໃຊ້ເຄື່ອງບໍ່ຄຸ້ມອີກ ເພາະຫາກໍຊື້ແຕ່ກໍຕ້ອງຊື້ໃໝ່ອີກແລ້ວ

  1. ເຄື່ອງຕົກແຕ່ງເຮືອນ

ໃຜທີ່ມັກຕົກແຕ່ງເຮືອນດ້ວຍການຊື້ເຄື່ອງ ຫຼື ສິ່ງຂອງມະຍ໋ອກມະແຍ໋ກ ມາປະດັບເຮືອນນັ້ນ ຂໍບອກເລີຍວ່າ ໃຫ້ຢຸດ ເຖິງວ່າເຄື່ອງເຫຼົ່ານັ້ນຈະຊ່ວຍໃຫ້ເຮືອນແນມເບິ່ງແລ້ວງາມຕາຂຶ້ນກໍຕາມ ແຕ່ຖ້າເຮົາຊື້ຫຼາຍ ເຮົາກໍເປືອງເງິນຫຼາຍເທົ່ານັ້ນ ລອງຊອກວິທີທີ່ປະຢັດກວ່າຄື ເຟີນີເຈີ້ ບາດດຽວເລີຍ ນອກຈາກຈະ ປະຢັດເງິນແລ້ວ ກໍຍັງມີຄວາມພູມໃຈກັບສິ່ງນັ້ນອີກດ້ວຍ.

  1. ລົດ

ສຳລັບຄົນຮັກລົດ ເມື່ອເຫັນລົດລຸ້ນໃໝ່ໆ ກໍອົດໃຈບໍ່ໄດ້ທີ່ຢາກຊື້ລົດໃໝ່ ແລະ ພະຍາຍາມຊອກຫາຈຸດບົກຜ່ອງ ຫລື ຂໍ້ເສຍຂອງລົດຄັນທີ່ຂີ່ຢູ່ ເລີຍຢາກບອກວ່າ ນັ້ນເປັນຈຸດເລີ່ມຕົ້ນຂອງການເປັນໜີ້ທີ່ບໍ່ຮູ້ຈົບ ແຕ່ຖ້າວ່າທ່ານຕ້ອງການຢາກຈະປ່ຽນລົດແທ້ໆ ທ່ານຄວນມີເງິນສົດພຽງພໍທີ່ຈະຊື້ຄັນໃໝ່ໂດຍທີ່ບໍ່ເຮັດໃຫ້ທ່ານຕ້ອງເປັນໜີ້ຖ້ວມຫົວ ຫຼື ກ່ອນຈະຊື້ຄັນໃໝ່ກໍ່ຄວນຂາຍຄັນເກົ່າໃຫ້ໄດ້ກ່ອນເພື່ອແບ່ງເບົາຄ່າໃຊ້ຈ່າຍຂອງລົດຄັນໃໝ່ ສິ່ງສຳຄັນທີ່ສຸດຄືການເລືອກລົດທີ່ເໝາະກັບການນຳໃຊ້ເຂົ້າໃນວຽກງານໃຫ້ຫຼາຍທີ່ສຸດ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍອື່ນໆທີ່ຈະຕາມມາ.

  1. ເຄື່ອງນຸ່ງໃໝ່ໆ

ສາວໆ ນັກຊອບ (shop) ຫຼາຍໆທ່ານ ຕໍ່ຈາກນີ້ໄປ ທ່ານບໍ່ຕ້ອງຮູ້ສຶກຜິດທີ່ບໍ່ໄດ້ໃຊ້ຈ່າຍເງິນໄປກັບການຊື້ເຄື່ອງໄລ່ນຳກັບແຟຊັນທີ່ອອກມາໃໝ່ ເພາະວ່າການຊື້ເຄື່ອງ ເຊັ່ນ: ກະເປົາ ຫຼື ເກີບໃໝ່ໆນັ້ນ ຈະເຮັດໃຫ້ທ່ານຮູ້ສຶກມີຄວາມສຸກ ແຕ່ລອງຄິດໃນທາງກົງກັນຂ້າມກັນເບິ່ງວ່າ ຈຳນວນເງິນທີ່ເຮົາຊື້ໄປນັ້ນ ມັນຈະບໍ່ເປັນບັນຫາໃຫ້ເຮົາໃນການໃຊ້ຈ່າຍແນວໃໝ່ອີກບໍ້ ຖ້າວ່າທ່ານສາມາດຫຼຸດຄ່າໃຊ້ຈ່າຍໃນສ່ວນນີ້ໄດ້ທ່ານຈະມີເງິນທ້ອນໄວ້ຢ່າງແນ່ນອນ.

  1. ເຄື່ອງປະດັບ

ຫຼາຍຄົນເສຍເງິນໄປກັບການຊື້ເຄື່ອງປະດັບຕົນເອງຈົນເກີນໄປ ເພາະມີຄວາມຄິດວ່າ ຈະຕ້ອງມີເຄື່ອງປະດັບເຂົ້າກັບຊຸດເຄື່ອງນຸ່ງ, ເສື້ອຜ້າງາມໆ, ກະເປົາ ແລະ ເກີບທີ່ລາຄາແພງ ຂໍເຕືອນໄວ້ເລີຍວ່າ ທ່ານບໍ່ຈຳເປັນຕ້ອງຊື້ເຄື່ອງປະດັບຫຼາຍຈົນເກີນໄປ ແຕ່ຄວນຊື້ເຄື່ອງປະດັບທີ່ສາມາດໃຊ້ໄດ້ກັບທຸກໂອກາດຈະດີກວ່າ ຖ້າປ່ຽນຄວາມຄິດແບບນີ້ໄດ້ ຮັບຮອງວ່າເລື່ອງເງິນຂາດຖົງຈະບໍ່ເປັນບັນຫາໃຫ້ກັບການດຳລົງຊີວິດຂອງທ່ານ

ແບ່ງປັນ