Breaking News

Entertainment Lao

ຊ໊ອກວົງການບັນເທີງລາວ!! ແອັບເປີ່ນ ອາດີດນາງງາມ, ນາງແບບ, MC ແລະ ພິທີກອນລາຍການດັງ “ເຈັດວັນຫັນສາ” ເສຍຊີວິດ ຍ້ອນຕິດເຊື້ອໃນກະແສເລືອດ…

ເປັນອີກຂ່າວທີ່ເສົ້າສະຫຼົດໃຈແຕ່ເຊົ້າ ເພາະຕື່ນຂຶ້ນມາກໍພົບຂ່າວທີ່ເສົ້າໂສກເສຍໃຈ ໄວ້ອາໄລເຖິງອາດີດ ພິທີກອນ, ນາງແບບ, ນາງງາມ ແລະ MC ສາວ ແອັບເປິ່ນ ສຸດາລັດ ຄູນມາລາ ທີ່ໄດ້ຈາກພວກເຮົາໄປໂດຍບໍ່ມີວັນຫວນຄືນມາ ຂອງບັນດາໝູ່ເພື່ອນ ຄົນສະໜິດຂອງສາວແອັບເປິ່ນ ໂດຍສະເພາະ ອ້າຍຕຸ້ຍ ໂອເວີ້ ແດ້ນສ ທີ່ໄດ້ໂພສຜ່ານ Face book ສ່ວນຕົວ Touy Overdance ເປັນການໄວ້ອາໄລແກ່ ໝູ່ສະນິດທີ່ເຄີຍເຮັດວຽກໃນວົງການທັນເທິງນໍາກັນມາດົນວ່າ “ເສຍໃຈທີ່ໄດ້ຍີນຂ່າວແບບກະທັນຫັນ ? ແຕ່ຕ້ອງຍອມຮັບ ເພາະມັນເຖິງເວລາທີ່ນາງຟ້າຕ້ອງກັບສະຫວັນແລ້ວ…RIP Apple Khounmala “ພວກເຮົາຈົ່ງຮັກແພງກັນໄວ້ ຕອນທີ່ຍັງມີຊີວີດຢູ່ ເພາະຊີວິດຄົນເຮົາມັນແສນສັ້ນ…ຈາກກັນມື້ໃດກໍ່ບໍ່ຮູ້” ອ້າຍTar Bannokໄດ້ກ່າວໄວ້ ;(” ຫຼັງຈາກນັ້ນກໍໄດ້ມີໝູ່ເພື່ອນໃນວົງການ ພ້ອມດ້ວຍແຟນຄຣັບເຂົ້າໄປສະແດງຄວາມເສຍໃຈກັບການຈາກໄປຂອງ ສາວແອັບເປິ່ນ ເປັນຈໍານວນຫຼວງຫຼາຍ… ເຊິ່ງສາເຫດການເສຍຊີວິດຂອງ ສາວແອັບເປິ່ນ ໃນຄັ້ງນີ້ ແມ່ນຄາດວ່າອາດຈະເກີດຈາກ ອາການພູມແພ້ (ຕິດເຊື້ອໃນກະແສເລືອດ) ທີ່ຫາກໍເກີດຂຶ້ນກັບສາວແອັບເປິ່ນເມື່ອບໍ່ດົນມານີ້ ແລະ ມື້ວານນີ້ເອງ (ມື້ທີ່ນາງເສຍຊີວິດ) ຕອນເຊົ້າອາການກໍຍັງປົກກະຕິ ຍັງສາມາດໄປເຮັດວຽກໄດ້ …

Read More »

ວ້າວ!!! 9 ຄົນດັງໃນວົງການບັນເທີງລາວ ກຽມເດີນທາງໄປຮັບລາງວັນ Thailand Digital Award 2020

ຖືໄດ້ວ່າເປັນອີກເລື່ອງທີ່ໜ້າຊື່ນຊົມ ແລະ ຍິນດີນໍາ ສໍາລັບ ສິລະປິນ ແລະ ຄົນດັງໃນວົງການບັນເທີງລາວຫຼາຍໆ ຄົນທີ່ໄດ້ຮັບກຽດໃນການເຂົ້າຮັບລາງວັນ Thailand Digital Award ໃນຄັ້ງນີ້ຢູ່ທີ່ປະເທດ ໄທ. ປະເທດເພື່ອນບ້ານຂອງເຮົານັ້ນເອງ ເຊິ່ງງານ Thailand Digital Award ນັ້ນເປັນງານປະກາດລາງວັນສື່ອອນລາຍທີ່ໃຫຍ່ທີ່ສຸດຂອງ ປະເທດ ໄທ. ທີ່ມອບໃຫ້ຜູ້ທີ່ມີຜົນງານດີເດັ່ນ ແລະ ສາມາດສ້າງຊື່ສຽງໄດ້ໃນຍຸກສື່ອອນລາຍ ແລະ ນີ້ຄືໂສມໜ້າຄົນດັງ  9 ຄົນ ທີ່ເປັນ ສິລະປິນ ແລະ ຄົນດັງໃນວົງການບັນເທີງລາວ ທີ່ກຽມຈະເດີນທາງໄປຮັບລາງວັນ Thailand Digital Award 2020 ໃນວັນທີ 26 ມັງກອນ 2020 ທີ່ໃກ້ຈະມາເຖິງນີ້ທີ່ຈະຈັດຂຶ້ນທີ່ ບາງກອກ ປະເທດ ໄທ. ເຊິ່ງຈະມີໃຜນັ້ນເຮົາມາເບິ່ງນໍາກັນເລີຍ!!! 1. ທ່ານ ເທບມະຫາວິໄຊ (ຕ້າ) …

Read More »

ຊົມເຊີຍ!! ນາງງາມໃຈບຸນ ຢຸ້ຍ ສັນທະນີ Miss Supranational Laos 2018 ກຽມຈັດແຟຊັນໂຊ ການກຸສົນຄັ້ງທໍາອິດທີ່ ນະຄອນປາກເຊ…

ຖ້າເວົ້າເຖິງວົງການບັນເທິງລາວ ຄົງຈະບໍ່ມີໃຜຈະບໍ່ຮູ້ຈັກຜູ້ຍິງຄົນນີ້ “ຢຸ້ຍ ສັນທະນີ” Miss Supranational Laos 2018 ເພາະວ່ານາງເປັນນາງງາມ ແລະ ນາງແບບ ທີ່ໜ້າຈັບຕາເບິ່ງອີກຄົນໜຶ່ງເລີຍກໍວ່າໄດ້.  ແລະຫຼ້າສຸດ ສາວ ຢຸ້ຍ ກໍໄດ້ກຽມຈະຈັດງານ Fashion show “Pakse Fashion Week” ຂຶ້ນເປັນຄັ້ງທໍາອິດ ຢູ່ທີ່ ນະຄອນປາກເຊ ແຂວງ ຈໍາປາສັກ ໃນວັນທີ 4 ເມສາ 2020. ເຊິ່ງງານແຟຊັນໂຊຄັ້ງນີ້ ແມ່ນເປັນງານເດີນແບບເພື່ອການກຸສົນ ໂດຍການລວມເອົາບັນດາ ນາງແບບ, ນາຍແບບ, ສິນລະປິນ-ນັກຮ້ອງ ແລະ ເນັດໄອດອລຄົນດັງຂອງລາວມາຮ່ວມ  ເພື່ອລະດົມທຶນໄປຊ່ວຍເຫລືອຜູ້ທີ່ຮັບຜົນກະທົບຈາກ ໄພນໍ້າຖ້ວມ. ຫຼັງຈາກທີ່ຫ່າງຫາຍໄປຈາກວົງການໄລຍະໜຶ່ງ ເພື່ອຫັນໜ້າເຂົ້າສູ່ການປະຕິບັດທໍາບວດຂາວ  ຢູ່ທີ່ວັດແຫ່ງໜຶ່ງຂອງປະເທດໄທ .   ນີ້ຖືໄດ້ວ່າ ເປັນການຫວນຄືນເຂົ້າສູ່ວົງການບັນເທິງອີກຄັ້ງຂອງ  “ຢຸ້ຍ” ພ້ອມປັບລຸກໂສມໃໝ່ທີ່ໝັ້ນໃຈກວ່າເກົ່າ ພ້ອມທັງຜັນຕົວເອງມາເຮັດໂຄງການເພື່ອຊ່ວຍເຫຼືອສັງຄົມ “ຢຸ້ຍ” ໄດ້ກ່າວໃນວີດີໂອວ່າ  ການເຮັດວຽກຊ່ວຍເຫຼືອສັງຄົມໃນການຈັດງານຄັ້ງນີ້ ເພື່ອລະດົມທຶນໄປຊ່ວຍເຫຼືອໂຮງຮຽນໃນເຂດ …

Read More »

ດົນໆຈະໄດ້ເຫັນ!!! ນຸ້ຍ ສຸພາພອນ Miss Universe Laos 2017 ໃນຊູດລອຍນນໍ້າ… ບອກເລີຍວ່າ ແຊ໋ບອີ່ຫຼີ!!!

ເປັນນາງງາມຈັກກະວານລາວອີກຄົນໜຶ່ງທີ່ກະແສແຮງບໍ່ເຄີຍຕົກ ສໍາລັບສາວ ນຸ້ຍ ສຸພາພອນ  Miss Universe Laos 2017 ຕັ້ງແຕ່ຕອນທີ່ໄດ້ຕໍາແໜ່ງມາໃໝ່ໆ ຈົນຮອດປັດຈຸບັນທີ່ນີ້ ສາວນຸ້ຍ ກໍໄດ້ຜັນຕົວເອງມາຮັບຫຼາກຫຼາຍບົດບາດຂຶ້ນ ບໍ່ວ່າຈະເປັນ ຖ່າຍແບບ, ເດີນແບບ, ສະແດງຮູບເງົາ, MV ເພງ ລວມໄປເຖິງການຖ່າຍໂຄສະນາຕ່າງໆ ທີ່ເປັນຜົນງານອອກມາໃຫ້ແຟນຄຣັບຕິດຕາມຢູ່ເປັນປະຈໍາ ແລະ ຜົນງານຕ່າງໆ ກໍຍັງໄດ້ກະແສຕອບຮັບເປັນຢ່າງດີ… ແລະເມື່ອບໍ່ດົນມານີ້ື ສາວນຸ້ຍ ກໍໄດ້ມີການໂພສຮູບພາບເບື້ອງຫຼັງການຖ່າຍໂຄສະນາໃຫ້ກັບ ໂຮງແຮມດັງແຫ່ງໜຶ່ງ ໂດຍຮູບພາບດັ່ງກ່າວ ແມ່ນສາວນຸ້ຍໄດ້ມີການໃສ່ຊຸດລອຍນໍ້າ ແລະ ໂພສທ່າເຊັກຊີ່ເລັກນ້ອຍ ແຕ່ບອກເລີຍວ່າ ຄວາມແຊ໋ບນັ້ນບໍ່ໄດ້ເລັກນ້ອຍເລີຍ!! ເພາະດົນໆຈະໄດ້ເຫັນສາວນຸ້ຍອອກມາໂພສຮູບແບບນີ້ ມື້ນີ້ແອັດມິ້ນກໍເລີຍນໍາເອົາມາອວດແຟນໆຂວັນໃຈເຮົານໍາ… ຢາກຮູ້ວ່າຈະແຊ໋ບ ຈະເຊັກຊີ່ ຂະໜາດໃດນັ້ນ ມາເບິ່ງນໍາກັນເລີຍ!!! Miss Universe Laos 2017 Sexy Girl ກາບ… ຫຸ່ນນາງ ເປະແຮງ… ແຊ໋ບບບ ຂອບໃຈຮູບພາບຈາກ: …

Read More »

ຍິນດີນໍາ!! ສີລະປິນລາວ ດອກຫຍ້າ ຖິ່ນລໍາພອນ (ເຈົ້າຂອງເພງດັງ 14 ກຸມພາ) ໄດ້ຮັບລາງວັນ International Music Festival ທີ່ປະເທດຫວຽດນາມ…

ໃນລະຫວ່າງວັນທີ 10-11 ມັງກອນ 2020 ທີ່ຜ່ານມານັ້ນ ຢູ່ທີ່ປະເທດຫວຽດນາມໄດ້ຈັດງານ Halong International Music Festival 2020 ຂຶ້ນ ໂດຍໄດ້ເຊີນເອົາສີລະປິນນັກຮ້ອງເຂົ້າຮ່ວມປະກວດທັງໝົດ 7 ປິເທດ ໃນນັ້ນກໍມີປະເທດລາວເຮົາທີ່ໄດ້ເຂົ້າຮ່ວມ ແລະ ສາມາດຄວ້າລາງວັນມາໄດ້ພ້ອມ… ເຊິ່ງຜູ້ໄດ້ຮັບລາງວັນຈາກເວທີດັ່ງກ່າວກໍຄື ສາວ ດອກຫຍ້າ ຖິ່ນລໍາພອນ ໄດ້ຮັບລາງວັນ International Music Festival. ໂດຍຫຼັງຈາກທີ່ໄດ້ຮັບລາງວັນນີ້ ສາວ ດອກຫຍ້າ ກໍໄດ້ໂພສຂໍ້ຄວາມຜ່ານ Facebook ສ່ວນຕົວ ເພື່ອຂໍຂອບໃຈອາຈານ ແລະ ກຳມະການທີ່ໃຫ້ໂອກາດຜູ້ນ້ອຍໄດ້ສະແດງຄວາມສາມາດໃນເວທີອັນຊົງກຽດແຫ່ງນີ້ ແລະ ຂອບໃຈຫມູ່ເພື່ອນທຸກຄົນທີ່ໃຫ້ກຳລັງຕະຫລອດມາ… ສໍາລັບ ສາວ ດອກຫຍ້າ ຖິ່ນລໍາພອນ ແມ່ນເປັນນັກຮ້ອງແນວເພງລູກທົ່ງ ສັງກັດໃນຄ້າຍເພງ ນາຄາມີເດຍ ເຈົ້າຂອງຜົນງານເພງ ຊິໄຫ້ນຳບໍ່, 14 ກຸມພາ, ໃຫ້ນ້ອງເຫົງາດີກວ່າເຂົາເຈັບ, ບະປູຊອກຫາແຟນ …

Read More »