Breaking News

ນີ້ແຫຼະແມ່ຍິງລາວ!! ລວມນາງງາມຕົວແທນປະເທດລາວ ທີ່ໄປຄວ້າລາງວັນໃນເວທີລະດັບສາກົນ ປະຈໍາປີ 2019… ແຕ່ລະຄົນບໍ່ທໍາມະດາອີ່ຫຼີ!!!

ແບ່ງປັນ

ແມ່ຍິງລາວເກັ່ງ ແລະ ບໍ່ໄດ້ດ້ອຍໄປກວ່າປະເທດໃດໃນໂລກ!!! ຄໍາເວົ້ານີ້ ເປັນຄໍາເວົ້າທີ່ ຂວັນໃຈ ຕັ້ງຂຶ້ນ ແລະ ເຊື່ອຢ່າງສຸດໃຈ ຕັ້ງແຕ່ເລີ່ມເປີດ ວາລະສານ ຂວັນໃຈ ແລະ ຕັ້ງໂຕເອງວ່າເປັນວາລະສານແມ່ຍິງ ອັນດັບຕົ້ນໆຂອງປະເທດລາວ ທີ່ສົ່ງເສີມແມ່ຍິງລາວໃຫ້ກ້າວຂຶ້ນສູ່ຄວາມເປັນສາກົນມາໂດຍຕະຫຼອດ. ຕະຫຼອດໄລຍະ 10 ກວ່າປີ ທີ່ວາລະສານ ຂວັນໃຈ ເຮັດໜ້າທີ່ນໍາສະເໜີຂ່າວສານ-ສາລະໜ້າຮູ້ຕ່າງໆ ທີ່ເຊື່ອວ່າຈະເປັນປະໂຫຍດແກ່ແມ່ຍິງລາວຫຼາຍທີ່ສຸດ ແລະ ຂວັນໃຈ ກໍໄດ້ເຫັນເຖິງພັດທະນາຄວາມສາມາດຂອງແມ່ຍິງລາວ ທີ່ນັບມື້ນັບກ້າວຂຶ້ນ ມີບົດບາດທຽບເທົ່າກັບຫຼາຍໆປະເທດໃນສາກົນ ໂດຍເຮົາຈະມັກເຫັນຂ່າວຄາວມາຕະຫຼອດວ່າ ແມ່ຍິງລາວເທິງເວທີສາກົນ, ແມ່ຍິງລາວຄວ້າລາງວັນຈາກເວທີນັ້ນນີ້… ຄືດັ່ງບັນດານາງງາມລາວທີ່ມີໂອກາດໄປປະກວດເວທີລະດັບສາກົນ ແລະ ລະດັບໂລກ ແລ້ວສາມາດຍາດລາງວັນມາໄດ້ ທີ່ ຂວັນໃຈ ຈະມານໍາສະເໜີໃນມື້ນີ້ ເພື່ອເປັນການຕອກຍໍ້າວ່າ ແມ່ຍິງລາວເກັ່ງ ແລະ ບໍ່ໄດ້ດ້ອຍໄປກວ່າປະເທດໃດໃນໂລກ ເຊິ່ງວ່າຈະມີໃຜແດ່ນັ້ນເຮົາໄປເບິ່ງນໍາກັນເລີຍ…

ເລີ່ມຈາກນາງງາມຈາກເວທີ Miss Teen Laos ທີ່ຫາກໍປະກວດມາໃໝ່ໆມາດໆ ຄືນ້ອງ ໂສລະຍາ ລີນ ຄອນດີ ຕົວແທນປະເທດລາວໄດ້ເດີນທາງໄປປະກວດ Miss Teen International ທີ່ປະເທດອີນເດຍ ຫຼັງຈາກການປະກວດສິ້ນສູດລົງ ສາວງາມຈາກປະເທດລາວ ນ້ອງ ໂສລະຍາ ກໍບໍ່ໄດ້ເຮັດໃຫ້ຄົນລາວຜິດຫວັງ ເພາະນ້ອງສາມາດຜ່ານເຂົ້າໄປເຖິງຮອບ 7 ຄົນສຸດທ້າຍ ໄດ້ຮັບຕໍາແໜ່ງ  Miss Photoginic & Miss Fashion  ພ້ອມທັງໄດ້ຮັບໃບຍ້ອງຍໍຈາກການປະກວດໃນຄັ້ງນີ້! ຖືເປັນຂ່າວດີຂອງວົງການນາງງາມລາວເຮົາ ສົ່ງທ້າຍປີ 2019 ອີກຂ່າວໜຶ່ງ…

ຕໍ່ມາຄືສາວງາມຜູ້ທີ່ສາມາດຄວ້າລາງວັນຊະນະເລີດຈາກການປະກວດໃນເວທີ Miss Crystal Angel International 2019 “ເພື່ອສະກັດກັ້ນຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ “ສາວ ລັດດາພອນ ພົມສຸວັນ ທີ່ໄດ້ເດີນທາງໄປປະກວດທີ່ປະເທດ ມຽນມາ ເຊິ່ງກໍເປັນຂ່າວດີທີ່ສຸດສໍາລັບຄົນລາວທັງປະເທດ ເພາະເປັນເວທີທໍາອິດທີ່ ນາງງາມລາວ ສາມາດຍາດລາງວັນຊະນະເລີດມາໄດ້ ກໍຂໍໃຫ້ຮັກສາມູນເຊື້ອໄວ້ປີຕໍ່ໆໄປເດີ້ ສາວງາມທຸກຄົນ…

ເວທີ Miss Tourism World 2019 ທີ່ປະເທດ ຈີນ ຕົວແທນສາວລາວຄື ແອນນີ້ ນິດາກອນ ຈັນດາລາສານ ກໍບໍ່ໄດ້ເຮັດໃຫ້ຄົນລາວຜິດຫວັງ ເພາະເຖິງຈະບໍ່ສາມາດຍາດມຸງກຸດມາໄດ້ ແຕ່ ແອນນີ້ ກໍຍັງຍາດໄດ້ລາງວັນ ອັນດັບ 3 ຊຸດປະຈໍາຊາດດີເດັ່ນ ມາໃຫ້ຄົນລາວໄດ້ດີນໍາໃຈນໍາ…

ຕົວແທນສາວງາມຈາກເວທີ Miss Teen Laos ອີກຄົນໜຶ່ງຄື ນ້ອງ ແຮນນ້າ ໂຣເຊັ່ນບຣູ້ມ ທີ່ໄດ້ເດີນທາງໄປປະກວດເວທີ Miss Asia Global 2019 ທີ່ປະເທດອິນເດຍ ແລະ ສາມາດຄວ້າລາງວັນ Miss social media ມາໄດ້… ຂໍຊົມເຊິຍໃນຄວາມສາມາດຂອງນ້ອງສາວຄົນນີ້ອີກເທື່ອໜຶ່ງ

ແລະ ສາວງາມຄົນສຸດທ້າຍຄື ສາວງາມລູ້ນໃຫຍ່ທີ່ເປັນຕົວແທນປະເທດລາວໄປປະກວດນັ້ນກໍຄື ທ່ານ ນາງ ມາໄລທອງ ສີລິລັກ (ປິວ) ອາຍຸ 55 ປີ ເຂົ້າຮ່ວມປະກວດການຄົ້ນຫາ ລາຊະນີແຫ່ງການທ່ອງທ່ຽວ  Mrs Truism pageant 2019 ຮອບຕັດສິນຈັັດຂຶ້ນທີ່ປະເທດຟີລິບປິນ ແລະ ໄດ້ເຂົ້າຮອບ 5 ຄົນສຸດທ້າຍື ພ້ອມທັງຍາດໄດ້ລາງວັນ Mrs Truism Earth 2019 ມາຄອງ…

ແລະ ທັງໝົດນີ້ກໍແມ່ນ ນາງງາມຕົວແທນປະເທດລາວປະຈໍາປີ 2019 ທີ່ໄດ້ໄປປະກວດແລ້ວສາມາດຍາດລາງວັນມາໄດ້ ແຕ່ລະຄົນນັ້ນບໍ່ທໍາມະດາເລີຍແມ່ນບໍ່??? ນອກຈາກນັ້ນ ກໍຍັງມີສາວງາມຕົວແທນປະເທດລາວທີ່ມີໂອກາດໄປປະກວດຫຼາຍໆເວທີແຕ່ບໍ່ສາມາດຍາດລາງວັນມາໄດ້ ແຕ່ທຸກຄົນກໍໄດ້ສະແດງສັກກະຍາພາບ ແລະ ເຜີຍແຜ່ຄວາມເປັນລາວສູ່ສາຍຕາຕ່າງຊາດໄດ້ຫຼາຍພໍສົມຄວນ!!! ຂວັນໃຈ ກໍຂໍສະແດງຄວາມຊົມເຊີຍແມ່ຍິງລາວທຸກຄົນ ແລະ ຍັງເຊື່ອສະເໝີວ່າ ແມ່ຍິງລາວ ມີຄວາມສາມາດ ພ້ອມຈະກ້າວຂຶ້ນໄປທຽບເທົ່າສາກົນ!!!

ແບ່ງປັນ