Breaking News

Entertainment Lao

ສາວ Air hostess ທີ່ງາມທີ່ສຸດໃນໂລກ!!!

ສະມາຄົມແອໂຮເຕສໂລກ ຫຼື ດັບເບິນຢູເອເອັສເອ (WASA) ໄດ້ຕັດສິນໃຫ້ ນາງ Liu Miaomiao ອາຍຸ 27 ປີແອໂຮສະເຕສຂອງສາຍການບິນເຊິນເຈິ່ນແອໄລນ໌ ຄອງຕໍາແໜ່ງ ແອໂຮສະເຕດທີ່ງາມທີ່ສຸດໃນໂລກຈາກການຄັດເລືອກ ແອໂຮດສະເຕດທົ່ວໂລກກວ່າ 30 ຄົນ. ສິ່ງທີ່ເຮັດໃຫ້ Liu Miaomiao ເອົາຊະນະໃຈຜູ້ໂດຍສານ ແລະ ຄະນະກໍາມະການຄື ການໃຫ້ບໍລິການດ້ວຍຮອຍຍິ້ມ ທີ່ມາຈາກການເຝິກແອບຢ່າງເຂັ້ມຂຸ້ນ ດ້ວຍການຍິ້ມເປັນເວລາຫຼາຍຊົ່ວໂມງ ເພື່ອໃຫ້ໄດ້ຮອຍຍິ້ມທີ່ສົມບູນ ແລະ ງົດງາມທີ່ສຸດ. ຫຼັງຈາກທີ່ເລີ່ມເຮັດອາຊີບແອໂຮສະເຕສ ໃນປີ 2010 ແຕ່ນອກຈາກຮອຍຍິ້ມທີ່ຈົບງາມແລ້ວ ນາງຍັງຄໍານຶງເຖິງຄວາມປອດໄພຂອງຜູ້ໂດຍສານໃນກໍລະນີເກີດເຫດສຸກເສີນນໍາອີກ ຈົນໃນປີ 2014 Liu Miaomiao ໄດ້ເລື່ອນຕໍາແໜ່ງເປັນລະດັບຫົວໜ້າຈາກການທຸ່ມເທໃຫ້ກັບວຽກງານຢ່າງເຕັມຄວາມສາມາດ. ແຕ່ເຖິງແນວໃດກໍຕາມ ເກນການຕັດສິນຕໍາແໜ່ງ ແອໂຮສະເຕສທີ່ງາມທີ່ສຸດໂລກ ຂອງດັບເບິ່ນຢູເອເອສເອ (WASA) ຕັດສິນຈາກຄວາມງາມພາຍນອກ 30%, ຄວາມງາມຈາກພາຍໃນ 30% ຄວາມເປັນທີ່ນິຍົມຂອງແອໂຮສະເຕສອີກ 40% ແຕ່ນອກຈາກຄວາມງາມແລ້ວຍັງຕ້ອງມີຄວາມອ່ອນໂຍນ, …

Read More »

MV ເພງ:  “ແທງ” ພຽງ 4 ມື້ ມີຜູ້ເຂົ້າຊົມຫຼາຍກວ່າ 22 ພັນຄັ້ງ

ຫຼັງຈາກປ່ອຍຜົນງານເພງ ແທງ 1 ເດືອນຜ່ານໄປກໍໄດ້ມີຜູ້ຮັບຊົມຫຼາຍກວ່າ 86 ພັນຄັ້ງ ແລະໃໝ່ຫຼ້າສຸດນີ້ ຜົນງານ ວິດີໂອ ເອັມວີ ເພງແທງກໍສຳເລັດເປັນທີ່ຮຽບຮ້ອຍແລ້ວ ຫຼັງຈາກໄດ້ໂພດຜ່ານທາງຢູທູບພຽງ 4 ມື້ແຕ່ວັນທີ່ 18-21 ຕຸລານີ້ກໍມີຜູ້ເຂົ້າຊົມຫຼາຍກວ່າ 22 ພັນຄັ້ງ ແລະ ຍັງຈະມີຜູ້ເຂົ້າຊົມທຸກໆມື້ເພີ່ມຂຶ້ນເລື້ອຍໆ ເຫັນກະແສຕອບຮັບຢ່າງຫຼວງຫຼາຍແບບນີ້ແລ້ວ ກໍຂໍເປັນກຳລັງໃຈໃຫ້ບັນດາສິລະປິນລາວທຸກຄ້າຍ ຕັ້ງໃຈຜະລິດຜົນງານດີໆອອກມາເລື້ອຍໆເດີ!  

Read More »

ກຽມແຂ່ງຂັນຮູບເງົາສັ້ນ ວຽງຈັນນານ 2017 ລອງສະໝັກເບິ່ງເດີ້ ໃຜທີ່ມີຄວາມຝັນ

ງານແຂ່ງຂັນຮູບເງົາສັ້ນ ວຽງຈັນນານ (Vientianale)ກັບມາແລ້ວ! ເຊີນທຸກໆຄົນເຂົ້າມາຮ່ວມແຂ່ງຂັນຮູບເງົາສັ້ນນຳກັນຫຼາຍໆ ຮັບສະໝັກລົງທະບຽນ ການແຂ່ງຂັນດັ່ງກ່າວ ເປີດໃຫ້ ທຸກໆຄົນທີ່ດຳລົງຊີວີດຢູ່ໃນ ສປປ.ລາວ, ໂດຍບໍ່ຈໍາແນກສັນຊາດ ແລະຄວາມສາມາດປະສົບການໃນການຜະລິດຮູບເງົາ. ການແຂ່ງຂັນ ປີນີ້ ບໍ່ມີຫົວຂໍ້, ດັ່ງນັ້ນ ພວກເຮົາຈື່ງເຊີນຊວນໃຫ້ທຸກຄົນນໍາໃຊ້ຈິນຕະນາການຂອງຕົນເອງເຕັມທີ່. ຄະນະກຳມະການອິດສະຫຼະ ຈະເປັນຜູ້ເລືອກ ຮູບເງົາສັ້ນທີ່ດີທີ່ສຸດ 3 ເລື່ອງໂດຍມີລາງວັນດັ່ງລຸ່ມນີ້: ລາງວັນທີ່ 1: 8,000,000 ກີບ ລາງວັນທີ່ 2: 5,000,000 ກີບ ລາງວັນທີ່ 3: 3,000,000 ກີບ ຮູບເງົາທີ່ສົ່ງເຂົ້າປະກວດຈະໄດ້ຮັບການສາຍໃນ ມື້ສຸດທ້າຍຂອງ ງານເທດສະການຮູບເງົາ ວຽງຈັນນານ. ເຊິ່ງໃນມື້ນັ້ນ, ຜູ້ທີ່ເຂົ້າຊົມກໍ່ສາມາດເລືອກໃຫ້ຄະແນນຮູບເງົາທີ່ມັກ ແລະ ສົນໃຈ ເພື່ອໃຫ້ ລາງວັນຮູບເງົາຂັວນໃຈຜູ້ຊົມ. ປິດຮັບສະໝັກ: ວັນສຸກ ທີ່ 31 ມັງກອນ 2017 ຮູບເງົາທີ່ສົ່ງເຂົ້າປະກວດຈະຕ້ອງປະຕິບັດຕາມເງື່ອນໄຂ …

Read More »

ເພງ: ແທງ ສິລະປິນ: ຕ່າຍ ອາກາດ ເພງໃໝ່ ໃນປີ 2016

ຄ້າຍເພງ ອິນດີ້ ເລັກຄອດ ໄດ້ຈັດສ້າງຜົນງານໃໝ່ໆຂອງ ສິລະປິນທາງຄ້າຍອອກມາເລື້ອຍໆ ເຊິ່ງຫຼ້າສຸດກໍໄດ້ອຳນວຍການສ້າງ ເພງ: ແທງ ຂອງສິລະປຶນ: ຕ່າຍ ອາກາດ ເປັນບົດເພງໃໝ່ ໃນປີ 2016 ຂອບໃຈຂໍ້ມູນຈາກ: Taiy Singer

Read More »

Air Asia ຈະມອບລາງວັນໃຫ້ນາງສາວມີສະເໜໃນເວທີ Miss lao 2016

ໃນງານຖະແຫຼງຂ່າວ Air Asia ກ່າວວ່າ: ຈະມອບລາງວັນໃຫ້ແກ່ນາງສາວ ທີ່ໄດ້ຕໍາແໜ່ງ ນາງສາວມີສະເໜ ໂດຍຈະໄດ້ຂີ່ຍົນຟຣີກັບແອເອເຊຍ ເປັນເວລາ 1 ປີ ລວມມີສອງນາງສາວທີ່ຈະໄດ້ຮັບລາງວັນນີ້ຄື: ຈະມອບໃຫ້ຜູ້ທີ່ຊະນະເລີດນາງສາວລາວ 2016 ແລະສ່ວນອີກລາງວັນໜຶ່ງ ຈະມອບໃຫ້ຜູ້ທີ່ມີຄຸນສົມບັດທີ່ໄດ້ເປັນ ນາງສາວມີສະເໜ ເຊິ່ງຜູ້ທີ່ຈະໄດ້ຮັບຕໍາແໜ່ງນາງສາວມີສະເໜ ບໍ່ຈຳເປັນຕ້ອງງາມເລີດ ແລະ ງາມທີ່ສຸດ ພຽງແຕ່ ນໍາເອົາຄວາມມີສະເໜນັ້ນ ອອກມາປະກອບໃສ່ໃນກິລິຍາການປາກເວົ້າ, ສີໜ້າ ແລະ ແວວຕາ ໃຫ້ທຸກຢ່າງມີສະເໜໂດດເດັ່ນທີ່ສຸດ.     ເຊິ່ງ Air Asia ກໍອີກເປັນບໍລິສັດໜຶ່ງທີ່ໃຫ້ການສະໜັບສະໜູນຫຼັກໃນໂຄງການປະກວດ ນາງສາວລາວ 2016 (Miss lao 2016) ແລະປີນີ້ກໍເປັນປີທໍາອິດທີ່ Air Asia ໄດ້ໃຫ້ການສະໜັບສະໜູນ ນອກນັ້ນ ໃນໄລຍະຜ່ານມາ Air Asia ກໍໄດ້ໃຫ້ການສະໜັບສະໜູນໃນຫຼາຍໆເວທີທັງພາຍໃນປະເທດໄທ ແລະ ຕ່າງປະເທດ ງານຖະແຫຼງຂ່າວດັ່ງກ່າວ …

Read More »