ຖືໄດ້ວ່າເປັນອີກເລື່ອງທີ່ໜ້າຊື່ນຊົມ ແລະ ຍິນດີນໍາ ສໍາລັບ ສິລະປິນ ແລະ ຄົນດັງໃນວົງການບັນເທີງລາວຫຼາຍໆ ຄົນທີ່ໄດ້ຮັບກຽດໃນການເຂົ້າຮັບລາງວັນ Thailand Digital Award ໃນຄັ້ງນີ້ຢູ່ທີ່ປະເທດ ໄທ. ປະເທດເພື່ອນບ້ານຂອງເຮົານັ້ນເອງ
ເຊິ່ງງານ Thailand Digital Award ນັ້ນເປັນງານປະກາດລາງວັນສື່ອອນລາຍທີ່ໃຫຍ່ທີ່ສຸດຂອງ ປະເທດ ໄທ. ທີ່ມອບໃຫ້ຜູ້ທີ່ມີຜົນງານດີເດັ່ນ ແລະ ສາມາດສ້າງຊື່ສຽງໄດ້ໃນຍຸກສື່ອອນລາຍ ແລະ ນີ້ຄືໂສມໜ້າຄົນດັງ 9 ຄົນ ທີ່ເປັນ ສິລະປິນ ແລະ ຄົນດັງໃນວົງການບັນເທີງລາວ ທີ່ກຽມຈະເດີນທາງໄປຮັບລາງວັນ Thailand Digital Award 2020 ໃນວັນທີ 26 ມັງກອນ 2020 ທີ່ໃກ້ຈະມາເຖິງນີ້ທີ່ຈະຈັດຂຶ້ນທີ່ ບາງກອກ ປະເທດ ໄທ. ເຊິ່ງຈະມີໃຜນັ້ນເຮົາມາເບິ່ງນໍາກັນເລີຍ!!!
1. ທ່ານ ເທບມະຫາວິໄຊ (ຕ້າ) ໄຊທິລາດ ຜູ້ບໍລິຫານ ບໍລິສັດ ກ້າວໜ້າລາວ ເອັນເຕີເທັນເມັນ ຈຳກັດ ນັກຮ້ອງ ນັກສະແດງ ແລະ ນັກແຕ່ງເພງ ໄດ້ຮັບລາງວັນ Thailand Digital Award 2020 ສາຂາ ລາງວັນສິລະປິນນັກຮ້ອງດີເດັ່ນ ຜູ້ສ້າງແຮງບັນດານໃຈໃນຍຸກ Digital
2. ທ່ານ ນາງ ຈັນພອນມະນີ ສຸດຕະວົງ Toon Diva ຮອງຜູ້ບໍລິຫານ ບໍລິສັດ ກ້າວໜ້າລາວ ເອັນເຕີເທັນເມັນ ຈຳກັດ ສິລະປິນ ນັກຮ້ອງ ໄດ້ຮັບລາງວັນ Thailand Digital Award 2020 ສາຂາ ນັກຮ້ອງຍິງດີເດັ່ນ ຜູ້ສ້າງແຮງບັນດານໃຈໃນຍຸກ Digital
3. ທ່ານ ນາງ ຕົ້ນຄຳ ພົນຈັນເຮືອງ (Jenny) Miss World Laos 2017 ຜູ້ບໍລິຫານ ຕົ້ນຄຳ Modeling ນາງແບບ ນັກສະແດງ ແລະ ພິທີກອນ ໄດ້ຮັບລາງວັນ Thailand Digital Award 2020 ສາຂາ ລາງວັນ ດາລາຍິງດີເດັ່ນ ຜູ້ສ້າງແຮງບັນດານໃຈໃນຍຸກ Digital
4. ທ່ານ ຄຳເພົ້າ ບົວພັນ ນັກອອກແບບເສື້ອຜ້າ ແລະ ເຈົ້າຂອງຫ້ອງເສື້ອ ຄຳເພົ້າ ສັ່ງໄດ້ ໄດ້ຮັບລາງວັນ Thailand Digital Award 2020 ສາຂາ ນັກອອກແບບເສື້ອຜ້າດີເດັ່ນ ຜູ້ສ້າງແຮງບັນດານໃຈໃນຍຸກ Digital
5. ທ່ານ ສຸລິຍົມ ຈັນດາລາສານ ຜູ້ອຳນວຍການ ບໍລິສັດ ພູນຊັບ ຟາຣ໌ມາ ຈຳກັດ ຜູ້ກໍ່ຕັ້ງ ຮ້ານຕັດຜົມຊາຍ The Barber Lao ຜູ້ບໍລິຫານ ຄຣີນິກ ວຽງຈັນ ສາກົນ ໄດ້ຮັບລາງວັນ Thailand Digital Award 2020 ສາຂາ ລາງວັນ ນັກທຸລະກິດໜຸ່ມດີເດັ່ນຜູ້ສ້າງແຮງບັນດານໃຈໃນຍຸກ Digital
6. ທ່ານ ນາງ ພອນວິໄລ ແສນປະເສີດ ເຈົ້າຂອງທຸລະກິດອະສັງຫາລິມະຊັບ ທີ່ປຶກສາກິດຕິມະສັກ ບໍລິສັດ ກ້າວໜ້າລາວ ເອັນເຕີເທັນເມັນ ຈຳກັດ ໄດ້ຮັບລາງວັນ Thailand Digital Award 2020 ສາຂາ ລາງວັນ ແມ່ຍິງລາວດີເດັ່ນ ຜູ້ສ້າງແຮງບັນດານໃຈໃນການຊ່ວຍເຫຼືອສັງຄົມໃນຍຸກ Digital
7. ທ່ານ ວັນນະເສີມ ສີສົມບັດ (Teler) ສິນລະປິນ ນັກຮ້ອງ ນັກສະແເດງ ແລະ ນາຍແບບ ໄດ້ຮັບລາງວັນ Thailand Digital Award 2020 ສາຂາ ລາງວັນ ນັກສະແດງຊາຍດີເດັ່ນ ຜູ້ສ້າງແຮງບັນດານໃຈໃນຍຸກ Digital
8. ທ່ານ ພະນາສິດ ບຸນວິໄລ (Win) ສິນລະປິນ ນັກຮ້ອງ ນັກສະແເດງ ແລະ ນາຍແບບ ໄດ້ຮັບລາງວັນ Thailand Digital Award 2020 ສາຂາ ລາງວັນ ນັກສະແດງຊາຍລຸ້ນໜຸ່ມດີເດັ່ນ ຜູ້ສ້າງແຮງບັນດານໃຈໃນຍຸກ Digital
9. ທ່ານ ອິນດູ່ ສີຫາປັນຍາ ສິນລະປິນ ນັກຮ້ອງ ນັກສະແເດງ ແລະ ນາຍແບບ ໄດ້ຮັບລາງວັນ Thailand Digital Award 2020 ສາຂາ ລາງວັນ ນັກຮ້ອງຊາຍລຸ້ນໜຸ່ມດີເດັ່ນ ຜູ້ສ້າງແຮງບັນດານໃຈໃນຍຸກ Digital
ຈັງໃດທາງຂວັນໃຈກໍຂໍສະແດງຄວາມຍິນດີນໍາທັງ 9 ຄົນທີ່ໄດ້ຮັບລາງວັນໃນຄັ້ງນີ້ເດີ!!!
ຂອບໃຈຂໍ້ມູນຈາກ: Soupsip Update
Tagged Thailand Digital Award 2020