Breaking News

ສາວ Air hostess ທີ່ງາມທີ່ສຸດໃນໂລກ!!!

ແບ່ງປັນ

ສະມາຄົມແອໂຮເຕສໂລກ ຫຼື ດັບເບິນຢູເອເອັສເອ (WASA) ໄດ້ຕັດສິນໃຫ້ ນາງ Liu Miaomiao ອາຍຸ 27 ປີແອໂຮສະເຕສຂອງສາຍການບິນເຊິນເຈິ່ນແອໄລນ໌ ຄອງຕໍາແໜ່ງ ແອໂຮສະເຕດທີ່ງາມທີ່ສຸດໃນໂລກຈາກການຄັດເລືອກ ແອໂຮດສະເຕດທົ່ວໂລກກວ່າ 30 ຄົນ.

  • ສິ່ງທີ່ເຮັດໃຫ້ Liu Miaomiao ເອົາຊະນະໃຈຜູ້ໂດຍສານ ແລະ ຄະນະກໍາມະການຄື ການໃຫ້ບໍລິການດ້ວຍຮອຍຍິ້ມ ທີ່ມາຈາກການເຝິກແອບຢ່າງເຂັ້ມຂຸ້ນ ດ້ວຍການຍິ້ມເປັນເວລາຫຼາຍຊົ່ວໂມງ ເພື່ອໃຫ້ໄດ້ຮອຍຍິ້ມທີ່ສົມບູນ ແລະ ງົດງາມທີ່ສຸດ. ຫຼັງຈາກທີ່ເລີ່ມເຮັດອາຊີບແອໂຮສະເຕສ ໃນປີ 2010 ແຕ່ນອກຈາກຮອຍຍິ້ມທີ່ຈົບງາມແລ້ວ ນາງຍັງຄໍານຶງເຖິງຄວາມປອດໄພຂອງຜູ້ໂດຍສານໃນກໍລະນີເກີດເຫດສຸກເສີນນໍາອີກ ຈົນໃນປີ 2014 Liu Miaomiao ໄດ້ເລື່ອນຕໍາແໜ່ງເປັນລະດັບຫົວໜ້າຈາກການທຸ່ມເທໃຫ້ກັບວຽກງານຢ່າງເຕັມຄວາມສາມາດ.
  • ແຕ່ເຖິງແນວໃດກໍຕາມ ເກນການຕັດສິນຕໍາແໜ່ງ ແອໂຮສະເຕສທີ່ງາມທີ່ສຸດໂລກ ຂອງດັບເບິ່ນຢູເອເອສເອ (WASA) ຕັດສິນຈາກຄວາມງາມພາຍນອກ 30%, ຄວາມງາມຈາກພາຍໃນ 30% ຄວາມເປັນທີ່ນິຍົມຂອງແອໂຮສະເຕສອີກ 40% ແຕ່ນອກຈາກຄວາມງາມແລ້ວຍັງຕ້ອງມີຄວາມອ່ອນໂຍນ, ຄວາມຮູ້, ຄວາມສະຫຼາດ ແລະ ເປັນທີ່ຮັກມັກຂອງຜູ້ໂດຍສານນໍາອີກ.

4-1-1-768x572

3-1-1-768x575

11-3-768x452

2-5-768x512

10-1-e1480624696856-768x419

ແບ່ງປັນ