Breaking News

ຍິນດີນໍາ!! ສີລະປິນລາວ ດອກຫຍ້າ ຖິ່ນລໍາພອນ (ເຈົ້າຂອງເພງດັງ 14 ກຸມພາ) ໄດ້ຮັບລາງວັນ International Music Festival ທີ່ປະເທດຫວຽດນາມ…

ແບ່ງປັນ

ໃນລະຫວ່າງວັນທີ 10-11 ມັງກອນ 2020 ທີ່ຜ່ານມານັ້ນ ຢູ່ທີ່ປະເທດຫວຽດນາມໄດ້ຈັດງານ Halong International Music Festival 2020 ຂຶ້ນ ໂດຍໄດ້ເຊີນເອົາສີລະປິນນັກຮ້ອງເຂົ້າຮ່ວມປະກວດທັງໝົດ 7 ປິເທດ ໃນນັ້ນກໍມີປະເທດລາວເຮົາທີ່ໄດ້ເຂົ້າຮ່ວມ ແລະ ສາມາດຄວ້າລາງວັນມາໄດ້ພ້ອມ… ເຊິ່ງຜູ້ໄດ້ຮັບລາງວັນຈາກເວທີດັ່ງກ່າວກໍຄື ສາວ ດອກຫຍ້າ ຖິ່ນລໍາພອນ ໄດ້ຮັບລາງວັນ International Music Festival.

ໂດຍຫຼັງຈາກທີ່ໄດ້ຮັບລາງວັນນີ້ ສາວ ດອກຫຍ້າ ກໍໄດ້ໂພສຂໍ້ຄວາມຜ່ານ Facebook ສ່ວນຕົວ ເພື່ອຂໍຂອບໃຈອາຈານ ແລະ ກຳມະການທີ່ໃຫ້ໂອກາດຜູ້ນ້ອຍໄດ້ສະແດງຄວາມສາມາດໃນເວທີອັນຊົງກຽດແຫ່ງນີ້ ແລະ ຂອບໃຈຫມູ່ເພື່ອນທຸກຄົນທີ່ໃຫ້ກຳລັງຕະຫລອດມາ…

ສໍາລັບ ສາວ ດອກຫຍ້າ ຖິ່ນລໍາພອນ ແມ່ນເປັນນັກຮ້ອງແນວເພງລູກທົ່ງ ສັງກັດໃນຄ້າຍເພງ ນາຄາມີເດຍ ເຈົ້າຂອງຜົນງານເພງ ຊິໄຫ້ນຳບໍ່, 14 ກຸມພາ, ໃຫ້ນ້ອງເຫົງາດີກວ່າເຂົາເຈັບ, ບະປູຊອກຫາແຟນ ແລະ ອີກຫຼາຍເພງ… ພ້ອມທັງເປັນນັກຮ້ອງອີກຄົນໜຶ່ງທີ່ບໍ່ເຄີຍຢຸດທີ່ຈະພັດທະນາຕົນເອງ ເພາະເມື່ອປີ 2019 ນາງກໍໄດ້ເຂົ້າຮ່ວມໂຄງການປະກວດ Miss Laos 2019 ແລະ ໃນປີນີ້ ກໍໄດ້ເຂົ້າຮ່ວມແຂ່ງຂັນໃນງານ Halong International Music Festival 2020 ຈົນໄດ້ຮັບລາງວັນ  International Music Festival ມາຄອງ!!! ກໍຕ້ອງຂໍສະແດງຄວາມດີໃຈ ແລະ ຊົມເຊີຍໃນຄວາມສາມາດຂອງສາວ ດອກຫຍ້າ ນໍາຫຼາຍໆເດີ້… ພ້ອມທັງເປັນກໍາລັງໃຈໃຫ້ສ້າງສັນຜົນງານດີໆ ອອກມາໃຫ້ແຟນເພງໄດ້ຮັບຊົມຕະຫຼອດໄປເດີ້!!!

ຂອບໃຈຮູບປະກອບ

ແບ່ງປັນ