Breaking News

ໜຸ່ມໆບອກມາ!!! ແມ່ຍິງແບບນີ້ແຫຼະທີ່ຜູ້ຊາຍຢາກໄດ້ມາເປັນແມ່ຂອງລູກ…

ແບ່ງປັນ

ສໍາລັບຜູ້ຊາຍທຸກຄົນນັ້ນ ໜຶ່ງໃນການຕັດສິນໃຈທີ່ສໍາຄັນທີ່ສຸດໃນຊິວິດ ຄືການຊອກແມ່ຍິງທີ່ແມ່ນ ແມ່ຍິງທີ່ຈະເປັນແມ່ທີ່ດີຂອງລູກ ແມ່ຍິງທີ່ຈະຊ່ວຍວາງແຜນຊີວິດ ແລະ ເຮັດໃຫ້ພວກເຂົາເປັນຜູ້ຊາຍທີ່ດີຂຶ້ນໃນແຕ່ລະມື້ ແມ່ຍິງທີ່ຈະຮ່ວມທຸກຮ່ວມສຸກກັບເຂົາ ທັງໃນມື້ທີ່ດີ ແລະ ມື້ທີ່ຮ້າຍ ແຕ່ນັ້ນເບິ່ງຄືວ່າຈະເປັນຄຸນສົມບັດທີ່ກວ້າງຫຼາຍ ຖ້າຈະເບິ່ງກັນແບບເຈາະເລິກແລ້ວ ແມ່ຍິງແບບໃດ? ລັກສະນະແບບໃດ? ທີ່ພວກເຂົາຊອກຫາ ຈຶ່ງຈະເອີ້ນໄດ້ວ່າ ແມ່ຍິງແບບນັ້ນຄື ສາວໃນຝັນທີ່ຕ້ອງການຢາກຈະໃຫ້ມາເປັນແມ່ຂອງລູກ ເຮົາມາເບິ່ງກັນເລີຍວ່າມີລັກສະໃດແດ່???

1. ເປັນຕົວຂອງຕົວເອງແທ້ໆ

ການເປັນແມ່ຍິງທີ່ ງາມ ບໍ່ໄດ້ກ່ຽວກັບຮູບລັກພາຍນອກຂອງເຈົ້າທັງໝົດ ແຕ່ມັນຄືທັງໝົດທີ່ເປັນຕົວເຈົ້າ ຕົວຕົນຂອງເຈົ້າ ແມ່ຍິງຫຼາຍຄົນທີ່ພາຍນອກສວຍງາມແບບຫາທີ່ຕິບໍ່ໄດ້ ແຕ່ເມື່ອເບິ່ງກັນທີ່ພາຍໃນ ບຸກຄະລິກ ຄວາມເປັນຕົວຕົນ ຫຼືຄາແລັກເຕີນັ້ນ ເກືອບຈະເບິ່ງບໍ່ໄດ້ເລີຍ ຜູ້ຊາຍສ່ວນຫຼາຍຕ້ອງການແມ່ຍິງທີ່ດູດີທັງພາຍນອກ ແລະ ພາຍໃນ ພວກເຂົາຕ້ອງການຄົນຈິງໃຈ ບໍ່ຕົວະຕົ້ມ ບໍ່ແອັບ ເຈົ້າເປັນແນວໃດເວລາຢູ່ກັບໝູ່ ເວລາຢູ່ເຮືອນຕົວເອງ ເວລາຢູ່ກັບເຂົາເຈົ້າກໍເຮັດຕົວແບບນັ້ນ ເພາະນັ້ນຄືຕົວຕົນຂອງເຈົ້າ ບໍ່ແມ່ນສະແດງ ຫຼືປຸງແຕ່ງຂຶ້ນມາ ຖ້າຄົນມັນຈະແມ່ນກໍໃຫ້ມັນແມ່ນ ຖ້າບໍ່ແມ່ນກໍໃຫ້ມັນເປັນໄປ

กลับไปเป็นตัวของตัวเอง เรียกพลังในวันเก่ามาช่วยฟื้นฟู | setmem.com

2. ເຄົາລົບຕົວເອງ

ວິທີພຣີເຊັ້ນຕົວເອງອອກມາ ບົ່ງບອກຕົວເຈົ້າໄດ້ດີທີ່ສຸດ!! ໃນໂລກນີ້ມີສິ່ງທີ່ເອີ້ນວ່າ Social Media ທີ່ຖ້າປຽບກັບການສະໝັກວຽກ Social Media ຂອງເຈົ້າກໍປຽບດັ່ງ Resume ທີ່ຜູ້ຊາຍຈະເບິ່ງເມື່ອຄົບກັບເຈົ້າ. ເຈົ້າໄປໃສ ເຮັດຫຍັງ ກັບໃຜ ມັນສະທ້ອນຄວາມເປັນເຈົ້າໄດ້ດີ ແມ່ຍິງໃນຝັນຂອງຜູ້ຊາຍບໍ່ແມ່ນຜູ້ທີ່ໄປເລື້ອຍໆ ເຮັດກິດຈະກໍາທຸກຢ່າງທີ່ສຸດໂຕ່ງ ກັບຄົນນັ້ນຄົນນີ້ ໂດຍສະເພາະກັບຜູ້ຊາຍຄົນອື່ນໆ ເພາະຖ້າຜູ້ຊາຍຄົນນັ້ນຢາກຈິງຈັງກັບເຈົ້າ ເຂົາຕ້ອງການຄົນທີ່ເຄົາລົບ ແລະ ຮັກຕົວເອງ ເພາະຖ້າເຈົ້າບໍ່ເຄົາລົບຕົວເອງ ແລ້ວເຈົ້າຈະເຄົາລົບຄົນທີ່ຈະມາເປັນຄູ່ຊີວິດໄດ້ແນວໃດ ຜູ້ຊາຍຫຼາຍຄົນຕ້ອງການແມ່ຍິງທີ່ອ່ອນໂຍນ ເຮັດຫຍັງທີ່ມີປະໂຫຍດ ບໍ່ແມ່ນອອກ Party ເມົາທຸກຄືນວັນສຸກເປັນຕົ້ນ.

7 วิธี เป็นผู้หญิง 'สวย เชิ่ด แพง' ให้หนุ่มๆ โหยหา ถ้ามีแฟน แฟนก็ ...

3. ການສະແດງຄວາມຮັກ

ຜູ້ຊາຍຄືສິ່ງທີ່ມີຊີວິດທີ່ຕ້ອງການການສະແດງຄວາມຮັກຕາມທໍາມະຊາດ ພວກເຂົາຕ້ອງການການສະແດງຄວາມອົບອຸ່ນ ຄວາມຮັກ ການສໍາພັດ ການຈັບມືຖືແຂນ ສິ່ງເຫຼົ່ານີ້ຄືສິ່ງທີ່ຜູ້ຊາຍຍິນດີຫຼາຍຖ້າແມ່ຍິງເປັນຄົນເຮັດຕາມໂອກາດ ຫຼາຍໆຄັ້ງເຂົາຕ້ອງການໃຫ້ເຈົ້າກອດເຂົາ ຫຼືຫອມເຂົາ ເພາະນັ້ນເຮັດໃຫ້ພວກເຂົາຮູ້ສຶກເປັນທີ່ຕ້ອງການ ແລະ ເຊື່ອມໂຍງສາຍສໍາພັນໃຫ້ແໜ້ນແຝ້ນຫຼາຍຂຶ້ນໃນທຸກຄັ້ງທີ່ເຈົ້າສະແດງຄວາມຮັກ ເຮັດໃຫ້ພວກເຂົາເປີດໃຈ ເປີດຮັບເຈົ້າຫຼາຍຂຶ້ນ

การแสดงความขอบคุณต่อความรักของตัวเอง - issue247.com

4. ປັນຍາ

ແມ່ຍິງສະຫຼາດ ຄືແມ່ຍິງທີ່ເລີ່ມບົດສົນທະນາ ແລະ ເຮັດໃຫ້ບົດສົນທະນາມີອັດຖະລົດ ໄດ້ຄວາມຮູ້ ແລະ ມ່ວນ ສິ່ງເຫຼົ່ານີ້ອາດຈະເຮັດໃຫ້ຜູ້ຊາຍຫຼົງເຈົ້າໄດ້ງ່າຍໆ… ເພາະແມ່ຍິງສະຫຼາດ ຄືແມ່ຍິງທີ່ຮອບຮູ້ ເຈົ້າບໍ່ຈໍາເປັນຕ້ອງຮຽນເກັ່ງຫຼາຍ ແຕ່ເຈົ້າຮູ້ວ່າໂລກອ້ອມຕົວເຈົ້າເປັນແນວໃດ ເກີດຫຍັງຂຶ້ນ ບໍ່ແມ່ນໃຊ້ຊີວິດໄປວັນໆ ໂດຍບໍ່ສົນໃຈຫຍັງເລີຍ ເຈົ້າຕ້ອງມີຄວາມສົນໃຈທີ່ຢາກຈະໃຫ້ໂລກທີ່ເຈົ້າຢູ່ ສັງຄົມທີ່ອາໄສ ພັດທະນາຂຶ້ນ ໜ້າຢູ່ຂຶ້ນ ແມ່ຍິງແບບນີ້ເປັນຄົນທີ່ມີຄວາມຄິດ ມັກວິເຄາະເລື່ອງຕ່າງໆ ຢ່າງມີເຫດຜົນ ບໍ່ເຊື່ອຫຼືເວົ້າຕາມໄປກັບສິ່ງທີ່ເຫັນ ຫຼືໄດ້ຍິນມາຈົນເກີນໄປ ບໍ່ເປັນຄົນຫົວອ່ອນ ແຕ່ເທົ່າທັນຄົນ

ˏˋ@amelielavenderˎˊ˗ | Foto perkawinan, Gambar pasangan, Fotografi ...

5. ຄວາມໝັ້ນໃຈ

ຊີວິດຄົນເຮົາມັນຍາກ ຜູ້ຊາຍຈຶ່ງຕ້ອງການແມ່ຍິງຈັກຄົນມາຢູ່ຂ້າງກາຍ ຄອຍໃຫ້ກໍາລັງໃຈ ສະໜັບສະໜູນ ແລະ ຊຸກຍູ້ໃຫ້ເຂົາເດີນຕາມຄວາມຝັນໄດ້ ແມ່ຍິງທີ່ໝັ້ນໃຈໃນຕົວເອງ ຮັກຕົວເອງເຖິງວ່າຕົວເອງຈະມີຂໍ້ບົກຜ່ອງ ຈະສາມາດຮັກຜູ້ຊາຍທີ່ມີຂໍ້ບົກຜ່ອງ ແລະ ພ້ອມຈະແກ້ໄຂບັນຫາໄປນໍາກັນໄດ້.. ສາວໆ ຈື່ໄວ້ວ່າ ຜູ້ຊາຍບໍ່ເຄີຍຊອກຫາ ຄວາມສົມບູນແບບ ໃນຕົວແມ່ຍິງ ແຕ່ສິ່ງທີ່ພວກເຂົາສົນໃຈຄືການຮັບມືກັບຈຸດອ່ອນ ຈຸດບົກຜ່ອງຂອງແມ່ຍິງຫຼາຍກວ່າ ເບິ່ງວ່າແມ່ຍິງທີ່ຮູ້ຄຸນຄ່າຂອງຕົວເອງເທິງໂລກນີ້ ຫຼືບໍ່? ໝັ້ນໃຈຈຸດແຂງທີ່ຕົວເອງມີ ຫຼືບໍ່? ເພາະຄົນທີ່ຮູ້ຈັກຄຸນຄ່າຕົວເອງ ກໍຈະເບິ່ງເຫັນຄຸນຄ່າໃນຕົວຜູ້ຊາຍ ແລະ ຍ້ອງຍໍເຂົາ ເຕິມເຕັມໃຫ້ເຂົາໄດ້ນັ້ນເອງ.

รวมรูปภาพของ 20 ท่าโพสต์ ถ่ายรูปอวดแฟนแบบใสๆ เปิดตัวยังไงให้ปัง ...

6. ຄວາມທະເຍີທະຍານ (ຢາກໄດ້ຢາກມີ)

ແນ່ນອນວ່າຫຼາຍໆຄັ້ງ ຜູ້ຊາຍຢາກຈະເປັນຄົນວາງແຜນຄອບຄົວ ດູແລເອົາໃຈໃສ່ຄອບຄົວ ແຕ່ຄວາມຈິງແລ້ວຜູ້ຊາຍຕ້ອງການແມ່ຍິງຈັກຄົນທີ່ຈະຊ່ວຍເຂົາວາງແຜນຊີວິດ ແລະ ຄອບຄົວໄດ້ເຊັ່ນກັນ ພວກເຂົາບໍ່ຕ້ອງການຕັດສິນໃຈໃນຊີວິດຄັ້ງໃຫຍ່ໆຄົນດຽວ ແຕ່ຕ້ອງການມຸມມອງທີ່ກວ້າງຂຶ້ນ ມຸມມອງຂອງແມ່ຍິງມາຮ່ວມກັນຕັດສິນໃຈ ແກ້ໄຂບັນຫາຄອບຄົວ ສະນັ້ນ ແມ່ຍິງທີ່ມີຄວາມມຸ່ງໝັ້ນ ມີຄວາມທະເຍີທະຍານໃນລະດັບທີ່ຮັບໄດ້ ແມ່ຍິງທີ່ຢາກເປັນແມ່ທີ່ດີທີ່ສຸດ ແຕ່ໃນຂະນະດຽວກັນ ກໍຢາກປະສົບຄວາມສໍາເລັດໃນການເຮັດວຽກຂອງຕົນເອງ ຄືແມ່ຍິງທີ່ຜູ້ຊາຍຊອກຫາ ເພາະຄົນເຫຼົ່ານີ້ ຖ້າເກີດບັນຫາໃນຄອບຄົວຂຶ້ນ ຫຼືບັນຫາໃດກໍຕາມ ນາງຈະບໍ່ຍອມແພ້ງ່າຍໆ ແລະ ສູ້ຈົນເຖິງທີ່ສຸດ.

Album] ท่าโพสโชว์หวาน สไตล์คู่รักเกาหลี เรียกยอดไลก์รัวๆ

7. ອ່ອນນ້ອມຖ່ອມຕົນ

ຄວາມອ່ອນນ້ອມຖ່ອນຕົນເຮັດໃຫ້ແມ່ຍິງມີສະເໜ ແມ່ຍິງເຫຼົ່ານີ້ ຈະເຫັນຄວາມສຸກຂອງຄົນອື່ນມາກ່ອນຄວາມສຸກຂອງຕົວເອງ ມີຄວາມຮັກໃຫ້ກັບຄົນອື່ນໆ ແຕ່ພວກເຂົາບໍ່ໄດ້ເຮັດເພື່ອຄົນອື່ນຈົນຕົວເອງລໍາບາກ ແຕ່ເຮັດແລ້ວຕົວເອງສະຫງົບສຸກຈາກພາຍໃນ ແລະ ໄດ້ຮັບການປົກປ້ອງ ຄົນແບບນີ້ຈະບໍ່ມີອີໂກ້ ທີ່ຖ້າມີອີໂກ້ສູງເກີນໄປ ອາດຈະທໍາລາຍຄວາມສໍາພັນທີ່ກໍາລັງກໍ່ສ້າງໄດ້ ມີຄວາມເຂົ້າໃຈຜິດເກີດຂຶ້ນ ຫຼາຍຄັ້ງທີ່ແມ່ຍິງເບິ່ງວ່າ ຄວາມງາມພາຍນອກ ຄ່ານິຍົມ ສະຖານະທາງສັງຄົມ ຈະເຮັດໃຫ້ເຈົ້າຢູ່ເໜືອແມ່ຍິງຄົນອື່ນໆ ແລະ ຄວ້າຮັກແທ້ມາຄອບຄອງ ຄວາມຈິງບໍ່ໄດ້ເປັນແບບນັ້ນເລີຍຈັກໜ້ອຍ.

เผย 8 สเปคที่ผู้ชายอยากได้ผู้หญิงคนนี้มาเป็นแฟนมากที่สุด

ຮຽບຮຽງໂດຍ: Kuanjai Magazine

Cr: Kiitdoo

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166
‭+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ