Breaking News

ຍິນດີນໍາ!!! ສາວງາມ ຈາກ ສປປ ລາວ ຄວ້າ 2 ຕໍາແໜ່ງ ຈາກເວທີ Miss Hmong international 2020 ຈາກ ປະເທດໄທ…

ແບ່ງປັນ

ປັດຈຸບັນນີ້ ແມ່ຍິງລາວ ຊົນເຜົ່າມົ້ງ ກໍໄດ້ສ້າງບົດບາດໃນສັງຄົມຫຼາຍຂຶ້ນ ແລະ ຫຼາຍພາກສ່ວນກໍໃຫ້ຄວາມສໍາຄັນ ໂດຍສະເພາະໃນເວທີ ນາງງາມ ທີ່ທຸກໆປີກໍໄດ້ມີການຈັດການປະກວດ Miss Hmong ໃນງານປະເພນີຂອງຊົນເຜົ່າມົ້ງ ນອກຈາກນັ້ນ ໃນເວທີນາງງາມຫຼາຍໆເວທີ ສາວມົ້ງເຮົາກໍໄດ້ເຂົ້າຮ່ວມປະກວດ ແລະ ໄດ້ຮັບລາງວັນໄປຫຼາຍຄົນ. ແລະ ເມື່ອບໍ່ດົນມານີ້ ນາງງາມສາວມົ້ງ ນາງ ປ່າຢອງ ເຮີ່ຫວ່າງຕົວ  ສາວງາມຈາກແຂວງ ໄຊສົມບູນ ກໍໄດ້ເປັນຕົວແທນ ປະເທດລາວ ເພື່ອໄປປະກວດ ເວທີ Miss Hmong international 2020 ຢູ່ທີ່ ປະເທດໄທ ແລະ ສາມາດຄ້ວາລາງວັນ ຮອງອັນດັບທີ່ 1 Miss Hmong international ແລະ Miss Beauty Smile  ມາຄອງ… ເຊິ່ງຖືວ່າເປັນອີກຂ່າວດີສໍາລັບວົງການນາງງາມລາວເຮົາ ທີ່ເປັນອີກບາດກ້າວໜຶ່ງໃນການສ້າງຊື່ສຽງ ແລະ ຄວາມເປັນລາວສູ່ເວທີສາກົນ. ທາງຂວັນໃຈ ກໍຂໍສະແດງຄວາມຍິນນໍາ!!!  ສາວ  ປ່າຢອງ ເຮີ່ຫວ່າງຕົວ  ນໍາເດີ້ທີ່ຄວ້າ 2 ຕໍາແໜ່ງໄປຄອງ…

 

ຂອບໃຈຮູບຈາກເພສ: Miss Hmong Laos Hmong Laos New Year

ແບ່ງປັນ