Breaking News

14 ຂໍ້ຫ້າມ ບຸນຊ່ວງເຮືອທ່າວັດຈັນ

ແບ່ງປັນ

ເປັນເລື່ອງທີ່ຫຼາຍຄົນໃຫ້ຄວາມສົນໃຈຫຼາຍໃນການຈັດງານບຸນຊ່ວງເຮືອ ເພື່ອສະເຫຼີມສະຫຼອງວັນອອກພັນສາປະວໍລະນາ ເຊິ່ງອຳນາດການປົກຄອງເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ ເຊິ່ງເປັນເຈົ້າພາບໃນການຈັດງານ ບຸນຊ່ວງເຮືອ ໄດ້ອອກຂໍ້ຫ້າມ 14 ຂໍ້ໃນງານບຸນຊ່ວງເຮືອ ທີ່ທ່າວັດຈັນ ເນື່ອງໃນໂອກາດບຸນອອກພັນສາ ປະວໍລະນາ ປະຈຳປີ 2020 ຈະຈັດຂຶ້ນລະຫວ່າງວັນທີ 1-3 ຕຸລາ ນີ້. ສຳຫຼັບ 14 ຂໍ້ຫ້າມມີດັ່ງນີ້:

1 ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບ ທີ່ຜິດກົດໝາຍຂອງ ສປປ ລາວ
2 ຫ້າມຂາຍ ຫຼື ນໍາເອົາອາວຸດທຸກປະເພດ ລວມທັງ ພ້າ ມີດ ງ້າວ ໜ້າເກັກ ກະກູນສະໜັບມື ໂຄມໄຟລອຍ ແລະ ປະເພດມີຄົມຕ່າງໆ ເຂົ້າໄປໃນງານເດັດຂາດ
3 ຫ້າມນຳເອົາຢາເສບຕິດ ທາດເບື່ອ ສານເຄມີທີ່ອອກລິດທາງປະສາດທຸກຊະນິດ ເຂົ້າມາງານເດັດຂາດ, ຫ້າມເອົາສິ່ງທີ່ພາໃຫ້ເກີດສຽງດັງເກີນຂອບເຂດ ບັ້ງກະໂພກເຂົ້າມາຈຸດ ແລະ ວາງຂາຍໃນງານເດັດຂາດ.


4 ຫ້າມນຳເອົາຜະລິດຕະພັນທີ່ລອກແບບສິ້ນລາວ ຫຼື ເຄື່ອງນຸ່ງລາວ ມາຂາຍ-ຈຳໜ່າຍພາຍໃນງານເດັດຂາດ
5 ຫ້າມວາງຂາຍເຄື່ອງ ແລະ ນໍາເອົາເຄື່ອງສຽງອອກມາໂຄສະນາສິນຄ້າ ຢູ່ນອກບໍລິເວນຮ້ານເກີນຂອບເຂດ ທີ່ກຳມະການຈັດງານກໍານົດໃຫ້;
6 ຫ້າມຂາຍ ແລະ ນໍາເອົາຜະລິດຕະພັນ ວັດທະນະທຳລາມົກ ໂດຍສະເພາະແຜ່ນຊີດີ, ດີວີດີ ລາມົກ ແລະ ຮູບພາບລາມົກຕ່າງໆມາວາງຂາຍເດັດຂາດພ້ອມນັ້ນ
7 ຫ້າມຫຼີ້ນການພະນັນທຸກປະເພດ ແລະ ອາລະວາດຕີກັນຢ່າງເດັດຂາດ
8 ຫ້າມຂາຍເຄື່ອງຊະຊາຍ ໂດຍບໍ່ໄດ້ຮັບອະນຸຍາດ ຈາກຄະນະກຳມະການຈັດງານຕະຫຼາດນັດເດັດຂາດ
9 ຫ້າມດື່ມສິ່ງມຶນເມົາເກີນຂອບເຂດ ຖ້າລະເມີດຈະຖືກເຈົ້າໜ້າທີ່ກ່າວຕັກເຕືອນ ຫຼື ນໍາໄປພັກຜ່ອນໄວ້ກ່ອນ
10 ຫ້າມບຸກຄົນ ນິຕິບຸກຄົນ ສຳນັກງານ ອົງການປົກຄອງບ້ານ ກີດຂວາງການຈັດສັນສະຖານທີ່ວາງສະແດງສິນຄ້າ ຂອງຄະນະກຳມະການຈັດງານຕະຫຼາດນັດ
11 ຫ້າມຕອກເຫຼັກ ຫຼື ສິ່ງຂອງຕ່າງໆ ໃສ່ພື້ນທີ່ເດັດຂາດ
12 ຫ້າມແຈກຢາຍແຜ່ນພັບ ຫຼື ແຜ່ນເຈັ້ຍໂຄສະນາສິນຄ້າຕ່າງໆ
13 ຫ້າມບໍ່ໃຫ້ຜູ້ສໍາປະທານສະຖານທີ່ງານບູນ ມອບສະຖານທີ່ໃຫ້ແກ່ຜູ້ສໍາປະທານອື່ນ ຈັບຈອງຕໍ່ເດັດຂາດ
14 ຫ້າມມີການໂຄສະນາສິນຄ້າ ໂດຍການເຕັ້ນໂຊນາງສາວ ແລະ ບໍ່ໃຫ້ມີມິນິຄອນເສີດ.

ສຳລັບກິດຈະກຳການແຂ່ງຂັນກິລາຊ່ວງເຮືອ ແມ່ນຈັດຢູ່ທີ່ທ່າວັດຈັນ ເມືອງຈັນທະບູລີ, ຈຸດປ່ອຍເຮືອແມ່ນເຂດບ້ານສີຖານເໜືອ ເມືອງສີໂຄດຕະບອງ ລົງໄປຫາຜາມໄຊ ໜ້າວັດຈັນ.

ຂໍ້ມູນຈາກ: ໜັງສືພິມວຽງຈັນທາຍ

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ