Breaking News

ຄວາມຮັກຂອງເຮົາຍັງດີຢູ່ຫຼືບໍ່? ມາເບິ່ງນຳກັນ

ແບ່ງປັນ

ຄວາມຮັກ ເປັນເລື່ອງຂອງຄົນ 2​ ຄົນ ຖ້າຫາກທັດສະນະຄະຕິບໍ່ກົງກັນ ຫຼືບໍ່ສາມາດປັບໂຕເຂົ້າຫາກັນໄດ້ກໍອາດຈະຕ້ອງແຍກທາງກັນໄປ ແຕ່ຖ້າສັງເກດເບິ່ງແລ້ວ ຍັງຢູ່ໃນ 5 ຂໍ້ ລຸ່ມນີ້ ສະແດງວ່າຄວາມຮັກຍັງດີ ແລະ ໜ້າຈະຢູ່ນຳກັນໄປຕະຫຼອດລອດຝັ່ງ.

1 ທ່ານ ແລະ ຄົນຮັບເຕີບໃຫຍ່ຂຶ້ນພ້ອມກັນ

ບໍ່ມີຫຍັງທີ່ຈະເຈັບສຳຫຼັບຄູ່ຮັກຫຼາຍກວ່າ ຝ່າຍໃດຝ່າຍໜຶ່ງເປັນຜູ້ໃຫຍ່ໃນດ້ານຄວາມຄິດ ແລະ ມີພັດທະນາການເປັນຜູ້ໃຫຍ່ ໃນຂະນະທີ່ອີກຝ່າຍຍັງຢູ່ໃນຈຸດເກົ່າ, ຖ້າເຂົ້າສູ່ສະຖານະການດັ່ງກ່າວ ຄູ່ຮັກຫຼາຍຄູ່ຈະຕ້ອງຮອດທາງຕັນ ແຕ່ຖ້າຄູ່ຮັກຄູ່ໃດມາຮອດຈຸດນີ້ ແລະ ຮຽນຮູ້ຄວາມເປັນຜູ້ໃຫຍ່ຂອງອີກຝ່າຍ ພວກເຂົາກໍຈະພະຍາຍາມພັດທະນາຕົນເອງໃຫ້ທັນກັນ ແລະ ເຕີບໃຫຍ່ໄປພ້ອມກັນ ທັງອາລົມ, ຈິດໃຈ ແລະ ການເບິ່ງໂລກ. ຖ້າທ່ານ ແລະ ຄູ່ຮັກຢູ່ໃນສະຖານະການແບບນີ້ ເອີ້ນໄດ້ວ່າຄວາມຮັກຍັງດີຢູ່.

2 ຮູ້ຈັກເວັ້ນໄລຍະ ພື້ນທີ່ສ່ວນຕົວຂອງກັນ ແລະ ກັນ

ຈົ່ງປ່ອຍວາງພື້ນທີ່ວ່າງ ສະຫວ່າງ 2 ຄົນ ໄວ້ແດ່ ການເປັນຄູ່ຮັກກັນບໍ່ຈຳເປັນຕ້ອງຈັບມືກັນຕະຫຼອດກໍໄດ້ ປ່ອຍມືເພື່ອໃຫ້ເກີດພື້ນທີ່ວ່າງຂອງທັງສອງຝ່າຍ ໃຫ້ແຕ່ລະຄົນໄດ້ມີໂອກາດຊອກຫາຕົວຕົນຂອງຕົນເອງ.

3 ເປັນກຳລັງໃຈໃຫ້ກັນໃນມື້ທີ່ມີບັນຫາ

ຊີວິດໃນປັດຈຸບັນນັ້ນ ຄົນເຮົາທກຄົນມີຄວາມຄິດຕ່າງ ການອອກໄປສູ່ໂລກພາຍນອກນັ້ນຕ້ອງມີຄວາມກົດດັນ ແລະ ວຸ້ນວາຍ,​ ຄວາມໝາຍຂອງຄູ່ຮັກ ຈຶ່ງບໍ່ໄດ້ໝາຍເຖິງຄວາມຮັກແຕ່ຢ່າງດຽວ ແຕ່ມັນໝາຍເຖິງການເປັນທີ່ພັກໃຈໃຫ້ກັນ ແລະ ກັນ ເມື່ອຝ່າຍໜຶ່ງມີບັນຫາ ອີກຝ່າຍກໍຕ້ອງຊ່ວຍໃຫ້ກຳລັງໃຈ ແລະ ສະໜັບສະໜູນກັນ.

961963406

4 ສົ່ງເສີມກັນ ແລະ ກັນ ບໍ່ເວົ້າຍ້ອງຍໍກັນເກີນຄວາມຈິງ

ການທີ່ເປັນຄູ່ຮັກກັນ ມັກຈະເຫັນວ່າຄູ່ຂອງຕົນເອງນັ້ນດີເກີນຄວາມເປັນຈິງ ຫຼືມີຄວາມສາມາດທີ່ຫຼາຍກວ່າຄົນອື່ນ ທັ້ງທີ່ໃນຄວາມເປັນຈິງແລ້ວ ຄູ່ຂອງເຮົາອາດຈະບໍ່ມີຫຍັງພິເສດຫຼາຍກວ່າຄົນອື່ນເລີຍ.​ດັ່ງນັ້ນ, ການຮັກສາສຳພັນໃນການໃຫ້ມີສຸຂະພາບທີ່ດີ ແລະ ເປັນໝູ່ກັນໄປຕະຫຼອດຊີວິດ ຄືການສະໜັບສະໜູນ ແລະ ສົ່ງເສີມອີກຝ່າຍໃນພື້ນຖານຄວາມເປັນຈິງ.

5 ຕ່າງຝ່າຍຕ່າງຮູ້ສຶກດີເວລາຢູ່ຄຽງຂ້າງກັນ

ສັນຍານທີ່ບົ່ງບອກວ່າຄວາມຮັກຂອງທ່ານຍັງດີ ຂໍ້ສຸດທ້າຍສັງເກດໄດ້ບໍ່ຍາກ ເພາະການເບິ່ງຈາກຄວາມຮູ້ສຶກຂອງທັງສອງຝ່າຍເປັນເລື່ອງຊັດເຈນ ຖ້າຫາກຕ່າງຝ່າຍຕ່າງກໍມີຄວາມສຸກເມື່ອຢູ່ນຳກັນ ໄປເຮັດກິດຈະກຳຮ່ວມກັນ ຫຼືໃຊ້ຊີວິດຮ່ວມກັນ ໂດຍບໍ່ຮູ້ສຶກເບື່ອໜ່າຍອີກຝ່າຍ ເວັ້ນພື້ນທີ່ວ່າງໃຫ້ກັນ ແລະ ກັນ ຕາມສົມຄວນ ພຽງເທົ່ານີ້ກໍຮູ້ໄດ້ແລ້ວວ່າຄວາມຮັກຂອງທ່ານດີພຽງໃດ.

ຂໍ້ມູນ:​ https://www.sanook.com/campus/1401919/

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ