Breaking News

ສັນຍານອັນຕະລາຍ!!!ບອກວ່າ… ເຮົາກຳລັງຕຶງຄຽດກັບວຽກງານຫຼາຍ

ແບ່ງປັນ

ຮູ້ສຶກວ່າເຮົາກຳລັງເບິ່ງໂລກໃນແງ່ຮ້າຍ

ລອງກວດກາຕົວເອງເບິ່ງວ່າເຮົາເລີ່ມເບິ່ງທຸກໆເລື່ອງເປັນດ້ານລົບໝົດເຊັ່ນ: ຄິດວ່າຈະມີເພື່ອນຮ່ວມວຽກມາເອົາປຽບເຮົາຕະຫຼອດ ຄົນໃນຫ້ອງການຍື່ນມືເຂົ້າມາຊ່ວຍກໍຄິດວ່າເຂົາມີສິ່ງແອບແຝງ, ເພື່ອນຮ່ວມງານສະເໜີ Idea ຜ່ານ ກໍຄິດວ່າຫົວໜ້າລໍາອຽງ ແບບນີ້ສະແດງວ່າເຮົາມີຄວາມຕຶງຄຽດຈາກວຽກງານເຖິງ 99,9 %  ດັ່ງນັ້ນ ຂໍແນະນໍາໃຫ້ສາວໆລອງດຶງສະຕິຂອງຕົນເອງກັບຄືນມາ ພາຕົນເອງມາພົບມຸມໃໝ່ໆໃນດ້ານບວກ ແລ້ວຈະເຮັດໃຫ້ຄວາມຕຶງຄຽດທີ່ມີໃນຕົວເຮົາເບົາບາງລົງ ແລະ ກໍຈະມີຄວາມສຸກກັບວຽກງານຫຼາຍຂຶ້ນ

ຈົ່ມທຸກເລື່ອງໃນບ່ອນເຮັດວຽກລົງໃນ Social

ເຫັນມາຫຼາຍແລ້ວສໍາລັບຄົນທີ່ມັກຈົ່ມທຸກຈົ່ມຍາກໃນ Social ເພື່ອຈະຮຽກຮ້ອງຄວາມສົນໃຈຈາກເພື່ອນຮ່ວມງານ ຫາກເຂົາເຂົ້າມາອ່ານ ຈໍາພວກລັກດ່າຫົວໜ້າຜ່ານສື່ ຈໍາພວກຈົ່ມວ່າວຽກຫຼາຍ… ແບບນີ້ໝັ້ນໃຈໄດ້ເລີຍເດີ້ວ່າ ເຮົາກໍາລັງຕຶງຄຽດກັບວຽກງານຢ່າງໜັກ ແບບນີ້ຈະເຮັດໃຫ້ສົ່ງຜົນເສຍທັງສຸຂະພາບ ແລະ ຈິດໃຈເຮົາເອງ ທີ່ສໍາຄັນແມ່ນສັງຄົມຈະເບິ່ງວ່າ ເຮົາບໍ່ເປັນມືອາຊີບ

ຮູ້ສຶກເມື່ອຍຕະຫຼອດເວລາ

ເຮັດວຽກໜັກ ລາພັກປະຈໍາປີແລ້ວ ກໍຍັງບໍ່ເຊົາເມື່ອຍ ບອກເລີຍວ່າສິ່ງທີ່ເຮົາເປັນແບບນີ້ກໍຍ້ອນວ່າເຮົາເມື່ອຍ ແລະ ຕຶງຄຽດຈາກການເຮັດວຽກຫຼາຍຈົນເກີນໄປ ທັງໆທີ່ນອນພັກຜ່ອນຢູ່ບ້ານ ກໍຍັງບໍ່ເວັ້ນທີ່ຈະຄິດຫ່ວງເລື່ອງວຽກງານ ຂໍແນະນໍາໃຫ້ລອງປ່ອຍວາງ ແລະ ລອງຫາກິດຈະກຳມ່ວນໆຫຼີ້ນ ເພື່ອຄາຍຄວາມຕຶງຄຽດອອກຈາກສະໝອງ ແລະ ຈິດໃຈ

ວິຕົກກັງວົນກັບທຸກໆເລື່ອງ

ລອງຄິດທົບທວນເບິ່ງວ່າ ເຮົາມີອາການແບບນີ້ ຫຼືບໍ່ ເຊັ່ນ: ຢ້ານເຮັດວຽກບໍ່ໄດ້ ບໍ່ເຊື່ອໝັ້ນໃນຕົວເອງ ຢ້ານໄປໝົດທຸກເລື່ອງ… ຖ້າເປັນເຊັ່ນນີ້ ສະແດງວ່າເຮົາມີຄວາມຕຶງຄຽດເກີນໄປ ລອງສູດຫາຍໃຈເຂົ້າເລິກໆ ປ່ອຍວາງ ປ່ອຍໃຈໃຫ້ສະບາຍ ທໍາຄວາມເຂົ້າໃຈວ່າວຽກງານບາງຢ່າງ ຖ້າມັນໃຫຍ່ຫຼາຍກໍບໍ່ແປກທີ່ເຮົາຈະຕ້ອງຄິດໜັກ ແຕ່ບາງເທື່ອການວິຕົກກັງວົນຫຼາຍຈົນເກີນໄປ ກໍມີແຕ່ຈະເຮັດໃຫ້ເຮົາມີຄວາມຮູ້ສຶກກົດດັນຜົນອອກມາກໍຈະບໍ່ໄດ້ດີດັ່ງທີ່ເຮົາຕັ້ງໃຈ.

ແບ່ງປັນ