Breaking News

ຂຶ້ນເຮືອນໃໝ່ຂອງ ເຈ້ຍ ປາຊິຟິກ ເຮັງໆເດີ

ແບ່ງປັນ

ເປັນປີທີ່ເຮັງອີຫຼີ ສຳຫຼັບ ເຈ້ຍ ປາຊິຟິກ ເນື່ອງຈາກຜ່ານມາຊື້ລົດຄັນທີ່ລາຄາບໍ່ທຳມະດາແລ້ວ ຫຼ້າສຸດຍັງສ້າງເຮືອນຫຼັງທີ່ບໍ່ທຳມະດາເຊັ່ນກັນ.

ເຈ້ຍ ປາຊິຟິກ ເປັນນັກສະແດງ, ຜູ້ກຳກັບຮູບເງົາລາວ,​ ເຈົ້າຂອງບໍລິສັດ ແຂ້ວແຫ້ງໂປດັກຊັ່ນ ທີ່ຜົນງານຫຼາກຫຼາຍໃນວົງການບັນເທີງລາວ. ປັດຈຸບັນ, ອ້າຍເຈ້ຍ ໄດ້ແຕ່ງການກັບ ເອື່ອຍໄຊ ແລະ ມີລູກຄົນໜຶ່ງ ຊື່ ເວຫາ ຫຼ້າສຸດກຳລັງຈະໄດ້ລູກຄົນທີ່ 2 ແລ້ວເດີ.

ໃນວັນທີ 28 ກັນຍາ ຜ່ານມາ ອ້າຍເຈ້ຍກໍໄດ້ໂພສພາບເຮືອນຫຼັງໃໝ່ ທີ່ສ້າງສຳເລັດ ແລະ ກຳລັງເຮັດພິທີຂື້ນເຮືອນໃໝ່ ພ້ອມພາບກັບພັນລະຍາແສນອົບອຸ່ນ ເປັນປີທີ່ເຮັງອີຫຼີ ຂໍສະແດງຄວາມດີໃຈກັບ ອ້າຍເຈ້ຍ ແລະ ເອື່ອຍໄຊ ຂໍໃຫ້ປັນປີທີ່ດີມີໂຊກແບບນີ້ຕະຫຼອດໄປ ເຮັງໆ ຄໍ້ຄູນໆເດີ.

ຮູບພາບຈາກ:​ Phoumsana Sirivongsa

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ