Breaking News

ທີ່ມາຂອງຄໍາວ່າ “ສະຫຼາດຕົວແມ່” ແລະ ວິຖີຊີວິດຕົວແມ່ເຂົາເຮັດແນວໃດ??? ມາເບິ່ງ! ນິໄສທີ່ບົ່ງບອກວ່າ ຜູ້ນີ້ແຫຼະ ສະຫຼາດຕົວແມ່

ແບ່ງປັນ

ເຮົາຮັກແມ່ຍິງຕົວແມ່ທຸກຄົນ ເປັນຫຍັງນັ້ນຫວາ? ກໍເພາະວ່ານາງ Powerful ຕົວແມ່ແນວໃດລະ ໄປໃສກັບນາງ ຊີວິດແສນຈະງ່າຍ ແລະ ອອກຈະໄດ້ຮັບສິດທິພິເສດຫຼາກຫຼາຍ ບອກເລີຍວ່າຖ້າເຈົ້າມີໝູ່, ນ້ອງ, ແຟນ, ຫົວໜ້າ ຫຼືຄົນໃນຄອບຄົວເຂົ້າຂ່າຍ 11 ນິໄສທີ່ ຂັວນໃຈ ຈະມານໍາສະເໜີຕໍ່ໄປນີ້ ຂໍໃຫ້ຮັກສາມິດຕະພາບກັບນາງໄວ້ໃຫ້ໝັ້ນ ຖ້າຂາດນາງໄປເຈົ້າຈະຂາດຊີວິດຊີວາໃນຊີວິດໄປເລີຍ

  1. ບໍ່ມີດອກທີ່ນາງຈະຈົກເງິນໃບ 5000 ກີບໃຫ້ Tip ພະນັກງານເສີບ: Concept ເລື່ອງໃຫ້ Tip ຂອງສາວຕົວແມ່ເລີຍຄື: Tip ໜັກ Tip ຂັ້ນເທບ ນາງຈະບໍ່ຄິດແຄ່ມື້ນີ້ ແຕ່ຄິດເຜື່ອໄວ້ເລີຍວ່າ ຖ້າມື້ນີ້ນາງໃຫ້ Tip ພະນັກງານເສີບໄປ 100.000 ກີບ ມື້ໜ້າຖ້ານາງມາບ່ອນນີ້ກັບໝູ່ອີກ ລາວຕ້ອງຈື່ເຮົາໄດ້ແນ່ນອນ! ແລະ ນາງກໍຈະໄດ້ໂຕະທີ່ດີທີ່ສຸດ ລວມເຖິງບໍລິການທີ່ດີທີ່ສຸດຢ່າງແນ່ນອນ.
  2. ບໍ່ມີຫຍັງເປັນໄປບໍ່ໄດ້: ສໍາລັບສາວຕົວແມ່ແລ້ວ ທຸກສິ່ງເປັນໄປໄດ້ໝົດແນ່ນອນ ນາງໆຫຼາຍໆຄົນຫັກສໍຂຽນອອກເປັນ 2 ກ້ານ ດ້ວຍເຈ້ຍໃບດຽວມາແລ້ວ ນາງຈະເຊື່ອເລື່ອງພະລັງຈິດທີ່ເໜືອກວ່າທຸກສິ່ງຫຼາຍ ນາງບອກເຮົາວ່າ ຕ້ອງຕັ້ງຈິດໃຫ້ເໜືອກວ່າຢູ່ສະເໝີ ໃຫ້ຄິດວ່າທຸກສິ່ງເປັນໄປໄດ້ ແລ້ວເຈົ້າຈະເຮັດມັນໄດ້ຢ່າງແນ່ນອນ
  3. ຜູ້ຊາຍຄືຂະໜົມຫວານ ບໍ່ແມ່ນອາຫານຈານຫຼັກ: ມັກ Idea ຂອງສາວລະດັບ “ຕົວແມ່” ຫຼາຍ ທີ່ບອກວ່າ ພວກແມ່ຍິງທີ່ງໍ້ຜູ້ຊາຍນັ້ນ ແມ່ນກຳລັງຫຼຸດປຽບ ຫຼືເບິ່ງຂ້າມຄຸນຄ່າຂອງຕົວເອງໄປ ນາງມັກຢ້ຳກັບເຮົາວ່າ ແມ່ຍິງທຸກຄົນມີຄຸນຄ່າຫຼາຍ ບໍ່ຈໍາເປັນຕ້ອງຄິດວ່າ ຜູ້ຊາຍຄືທຸກສິ່ງ ພຽງເຮົາຕັ້ງຈິດວ່າ ຜູ້ຊາຍທີ່ບໍ່ຈິງໃຈ ຄືຂະໜົມຫວານມີໄວ້ຊິມໆແລ້ວກໍເບື່ອ ບໍ່ມີຄຸນຄ່າຕໍ່ຮ່າງກາຍຫຼາຍ ເທົ່ານີ້ ແມ່ຍິງກໍຈະບໍ່ມີມື້ເຈັບປວດເພາະຄວາມຮັກອີກເລີຍ ແລະ ເຈົ້າຈະເບິ່ງຄືສາວນ້ອຍທີ່ນັ່ງເທິງດາດຟ້າ ທີ່ມີແຕ່ຜູ້ຊາຍໝາຍປອງຢາກໄດ້
  4. ເອົາໃຫ້ຈະແຈ້ງ ເກັ່ງຫຍັງກໍໄດ້ຈັກຢ່າງ: ສິ່ງທີ່ສາວໆຕົວແມ່ມີຄືກັນຄື ຄວາມຈະແຈ້ງໃນສິ່ງທີ່ນາງເປັນ ທຸກນາງຈະຕ້ອງມີຫຍັງທີ່ນາງໝັ້ນໃຈວ່າ ຂອ້ຍມີຂອງເດີ້! ແລະ ນາງຈະມຸ່ງໝັ້ນເຮັດສິ່ງນັ້ນຢ່າງໜ້ອຍເປັນ 10 ປີຕິດຕໍ່ກັນເລີຍ ເພາະນາງເຊື່ອວ່າ: ຈະເຝິກຝົນຫຍັງໃຫ້ເກັ່ງຈົນກາຍເປັນທີ່ຍອມຮັບ ຕ້ອງໃຊ້ເວລາຢ່າງໜ້ອຍແມ່ນ 10 ປີ ເຮັດສິ່ງດຽວສິ່ງນັ້ນແຫຼະໃຫ້ດີທີ່ສຸດ ແລະ ອັນໃດທີ່ຈະມາຂວາງຄວາມສະຫຼາດຂອງພວກນາງ ພວກນາງບໍ່ມີວັນຍອມເດັດຂາດ ເພາະຄະຕິຂອງນາງຄື ຢູ່ຄົນດຽວແບບເຫງົາໆ ດີກວ່າຢູ່ແບບໂງ່ໆ
  5. ຮັກໝູ່ເພື່ອນເປັນທີ່ສຸດ: ສາວຕົວແມ່ມັກມີບາລະມີຈັດ ກໍເລີຍມີບໍລິວານມາຫ້ອມລ້ອມສະເໝີ ແລະ ນາງກໍບໍ່ເຄີຍຖິ້ມຄົນທີ່ຊື່ສັດ ຈິງໃຈກັບນາງ ເຂົ້າຂ່າຍນິຍາມມາເຟຍສາວ ເຂົາວັດໃຈຄົນອ້ອມຂ້າງດ້ວຍຄວາມຈິງນີ້ແຫຼະ ເວົ້າແທ້, ເຮັດແທ້, ຖ້າຫັນໄປໃຜຍັງຢູ່ທາງຂ້າງ ຕອນນີ້ແຫຼະນາງຈະຕອບແທນດ້ວຍເຊີໄພໃຫ້ນໍາຕາຕົກກັນໄປເລີຍລະ
  6. ເວົ້າແລ້ວບໍ່ຄືນຄໍາ: ຄວາມເທ່ອີກຢ່າງຂອງສາວຕົວແມ່ຄື ເວລານາງສັນຍາຫຍັງໄວ້ກັບໃຜແລ້ວ ນາງຈະຮັກສາມັນໄວ້ໃຫ້ໝັ້ນທີ່ສຸດ ຖ້າບອກວ່າ ຈະເຮັດໃຫ້ ແປວ່າ ຈະເຮັດໃຫ້ແທ້ໆ ເອົາເປັນວ່າຖ້າເຈົ້າມີນາງຢູ່ໃນຊີວິດ ລອງເບິ່ງເດີ້ 10 ປີ ທີ່ຄົບກັບນາງ ບໍ່ມີທາງເກີນ 3 ເທື່ອທີ່ນາງປະຕິເສດເຈົ້າຢ່າງແນ່ນອນ! ແລະ ໃນທາງກົງກັນຂ້າມ ເຈົ້າເອງຖ້າສັນຍາຫຍັງໄວ້ ກໍຄວນເຮັດຕາມທີ່ເວົ້າແນ່ ເພາະນາງຈື່ໄດ້ດີເລີຍແຫຼະ ແລະ ຖ້າເຈົ້າລືມສັນຍານັ້ນຕະຫຼອດ ນາງກໍຈະ Off ເຈົ້າໄປຈາກຊີວິດຂອງນາງຄືກັນ
  7. ອົດບໍ່ໄດ້ຖ້າຖືກຫັກຫຼັງ: ອ່ອຍຍຍ ເປັນຕາຢ້ານເລີຍລະຖ້າເຈົ້າໄປຫັກຫຼັງນາງ ເຮົາຂໍແນະນໍາວ່າໃຫ້ສາລະພາບກັບນາງກົງໆ ແລະ ຍອມຮັບວ່າເຈົ້າຜິດໄປແລ້ວ ຖ້ານາງຍັງມີເມດຕາ ແລະ ຍັງເຫັນຄວາມດີຂອງເຈົ້າຢູ່ ນາງຈະໃຫ້ອະໄພທັນທີ ແລະ ລືມມັນໄດ້ແບບທີ່ເຈົ້າຕ້ອງອຶ້ງໄປເລີຍ ແຕ່ຖ້າເຈົ້າຍັງບໍ່ຍອມ ແລະ ເຮັດມັນຕໍ່ໄປ ຢ່າງດີເຈົ້າກໍຈະບໍ່ຢູ່ໃນສາຍຕານາງ ແລະ ຢ່າງບໍ່ດີຄື ນາງຈະຕິດຕາມໄປລ້າງແຄ້ນເຈົ້ານັ້ນເອງ
  8. ຊຸກຍູ້ທຸກຄົນທີ່ນາງເຫັນແວວ: ຄວາມໜ້າຮັກຂອງສາວຕົວແມ່ທີ່ບໍ່ຄືຄົນອື່ນກໍຄື ນາງບໍ່ຂີ້ຖີ່! ຖ້ານາງເຫັນໃຜມີແວວທາງດ້ານໃດ ນາງຈະຊຸກຍູ້ຄົນນັ້ນແບບສຸດໆໄປເລີຍ ນາງຈະໃຫ້ຄໍາປຶກສາທີ່ດີທີ່ສຸດ ບໍ່ວ່າຈະເປັນໝູ່ຄູ່ ຫຼືຄົນຮູ້ຈັກກໍຕາມ ນາງຈະໃຫ້ຄວາມຊ່ວຍເຫຼືອໂດຍທີ່ເຈົ້າບໍ່ຕ້ອງອ້າປາກຂໍເລີຍ
  9. ນາງມີສະເໜ່ຄືກັບນາງພະຍາ: ສາວໆຕົວແມ່ມັກມີຫຍັງຄືກັນອີກຢ່າງໜຶ່ງກໍຄື ນາງມັກທາປາກສີແດງ ມັກຍ່າງແບບໝັ້ນໃຈ ສາຍຕາເບິ່ງໄປທາງໜ້າ ແລະ ເບິ່ງມີພະລັງ ມີສະເໜ່ດຶງດູດທັນທີທີ່ນາງເວົ້າອອກມາ ຄໍາວ່າຍາດຊີນຄືວຽກຂອງນາງເລີຍ ເຖິງຈະບໍ່ງາມເດັ່ນ ແຕ່ທຸກຄົນ ກໍຕ້ອງຫັນມາເບິ່ງນາງຈົນໝົດ ເຂົາເອີ້ນວ່າ ອໍຣ່າຈັບ ກໍອາດຈະມາຈາກຄວາມຮູ້ສຶກຂອງນາງທີ່ວ່າ ບໍ່ມີຫຍັງທີ່ເປັນໄປບໍ່ໄດ້ ແລະ ຄວາມຈິງໃຈຂອງງນາງ ທີ່ມັກຊອກຄົ້ນຫາສິ່ງດີໆໃນຕົວຂອງຜູ້ອື່ນຢູ່ສະເໝີກໍອາດຈະເປັນໄດ້
  10. Brands name ເຮັດຫຍັງນາງບໍ່ໄດ້: ອີກເລື່ອງໜຶ່ງທີ່ມັກເກີດກັບແມ່ຍິງຕົວແມ່ທັງຫຼາຍກໍຄື ເຖິງຮ່າງກາຍຂອງນາງຈະບໍ່ມີເຄື່ອງແບຼນເນມເລີຍຈັກຢ່າງ ແຕ່ນາງກໍຍັງຊົງພະລັງ ໜ້າດຶງດູດຢູ່ດີ ຫຼືຖ້າເປັນແບຼນເນມ ຈະແພງຂະໜາດໃດ ແຕ່ລັດສະໝີຂອງນາງກໍໄດ້ແຜ່ອອກໄປຈົນຖົມແບຼນເນມໄປໝົດແລ້ວ ພຽງແຕ່ງລຽບໆ ກັບແວວຕາອັນແສນສະຫຼາດຂອງນາງ ກໍເຮັດໃຫ້ໃຜໆກໍຕ້ອງຄິດໃນໃຈແລ້ວວ່າ ແມ່ຍິງຄົນນີ້ແມ່ນໃຜ ນີ້ແຫຼະຄືຄວາມເລີດຂອງນາງ
  11. ນາງມີເມດຕາຢ່າງຮຸນແຮງ: ໃຜຈະວ່າສາວຕົວແມ່ຮ້າຍແນວໃດກໍຕາມ ໃນສ່ວນເລິກໆຂອງຈິດໃຈນາງ ທີ່ຄົນໃກ້ຊິດຜູ້ໂຊກດີເທົ່ານັ້ນທີ່ຈະໄດ້ສໍາຜັດຄື ນາງເປັນຜູ້ມີເມດຕາຫຼາຍໆ ນາງມັກຈະເຮັດເລື່ອງທີ່ຄົນອື່ນບໍ່ເຮັດເຊັ່ນ ຈອດລົດອຸ້ມເອົາໝາທີ່ຖືກລົດຕໍາຂຶ້ນລົດ ແບບບໍ່ຢ້ານສິ່ງໃດ ຫຼື

ໝາຍເຫດ: ຄຳວ່າ “ຕົວແມ່” ເປັນຄຳສັບທີ່ໝາຍເຖິງ ແມ່ຍິງທີ່ເໜືອຊັ້ນ ເກັ່ງ ສະຫຼາດ ເຮັດຫຍັງກໍມັກຈະດີກວ່າຄົນອື່ນ ມີຄວາມໂດດເດັ່ນ ຫຼືໄດ້ປຽບ ຫຼືຫາກເຮັດແລ້ວ ເປັນຕົ້ນສະບັບໃຫ້ຄົນອື່ນເຮັດຕາມ

ຮຽບຮຽງໂດຍ: Kuanjai Magazine

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166
‭+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ