Breaking News

ພາກັນໄປແລ້ວບໍ? ງານເທສະການ ຕ້ອນຮັບບຸນອອກພັນສາ ທີສູນການຄ້າລາວ-ໄອເຕັກ

ແບ່ງປັນ

ເປັນແນວໃດທຸກຄົນ ໄດ້ໄປເລາະໄປຊົມແລ້ວບໍ? ສຳຫຼັບງານເທສະການ ຕ້ອນຮັບບຸນອອກພັນສາ ຈັດຂຶ້ນທີ່ສູນການຄ້າລາວ-ໄອເຕັກ ຕັ້ງແຕ່ວັນທີ 24 ກັນຍາ ເຖິງວັນທີ 4 ຕຸລາ 2020 ເຊິ່ງງານເທສະການຄັ້ງນີ້ ຄຶກຄື້ນກວ່າທຸກໆປີ ເພາະມີທັງການສະແດງດົນດີ ແລະ ສິລະປະພື້ນເມືອງລາວ,​ ການສາທິດ-ການສອນ ເຮັດເຂົ້າໜົມ, ກະທົງ ແລະ ໝາກເບັງຕ່າງໆ ພ້ອມທັງຍັງມີການປະກວດຫຼານນ້ອຍວັດທະນະທຳນຳອີກ.

ບັນຍາກາດໃນງານຄຶກຄື້ນຫຼາຍ ເພາະມີທັງຂອງກິນຂອງໃຊ້ໃຫ້ເຮົາໄດ້ເລືອກຊົມເລືອກຊື້ຫຼາຍຢ່າງ ທັງເຂົ້າຕົ້ມເຂົ້າໜົມ, ອາຫານລາວ ແລະ ອາຫານນານາຊາດ ພ້ອມທັງເຄື່ອງໃຊ້ຂອງສອຍທີ່ຫຼາກຫຼາຍໃນບູດຕ່າງໆເປັນຕາຕື່ນຕາຕື່ນໃຈອີຫຼີ.

ສຳຫຼັບໃຜທີ່ຍັງບໍ່ທັນໄດ້ໄປເລາະ ຕ້ອງໄດ້ຟ້າວໄປແລ້ວ ເພາະງານນີ້ພາດບໍ່ໄດ້ ທັງສາຍກິນ,​ ສາຍ Shop ແລະ ຜູ້ຮັກໃນວັດທະນະທຳເຄື່ອງໃຊ້ຫັດຖະກຳ ຕ້ອງໄປຢ້ຽມຊົມແລ້ວ!

ຂໍຂອບໃຈຮູບພາບຈາກເພຈ: Jipnoii ​ພາເລາະ

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ:
+856 20 28042166‭
+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ