Breaking News

ສາວໆລະວັງ!! ຕິດແຟນຫຼາຍເກີນໄປລະວັງອົກຫັກແບບບໍ່ຮູ້ໂຕ

ແບ່ງປັນ

ສາວໆຄວນລະວັງໄວ້ເດີ ຖ້າຕິດແຟນຫຼາຍເກີນໄປອາດຈະເຮັດໃຫ້ຄວາມຮັກຈົບລົງແບບບໍ່ຮູ້ຕົວ ຜູ້ຍິງບາງຄົນເມື່ອມີຄວາມຮັກກໍມັກຈະລືມທຸກສິ່ງທຸກຢ່າງ ຖິ້ມໝູ່ ຫຼືບໍ່ໃສ່ໃຈຄອບຄົວ ເພາະເອົາເວລາທັງໝົດໄປທຸ່ມເທໃຫ້ກັບຄົນຮັກ ເຊິ່ງມັນກໍ່ບໍ່ແມ່ນເລື່ອງຜິດທີ່ເຈົ້າຈະຮັກ ແລະ ເບິ່ງແຍງໃສ່ໃຈຄົນຮັກຕະຫຼອດເວລາ ມັນຈະບໍ່ເປັນການດີບໍ? ຖ້າເຈົ້າຮູ້ຈັກຈໍາແນກ ພ້ອມກັບແບ່ງເວລາໃຫ້ຄົນທີ່ຢູ່ອ້ອມຮອບໂຕເຮົານໍາ ພໍຈະມີຊ່ອງວ່າງໃຫ້ໂຕເຈົ້າ ແລະ ໂຕເຂົາຮູ້ຈັກຄໍາວ່າ “ຄິດຮອດ” ກັນແດ່ເລັກນ້ອຍ ຖ້າຕອນນີ້ເຈົ້າຍັງບໍ່ໝັ້ນໃຈວ່າໂຕເອງຕິດແຟນເກີນໄປ ຫຼື ບໍ່? ກໍລອງມາກວດເບິ່ງວ່າ 6 ສັນຍານທີ່ເຮົາເອົາມາຝາກນີ້ເລີຍ…

1 ຊີວິດຂອງຄົນຮັກຄືຊີວິດຂອງເຮົາ

       ເຖິງແມ່ນວ່າຈະເປັນຄູ່ຮັກກັນ ແຕ່ກໍ່ບໍ່ໄດ້ໝາຍຄວາມວ່າໂຕເຈົ້າຈະສາມາດເຂົ້າໄປຈັດການທຸກຢ່າງແທນເຂົາໄດ້ ຖ້າຫາກເຈົ້າລໍຖ້າກວດສອບທຸກຢ່າງຂອງການສື່ສານຂອງເຂົາ ທັງ ໂທລະສັບ FaceBook, Line  ຫຼື ຕິດຕາມທຸກການເຄື່ອນໄຫວຂອງລາວ ປະຕິບັດໂຕຄືກັບ GPS ນັ້ນ ກໍ່ສະແດງວ່າເຈົ້າຕິດແຟນພໍສົມຄວນແລ້ວ ນອກນັ້ນ ຍັງສະແດງວ່າເຈົ້າບໍ່ໄວ້ໃຈ ແລະ ໃຫ້ກຽດຄົນຮັກເລີຍ ທາງທີ່ດີເຈົ້າໜ້າຈະຖອຍອອກມາຈັກກ້າວ ໃຫ້ຄົນຮັກມີພື້ນທີ່ສ່ວນໂຕມັນຈະດີກັບໂຕເຈົ້າ ແລະ ຄົນຮັກນໍາອີກ.

2 ຢ້ານວ່າຄົນຮັກຈະຖິ້ມໄປ

ຫາກເຈົ້າກໍາລັງຢ້ານວ່າແຟນຈະຖິ້ມເຈົ້າໄປ ກໍ່ເລີຍປະຕິບັດໂຕຕິດຕາມກັນຕະຫຼອດເວລາ ເລີກຄວາມຄິດແບບນີ້ໄດ້ເລີຍສາ!! ເພາະຄິດຫຼາຍເທົ່າໃດຍິ່ງເປັນການທໍາຮ້າຍຄົນຮັກ ແລະ ໂຕເຈົ້າເອງ ທີ່ສໍາຄັນຄົງບໍ່ມີຜູ້ຊາຍຄົນໃດຖິ້ມຄົນທີ່ໂຕເອງຮັກໄດ້ດອກ! ຖ້າຫາກເຈົ້າເປັນຄົນທີ່ເຂົາຮັກແລ້ວກໍ່ບໍ່ຕ້ອງຢ້ານຫຍັງອີກຕໍ່ໄປ ເອົາເວລາທີ່ມີໄປເຮັດສິ່ງດີໆ ໃຫ້ກັນແລະກັນດີກວ່າ.

3 ຄົນຮັກຕ້ອງຢູ່ກັບເຮົາຕະຫຼອດເວລາ

       ໃນເມື່ອຄວາມຮັກຄືການໃຫ້ ດັ່ງນັ້ນ ເຈົ້າກໍບໍ່ຄວນໃຊ້ຄວາມຮັກມາເປັນຂໍ້ອ້າງເພື່ອດຶງໃຫ້ຄົນຮັກໃຫ້ຢູ່ກັບເຮົາຕະຫຼອດເວລາ ຫຼືມີແຜນທີ່ຈະໄປທ່ອງທ່ຽວສະຖານທີ່ຕ່າງໆໃນມື້ພັກຜ່ອນ ກໍຄວນປ່ຽນຄວາມຄິດຈາກເຄີຍໄປກັບຄົນຮັກ ປ່ຽນມາຊວນໝູ່ເພື່ອນແບບນີ້ກໍ່ຈະເຮັດໃຫ້ໄດ້ບັນຍາກາດອີກແບບໜຶ່ງຄືກັນ.

4 ທຸກຄວາມຄິດໃນຊີວິດມີຄົນຮັກຢູ່ໃນສະໝອງ

ບໍ່ວ່າຈະຫາຍໃຈເຂົ້າ-ອອກ ກໍ່ຕ້ອງຄິດຮອດຄົນຮັກຢູ່ຕະຫຼອດເວລາ ແລະ ທຸກຢ່າງໃນຊີວິດສ່ວນໂຕກໍ່ຕ້ອງມີລາວຢູ່ຮ່ວມ ລະວັງຈະເກີດຄວາມຊິນເຄີຍຈົນເປັນນິດໄສ ຖ້າຫາກປະໃຫ້ເປັນແບບນີ້ໄປດົນໆ ອາດຈະກາຍເປັນຄົນທີ່ຢູ່ຄົນດຽວບໍ່ໄດ້ ເພາະຖ້າມື້ໜຶ່ງຫາກເກີດຄວາມບໍ່ເຂົ້າໃຈຈົນເຖິງຂັ້ນເລີກລາກັນຈະເຮັດໃຫ້ປັບຕົວກັບການຢູ່ຄົນດຽວໄດ້ຍາກ.

5 ບໍ່ພໍໃຈທຸກເທື່ອ ຖ້າໂຕເອງບໍ່ມີສ່ວນຮ່ວມຂອງແຜນ

ຖືວ່າເປັນເລື່ອງທໍາມະດາທີ່ຄົນຮັກຈະມີແຜນເຮັດບາງຢ່າງພຽງຜູ້ດຽວ ຫຼື ການອອກໄປທ່ອງທ່ຽວກັບໝູ່ເພື່ອນຂອງລາວໂດຍບໍ່ມີເຈົ້າ ເພາະຜູ້ຊາຍກໍ່ຮູ້ສຶກທີ່ຢາກເຮັດຫຍັງຄືກັບຕອນຍັງໂສດ ແຕ່ຖ້າສິ່ງທີ່ຜູ້ຊາຍກ່າວມານັ້ນເຮັດໃຫ້ເຈົ້າບໍ່ພໍໃຈ ຫຼື ຄຽດຂົມ ແນະນໍາໃຫ້ເຈົ້າ ຫາຍໃຈເລິກໆ, ສະຫງົບຈິດໃຈ ແລ້ວປະໃຫ້ຜູ້ຊາຍອອກໄປມ່ວນຊື່ນເຮຮາກັບໝູ່ຂອງເຂົາສາ! ຊິໃຫ້ຜູູ້ຊາຍມາປ່ອຍຄາລົມຫວານຢູ່ກັບເຈົ້າຕະຫຼອດເວລາກໍ່ບໍ່ແມ່ນນິໄສຢູ່ແລ້ວ.

6 ພະຍາຍາມຈະຮູ້ລະຫັດຜ່ານ

       ບາງຄົນກວດໂທລະສັບຢ່າງດຽວບໍ່ພໍ ແຕ່ຍັງໃຊ້ Log In ເຂົ້າໄປກວດເບິ່ງການເຄື່ອນໄຫວຂອງຜູ້ຊາຍໃນໂລກ OnLine ນໍາອີກ ຖ້າເຂົາບໍ່ເວົ້າຫຍັງກໍແລ້ວໄປ ແຕ່ຜູ້ຊາຍບາງຄົນນັ້ນຖືວ່າເປັນເລື່ອງສ່ວນໂຕ ແລະຖ້າຫາກຜູ້ຊາຍຮູ້ຂຶ້ນມາກໍ່ຈະເຮັດໃຫ້ຜິດຖຽງກັນໄດ້ແບບງ່າຍໆເລີຍລະ!

ເຖິງແມ່ນວ່າຄວາມໃກ້ຊິດຈະເຮັດເຈົ້າ ແລະ ຄົນຮັກສະນິດສະໜົມກັນຫຼາຍ ແຕ່ການທີ່ເຈົ້າໃກ້ຊິດຕິດໂຕຫຼາຍເກີນໄປ ກໍ່ອາດຈະສ້າງຄວາມອຶດອັດ ແລະ ລໍາບາກໃຈໃຫ້ກັບຄົນຮັກໄດ້ຄືກັນ ດັ່ງນັ້ນ: ຢ່າລືມແບ່ງເວລາໃຫ້ກັບຕົວເອງ ຄົນຮັກ, ໝູ່ເພື່ອນ ແລະ ຄອບຄົວ ເພາະອີກຢ່າງຖ້າເສຍເຂົາໄປແລ້ວ ກໍຍັງມີບຸກຄົນເຫຼົ່ານີ້ຖ້າໃຫ້ກໍາລັງໃຈຢູ່.

1458287320-original

ແບ່ງປັນ