ກາຕູນເລື່ອງ: “ເທເລທັບບີສ” ຄືຊີຣີສຳຫຼັບເດັກນ້ອຍ ເປັນມະນຸດຕ່າງດາວ ມີເປົ້າໝາຍຜູ້ເບິ່ງຢູ່ທີ່ເກນອາຍຸກ່ອນເຂົ້າໂຮງຮຽນ ອອກອາກາດຕັ້ງແຕ່ວັນທີ 31 ມີນາ 1997 ເຖິງ 16 ກຸມພາ 2001. ຜະລິດລາຍການໂດຍຜູ້ອຳນວຍການຝ່າຍສ້າງສັນຂອງ ແຣ໊ກດອລ ໂປດັກຊັ່ນ ແອນ ວູດ ແລະ ແອນດຣູ ດາເວນພອດ ເຊິ່ງເປັນຄົນຂຽນບົນໃຫ້ເທເລທັບບີສທັງໝົດ 365 ຕອນ.
ເທເລທັບບີສ ອອກອາກາດໃນໂທລະພາບ ຕັ້ງແຕ່ວັນທີ 6 ເມສາ 1998 ເຖິງ ວັນທີື 15 ມິຖຸນາ 2005 ແລະ ສາຍຊໍ້າອີກຈົນຮອດວັນທີ 29 ສິງຫາ 2008 ຫຼັງຈາກນັ້ນ ຖືກດຶງອອກຈາກຕາຕະລາງການອອກອາກາດ ໂດຍເທເລທັບບີມີຕົວລະຄອນທັງໝົດ 4 ໂຕ ຄື: ທິງກີ້-ວີ້ງກີ່ (ສີມ່ວງ), ດິ໊ບຊີ່ (ສີຂຽວ), ລາລ່າ (ສີເຫຼືອງ) ແລະ ໂພ (ສີແດງ).
ປະຫວັດເທເລທັບບີສ ທັງ 4 ໂຕ
ທິງກີ້-ວິງກີ້ (Tinky Winky)
ຮັບບົດໂດຍ Simon Shelton ເປັນເທເລທັບບີສສີມ່ວງ ມັກຫິ້ວກະເປົາສີບົວອອກມາຍ່າງຫຼິ້ນໃນສວນ ທັ້ງໆທີ່ໃນເລື່ອງບໍ່ມີຫຍັງໃຫ້ຊື້ ເທິງຫົວຂອງ ທິງກີ້-ວິງກີ້ ມີລັກສະນະເປັນຮູບສາມຫຼ່ຽມ ທິງກີ້-ວິງກີ້ ເປັນຕົວແທນທະວີບເອີຣົບ ທີ່ເປັນອ້າຍໃຫຍ່ສີມ່ວງ ສື່ເຖິງຄວາມເກົ່າແກ່.
ດິ໊ບຊີ່ (Dipsy)
ຮັບບົດໂດຍ John Simm ເທເລທັບບີສ ເປັນເພດຊາຍໃນຊຸດສີຂຽວ ໂດຍຈະມີຜິວດຳກວ່າໂຕອື່ນ ສະແດງເຖິງຄົນຜິວສີນັ້ນເອງ ມັກໃສ່ໝວກອອກມາຍ່າງທ່າມກາງດວງອາທິດທີ່ເປັນໜ້າເດັກນ້ອຍຫົວ ເທິງຫົວເປັນທ້ອນຍາວໆ ສື່ເຖິງຄວາມສົມບູນ ຄວາມເປັນໜຶ່ງດຽວ ແລະ ໂລກ ໃນຖານະທີ່ເປັນແມ່ຂອງທຸກສັບພະສິ່ງ ດິ໊ບຊີ່ ເປັນໂຕແທນຂອງທະວີບອາຟຣິກາ ສີຂຽວສື່ເຖິງທຳມະຊາດ.
ລາລ່າ (Laa Laa)
ຮັບບົດໂດຍ Nicky Smedley ເປັນເທເລທັບບີສເພດຍິງທີ່ມີຄວາມໜ້າຮັກ ແລະ ອ່ອນຫວານທີ່ສຸດໃນລາຍການ ເທິງຫົວມີລັກສະນະໂຄ້ງມົນ ແລະ ປິ່ນເປັນວົງມົນ ເປັນການສະແດງເຖິງສັນຍະລັກຂອງເພດຍິງ, ຄວາມສົມບູນ, ການປ່ຽນແປງຢ່າງຕໍ່ເນື່ອງ ແລະ ວິວັດທະນາການຂອງເອກະພົບ ລາລ່າ ເປັນຕົວແທນທະວີບອາຊີ ໜ້າລາລ່າຈະອອກເປັນຜິວສີເຫຼືອງ, ສີເຫຼືອງສື່ເຖິງຄຳທີ່ຄົນອາຊີນິຍົມ.
ໂພ (Po)
ຮັບບົດໂດຍ Pui Fan Lee ເທເລທັບບີສສີແດງໄຮ້ດຽງສາທີ່ສຸດ ເປັນຕົວແທນຂອງເດັກນ້ອຍ ເທິງຫົວຂອງໂພເປັນລັກສະນະຄືທ້ອນຍາວທີ່ດ້ານເທິງເປັນຫ່ວງຢາງ ເປັນການນຳເອົາເມັດພັນພືດແຫ່ງຊີວິດໃໝ່ມາສູ່ໂລກ ໂພ ເປັນຕົວແທນຂອງທະວີບອາເມລິກາ ສີແດງສື່ເຖິງຄວາມສົດໃໝ່.
ເທເລທັບບີສ ທັງ 4 ສີ ຫຼິ້ນນຳກັນຢ່າງຄຶກຄື້ນ ແລະ ມ່ວນຊື່ນ ໃນເທເລທັບບີສແລນ (Teletubbyland) ພວກເຂົາເຮັດໃນສິ່ງທີ່ເດັກນ້ອຍຢາກຈະເຮັດເຊັ່ນ: ກິ້ງໄປມາເທິງພື້ນ, ຫົວ, ແລ່ນໄປແລ່ນມາ ແລະ ເບິ່ງເປັນເດັກນ້ອຍມະນຸດໃນໂທລະພາບທີ່ໜ້າທ້ອງ ແລະ ໂທລະສັບກໍມັກຈະປະກົດອອກມາຈາກທົ່ງຫຍ້າເພື່ອບົ່ງບອກເຖິງກິດຈະກຳໃນແຕ່ລະມື້.
ປັດຈຸບັນ, ສະຖານທີ່ຖ່າຍທຳລາຍການ ໂດຍສົມມຸດວ່າເປັນບ້ານຂອງເທເລທັບບີສ 4 ໄດ້ຖືກຮື້ຖອນ ເພື່ອສ້າງເປັນບ້ານພັກຂອງມາລີໂອ ບາໂລເຕລລີ ນັກເຕະບານຄົນອີຕາລີ ໃນສັງກັດລີເວີພູ.
ຂໍ້ມູນ: https://www.sanook.com/campus/1402148/
ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166
+856 20 52172698
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine