Breaking News

ອັບເດດ ຕົວເລກຫຼ້າສຸດ “ໄວຣັສ ອັກເສບປອດ” ຈາກ ສປຈີນ ແລະ ແຈ້ງການໃຫ້ຄົນລາວ ກຽມຮັບມືກັບເຊື້ອໄວຣັສສາຍພັນໃໝ່

ແບ່ງປັນ

ປັດຈຸບັນ ມີເຊື້ອພະຍາດຫຼາຍຊະນິດເກີດຂຶ້ນເຊິ່ງເປັນສິ່ງທີ່ເຮົາເບິ່ງບໍ່ເຫັນໄດ້ດ້ວຍຕາເປົ່າ ແລະ ຄາດການໄດ້ຍາກ ແນ່ນອນວ່າມັນເກີດຂຶ້ນໄດ້ທຸກເມື່ອສະນັ້ນ ທຸກຄົນຄວນມີສະຕິຮັກສາສຸຂະພາບຕົນເອງໃຫ້ດີ ໂດຍສະເພາະໄລຍະນີ້ ພະຍາດທີ່ກຳລັງລະບາດຫຼາຍທີ່ສຸດ ກໍໜີບໍ່ພົ້ນ ‘ໄວຣັສອັກເສບປອດ’  ເຊິ່ງໄວຣັສສາຍພັນໃໝ່ນີ້ກຳລັງຖືກກ່າວເຖິງຫຼາຍທີ່ສຸດ ແລະ  ຕອນນີ້ເຊື່ອພະຍາດຊະນິດນີ້ມີການລະບາດຢ່າງຫນັກ ເຮັດໃຫ້ຄົນເສຍຊີວິດ ແລະ ສາມາດຕິດຕໍ່ຈາກຄົນສູ່ຄົນ.  ໃນຊ່ວງນີ້ ພໍດີເປັນຊ່ວງກຸດ ຄົນລາວ ຫຼືນັກສຶກສາທີ່ໄປຮຽນຢູ່ຈີນທີ່ໄດ້ພັກກັບມາບ້ານ ຄົນຈີນເອງພັກຍາວກໍອອກໄປທ່ຽວຕ່າງປະເທດ ເຮັດໃຫ້ມີຄວາມສ່ຽງລະບາດໄປຫລາຍປະເທດ ພວກເຮົາ ຄົນລາວ ກໍ່ເຊັ່ນດຽວກັນຕ້ອງໄດ້ລະມັດລະວັງເປັນພິເສດ.

ຕອນນີ້ ຫ້ອງການ ກະຊວງສາທາລະນະສຸກ ແຈ້ງການດ່ວນ! ສະກັດກັ້ນ ພະຍາດປອດອັກເສບສາຍພັນໃໝ່  ແຈ້ງໃຫ້ບັນດາດ່ານສາກົນທີ່ມີຊາຍແດນຕິດຈອດກັບ ສປ ຈີນ ແລະ ສະໜາມບິນສາກົນແຫ່ງຕ່າງໆໃນທົ່ວປະເທດຈົ່ງຕິດຕາມໃກ້ສິດ ຕໍ່ເຊື້ອພະຍາດດັ່ງກ່າວ.  ເພາະວ່າຕອນນີ້ມີການລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່(Novel Corona  Virus-nCOV) ຢູ່ເມືອງອູຫ່ານ ແຂວງຫູເປີ່ຍ ຂອງ ສປຈີນ ໃນວັນທີ 13 ມັງກອນ 2020 ຫ້ອງວິເຄາະຢັ້ງຢືນວ່າມີ 41 ກໍລະນີ ໃນນັ້ນຮຸນແຮງ 7 ກໍລະນີ ເສຍຊີວິດໄປແລ້ວ 1 ຄົນ, ຕິດຕາມເຝົ້າລະວັງກໍລະນີສຳຜັດ 763 ຄົນ.  ສຳລັບຕົວເລກລວມຂອງຜູ້ຕິດເຊື້ອພະຍາດດັ່ງກ່າວຕາມການຢືນຢັນຈາກເຈົ້າໜ້າທີ່ແພດໝໍມາຮອດເວລາ 21:00 ໂມງຂອງວັນທີ 21 ມັງກອນ 2020 ມີທັງໝົດ 307 ຄົນ ໃນນັ້ນຫຼາຍກວ່າໝູ່ແມ່ນຢູ່ ຫູເປີ່ຍຈຸດເລີ່ມຕົ້ນ.

ຂະນະນີ້ຕົວເລກທີ່ຄາດການວ່າຈະຕິດເຊື້ອພະຍາດໄວຣັສ ມີປະມານ 180 ຄົນ, ພ້ອມດຽວກັນນີ້ຍັງມີຜູ້ເສຍຊີວິດແລ້ວຈຳນວນ 6 ຄົນ, ສ່ວນຢູ່ ນອກ ສປ ຈີນແມ່ນມີການຢືນຢັນວ່າພົບຢູ່ຍີ່ປຸ່ນ 1 ຄົນ, ເກົາຫຼີ 1 ຄົນ ແລະ ປະເທດໄທ 2 ຄົນ.

ສະນັ້ນຊ່ວງນີ້ໃຜທີ່ກຳລັງເປັນຫວັດເປັນໄອ ຮີບໄປໂຮງຫມໍດ່ວນ ໂດຍສະເພາະຄົນທີ່ຢູ່ໃນກຸ່ມສ່ຽງດັ່ງນີ້:
– ຫາກໍເດີນທາງມາແຕ່ຈີນ
– ເຮັດວຽກ, ພົວພັນ, ໃກ້ຊິດກັບຄົນຈີນທີ່ຫາກໍເຂົ້າມາລາວ

ຖ້າໃຜທີ່ກຳລັງຢູ່ໃນກຸ່ມທີ່ສ່ຽງ ແລະ ມີອາການເປັນຫວັດເປັນໄອ ຄວນແຈ້ງເຈົ້າຫນ້າທີ່ສາທາລະນະສຸກ ເພື່ອຈະໄດ້ກວດສອບຢ່າງລະອຽດ ແລະ ສັກຢາກັນເຊື້ອດ່ວນ

ເປັນແນວໃດໄລຍະນີ້ກໍຂໍໃຫ້ທຸກຄົນຮັກສາສຸຂະພາບແດ່ເດີ້ !!!

ຂອບໃຈຂໍ້ມູນຈາກເພສ: ຊຸບຊິບບັນເທິງ

 

ແບ່ງປັນ