Breaking News

ງາມ-ເກັ່ງ-ໃຈບຸນ!! ລູກນໍ້າ ທິດາລັດ ຊຸບຕາເບີ 1 ຂອງລາວ ຖືກແຕ່ງຕັ້ງເປັນ 1 ໃນຄະນະບໍລິຫານໂຄງການ ຊ່ວຍເຫຼືອຄົນທຸກຍາກ ແລະ ດ້ອຍໂອກາດ…

ແບ່ງປັນ

ໄດ້ຮັບສາຍານາງງາມ-ດາຣາໃຈບຸນມາໂດຍຕະຫຼອດສໍາລັບ ຊຸບຕາເບີ 1 ຂອງລາວເຮົາຄື ສາວລູກນໍ້າ ທິດາລັດ ຕະຫຼອດໄລຍະທີ່ເຮັດວຽກໃນວົງການບັນເທິງມາເກືອບ 10 ປີ ເລີ່ມຈາກການກ້າວເຂົ້າມາຢຽບວົງການບັນເທີງຍ້ອນຊະນະການປະກວດ Miss Laos 2011 ຫຼັງຈາກນັ້ນກໍໄດ້ມີຜົນງານມາໂດຍຕະຫຼອດທັງພາຍໃນ ແລະ ຕ່າງປະເທດ (ປະເທດໄທ) ຈາກຜົນງານຫຼາກຫຼາຍ ທັງນາງແບບ-ການສະແດງ ຈົນເຮັດໃຫ້ລູກນໍ້າກ້າວຂຶ້ນມາເປັນ ຊຸບຕາເບີ 1 ຂອງປະເທດລາວ ທັງມີຖານແຟນຄຣັບຕິດຕາມຢ່າງໜາແໜ້ນ…



ແລະ ໄລຍະຫຼັງໆມານີ້ເຮົາກໍເຫັນວ່າ ສາວລູກນໍ້າ ຂອງເຮົາເດີນໜ້າຊ່ວຍເຫຼືອຜູ້ທີ່ໄດ້ຮັບຄວາມເດືອດຮ້ອນຫຼາຍໆເຄສ ທັງການລະດົມທຶນສ້າງໂຮງຮຽນໃຫ້ເດັກນ້ອຍທີ່ຢູ່ເຂດຊົນນະບົດ… ຈົນໄດ້ຮັບສາຍາຊຸບຕາໃຈບຸນໄປອີກຄົນໜຶ່ງ…

ແລະ ໃນຕອນບ່າຍຂອງມື້ນີ້ Facebook ຂອງ ສາວລູກນໍ້າ ກໍໄດ້ອອກມາໂພສຂ່າວທີ່ເຮັດໃຫ້ຫຼາຍຄົນຍົກນິ້ວໃຫ້ຄື ລູກນໍ້າອອກມາແຈ້ງວ່າ ຕົນເອງໄດ້ຖືກຄັດເລືອກໃຫ້ເປັນ 1 ໃນຜູ້ບໍລິຫານໂຄງການ ຊ່ວຍເຫຼືອຄົນທຸກຍາກ ແລະ ດ້ອຍໂອກາດ ໃນ ສປປ ລາວ ເຫດຜົນກໍອາດຈະມາຈາກການເດີນສາຍຊ່ວຍເຫຼືອຄົນທີ່ດ້ອຍໂອກາດມາໂດຍຕະຫຼອດນັ້ນເອງ… ແນວໃດແອັດກໍຕ້ອງຂໍສະແດງຄວາມຊົມເຊີຍ ແລະ ຍ້ອງຍໍ ລຸກນໍ້າຢ່າງສຸດໃຈໃນຄວາມເສຍສະຫຼະ ແລະ ເຮັດໜ້າທີ່ພົນລະເມືອງທີ່ດີຂອງປະເທດໄດ້ດີຕະຫຼອດມາ ທັງເປັນຕົວຢ່າງທີ່ດີໃນການວຽກໃນວົງການໃຫ້ກັບນ້ອງໆ ແລະ ແຟນຄຣັບມາໂດຍຕະຫຼອດ!!!

ຮຽບຮຽງໂດຍ: Kuanjai Magazine

ຮູບພາບຈາກ: Louknum Thidalat Vongsili

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166
‭+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ