Breaking News

ຊ໊ອກວົງການບັນເທີງລາວ!! ແອັບເປີ່ນ ອາດີດນາງງາມ, ນາງແບບ, MC ແລະ ພິທີກອນລາຍການດັງ “ເຈັດວັນຫັນສາ” ເສຍຊີວິດ ຍ້ອນຕິດເຊື້ອໃນກະແສເລືອດ…

ແບ່ງປັນ

ເປັນອີກຂ່າວທີ່ເສົ້າສະຫຼົດໃຈແຕ່ເຊົ້າ ເພາະຕື່ນຂຶ້ນມາກໍພົບຂ່າວທີ່ເສົ້າໂສກເສຍໃຈ ໄວ້ອາໄລເຖິງອາດີດ ພິທີກອນ, ນາງແບບ, ນາງງາມ ແລະ MC ສາວ ແອັບເປິ່ນ ສຸດາລັດ ຄູນມາລາ ທີ່ໄດ້ຈາກພວກເຮົາໄປໂດຍບໍ່ມີວັນຫວນຄືນມາ ຂອງບັນດາໝູ່ເພື່ອນ ຄົນສະໜິດຂອງສາວແອັບເປິ່ນ ໂດຍສະເພາະ ອ້າຍຕຸ້ຍ ໂອເວີ້ ແດ້ນສ ທີ່ໄດ້ໂພສຜ່ານ Face book ສ່ວນຕົວ Touy Overdance ເປັນການໄວ້ອາໄລແກ່ ໝູ່ສະນິດທີ່ເຄີຍເຮັດວຽກໃນວົງການທັນເທິງນໍາກັນມາດົນວ່າ “ເສຍໃຈທີ່ໄດ້ຍີນຂ່າວແບບກະທັນຫັນ ? ແຕ່ຕ້ອງຍອມຮັບ ເພາະມັນເຖິງເວລາທີ່ນາງຟ້າຕ້ອງກັບສະຫວັນແລ້ວ…RIP Apple Khounmala “ພວກເຮົາຈົ່ງຮັກແພງກັນໄວ້ ຕອນທີ່ຍັງມີຊີວີດຢູ່ ເພາະຊີວິດຄົນເຮົາມັນແສນສັ້ນ…ຈາກກັນມື້ໃດກໍ່ບໍ່ຮູ້” ອ້າຍTar Bannokໄດ້ກ່າວໄວ້ ;(” ຫຼັງຈາກນັ້ນກໍໄດ້ມີໝູ່ເພື່ອນໃນວົງການ ພ້ອມດ້ວຍແຟນຄຣັບເຂົ້າໄປສະແດງຄວາມເສຍໃຈກັບການຈາກໄປຂອງ ສາວແອັບເປິ່ນ ເປັນຈໍານວນຫຼວງຫຼາຍ…

ເຊິ່ງສາເຫດການເສຍຊີວິດຂອງ ສາວແອັບເປິ່ນ ໃນຄັ້ງນີ້ ແມ່ນຄາດວ່າອາດຈະເກີດຈາກ ອາການພູມແພ້ (ຕິດເຊື້ອໃນກະແສເລືອດ) ທີ່ຫາກໍເກີດຂຶ້ນກັບສາວແອັບເປິ່ນເມື່ອບໍ່ດົນມານີ້ ແລະ ມື້ວານນີ້ເອງ (ມື້ທີ່ນາງເສຍຊີວິດ) ຕອນເຊົ້າອາການກໍຍັງປົກກະຕິ ຍັງສາມາດໄປເຮັດວຽກໄດ້ ແຕ່ຫຼັງຈາກນັ້ນກໍເກີດມີອາການຊ໊ອກໝົດສະຕິໄປ ເມື່ອນໍາສົ່ງໂຮງໝໍກໍບໍ່ສາມາດເອົາໄດ້ທັນແລ້ວ…

ຈາກການເສຍຊີວິດຂອງ ສາວແອັບເປິ່ນ ໃນຄັ້ງນີ້ ຖືວ່າເປັນການສູນເສຍບຸກຄົນທີ່ມີຄວາມສາມາດຫຼາກຫຼາຍອີກຄົນໜຶ່ງ ແລະ ເປັນການສູນເສຍບຸກຄົນສໍາຄັນຂອງວົງການບັນເທີງລາວເຮົານໍາ ພ້ອມທັງຍັງເປັນອຸທາຫອນໃຫ້ກັບຫຼາຍໆຄົນໄດ້ອີກວ່າ “ຊີວິດຄົນເຮົາບໍ່ມີຫຍັງແນ່ນອນ ຊິຈາກກັນໄປມື້ໃດຍັງບໍ່ຮູ້” ເຊິ່ງຂວັນໃຈ ກໍຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ສູນເສຍ ແລະ ໄວ້ອາໄລເຖິງຜູ້ຈາກໄປ ຂໍໃຫ້ ສາວແອັບເປິ່ນ ໄປເປັນນາງຟ້າໂຕນ້ອຍໆຢູ່ເທິງຟ້າເດີ້!!!

ຂອບໃຈຮູບພາບຈາກ: Apple Khounmala 

ແບ່ງປັນ