Breaking News

ເວລາຄົນຍີ່ປຸ່ນອອກເດດກັບຄູ່ຮັກເປັນແນວໃດນໍ?

ແບ່ງປັນ

ເວລາຄົນຍີ່ປຸ່ນອອກເດດກັບຄູ່ຮັກເປັນແນວໃດນໍ? ຈະໜ້າຮັກມຸ້ງມິ້ງຄືໃນຊີຣີ່ກາຕູນບໍນໍ? ມື້ນີ້ແອັດຈະພາທຸກຄົນມາເບິ່ງວິທີການອອກເດດຂອງຄົນຍີ່ປຸ່ນວ່າພວກເຂົານິຍົມເຮັດຫຍັງ ຫຼືໄປໃສ ຫຼາຍທີ່ສຸດ.

ເດດແບບເນັ້ນກິນ

ເນື່ອງຈາກປະເທດຍີ່ປຸ່ນເຕັມໄປດ້ວຍອາຫານເປັນຕາແຊບຫຼາກຫຼາຍຊະນິດ ເຊິ່ງແຕ່ລະລະດູ ເມນູອາຫານກໍແຕກຕ່າງໄປອີກ ຈຶ່ງເຮັດໃຫ້ໝຸ່ມສາວຍີ່ປຸ່ນນິຍົມໄປເດດກັນຕາມຮ້ານອາຫານ, ຮ້ານກາເຟ ຫຼືຮ້ານເຂົ້າໜົມຕ່າງໆ ເພື່ອກິນອາຫານທີ່ແຊບ ແລະ ໄດ້ສົນທະນາແລກປ່ຽນເລື່ອງຂອງກັນ ແລະ ກັນ.

ເດດແບບພາໄປງານ

ຂໍ້ດີຂອງການຢູ່ໃນປະເທດທີ່ມີ 4 ລະດູ ຄືມີງານໃຫ້ໄປຫຼາກຫຼາຍ ຍົກຕົວຢ່າງເຊັ່ນ:​ ລະດູຮ້ອນ ກໍຈະໄປງານດອກໄມ້ໄຟ ເຊິ່ງຄົນຍີ່ປຸ່ນຈະນິຍົມໄປເດດກັນໂດຍໃສ່ຊຸດຢູກາຕະ, ຍ່າງຊອກກິນຂອງກິນແຊບໆ ໃນຮ້ານຄ້າໃນງານເຊັ່ນ: ພວກທາໂກະຢາກິ, ປີ້ງປາໝຶກ, ກ້ວຍຊັອກໂກແລັດ… ແລ້ວກໍມາຈອງບ່ອນເພື່ອເບິ່ງດອກໄມ້ໄຟ.

ເດດແບບພາໄປສະຖານທີ່ທ່ອງທ່ຽວ

ຖ້າເປັນອາຍຸໃນລະດັບໄວລຸ້ນຢູ່ກໍມັກຈະນິຍົມໄປທີ່ສ່ວນສະໜຸກ ຢູ່ທີ່ປະເທດຍີ່ປຸ່ນມີສວນສະໜຸກຫຼາຍ ເຊິ່ງເບິ່ງໄປທາງໃດກໍມີແຕ່ຄູ່ຮັກເຕັມໄປໝົດ ເພາະນອກຈາກຈະເປັນສະຖານທີ່ທີ່ໄປກັບຄອບຄົວ, ໄປກັບໝູ່ ຍັງນິຍົມໄປກັບແຟນນຳ.

ເດດແບບໄປຊື້ເຄື່ອງ

ການໄປເລາະຊື້ເຄື່ອງທີ່ວ່າ ອາດຈະບໍ່ໄດ້ໝາຍຄວາມວ່າຕ້ອງພາສາວໄປເລາະຊື້ເຄື່ອງນຸ່ງທຸກຮ້ານ ຈະຕ້ອງຈ່າຍເງິນຊື້ ແຕ່ໝາຍເຖິງການໄປເລາະເບິ່ງສິ່ງຂອງຕ່າງໆນຳກັນທີ່ບໍ່ຕ້ອງຊື້ກໍໄດ້ ເພາະຫ້າງຍີ່ປຸ່ນສ່ວນໃຫຍ່ມັກຂາຍສິນຄ້າປະເພດເຄື່ອງນຸ່ງຕ່າງໆ ທັງເພດຍິງ ແລະ ເພດຊາຍ ດັ່ງນັ້ນ ເວລາລອງເຄື່ອງນຸ່ງກໍສາມາດມ່ວນຊື່ນກັບການເລືອກຊື້ນຳກັນໄດ້.

ເດດແບບຕາມຄວາມສົນໃຈ

ຖ້າຫາກວ່າທັງສອງມີຄວາມສົນໃຈທີ່ຄືກັນ ກໍມັກຈະໄປເດດໃນສະຖານທີ່ທີ່ສາມາດເຮັດວຽກນຳກັນໄດ້ ຍົກຕົວຢ່າງເຊັ່ນ: ມັກຮ້ອງເພງ ກໍພາໄປຄາຣາໂອເກະ, ມັກດົນຕີ ກໍພາໄປເບິ່ງຄອນເສີດ ເປັນຕົ້ນ.

ຂໍ້ມູນ:​ https://www.sanook.com/moshimoshi/8038/

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ