Breaking News

ເປັນແບບຢ່າງທີ່ດີ!!! ເຈ້ຍ ປາຊີຟິກ ຜູ້ກໍາກັບພັນລ້ານໂພສຊຶ້ງມອບຂອງຂວັນໃຫ້ເມຍ ຕອບແທນຄວາມຮັກ ແລະ ຄວາມເຊື່ອໝັ້ນຕະຫຼອດ 20 ກວ່າປີ… ກຽມເປີດທຸລະກິດຄອບຄົວ.

ແບ່ງປັນ

ເປັນອີກເລື່ອງລາວດີໆ ໜ້າປະທັບໃຈ ແລະ ເປັນແຮງບັນດານໃຈໃຫ້ຫຼາຍໆຄົນ ສໍາລັບຜູ້ກໍາກັບພັນລ້ານຂອງລາວເຮົາຄື ອ້າຍເຈ້ຍ ປາຊີຟິກ ສາມີຄົນເກັ່ງ ຂອງສາວໄຊ ທະວີໄຊ ທີ່ໄດ້ອອກມາໂພສຂໍ້ຄວາມສຸດຊຶ້ງພ້ອມມອບລົດຄັນງາມໃຫ້ພັນລະຍາຄົນງາມ ໂດຍອ້າຍເຈ້ຍໄດ້ກ່າວຂອບໃຈ ພັນລະຍາທີ່ຊີ້ທາງສະຫວ່າງໃຫ້ຕົນເອງ ຈົນກາຍມາເປັນຜູ້ປະສົບຄວາມສໍາເລັດໃນທຸກມື້ນີ້…

ໂພສຂອງອ້າຍເຈ້ຍຂໍມອບລົດຄັນນີ້ ເປັນຂອງຂວັນໃຫ້ ເມຍ ສຸດທີ່ຮັກເພື່ອຕອບແທນ ຄວາມຮັກ ແລະ ຄວາມຫມັ້ນໃຈ ທີ່ ໄຊ ມີໃຫ້ໃນໂຕ ເຈ້ຍຂໍເລົ່າສັ້ນໆ ຖ້າບໍມີຜູ້ຍິງຄົນນີ້ ຂ້ອຍຄົງຈະບໍມາຢືນຮອດຈຸດນີ້ ຜູ້ຍິງຄົນນີ້ເປັນຄົນ ຍົວະຂ້ອຍອອກຈາກ ອົງກອນສາກົນ ເງີນເດືອນ 800$ ໃນ 10ປີກ່ອນ ຖ້າທຽບໃສ່ຕອນນັ້ນ ມັນເປັນເງີນເດືອນທີດີຫລາຍ ລາວບອກຂ້ອຍວ່າ ຖ້າເຈົ້າເຮັດວຽກກີນເງີນເດືອນ ເຈົ້າຫມັ້ນຄົງກັບລາຍຮັບແຕ່ລະເດືອນ ແລະ ເງີນເດືອນເຈົ້າກໍ່ຈະໄດ້ສະຫມໍ່າສະເຫມີ ແຕ່ເຈົ້າຈະໄດ້ເຮັດວຽກໃຫ້ພໍໃຈຫົວຫນ້າເຈົ້າ ຕື່ນທຸກເຊົ້າເພື່ອໄປຫ້ອງການ ລົດຕິດຢູ່ຫົນທາງທັງໄປທັງກັບ ແຕ່ຖ້າເຈົ້າອອກໄປເຮັດທຸລະກິດເປັນຂອງໂຕເອງ ເຈົ້າຈະເມື່ອຍຫລາຍກ່ອນເກົ່າ ເງີນເດືອນຫມັ້ນຄົງເຈົ້າບໍມີ ເຈົ້າບໍມີຫັຍງມາຄໍ້າປະກັນວ່າມັນຈະປະສົບຜົນສໍາເລັດຫລືບໍ ເຈົ້າຈະໂດດດຽວກັບການຕັດສິນໃຈຫລາຍຢ່າງ ອຸປະສັກ ຫມົດເງີນຫລາຍກັບການຕັ້ງຕົ້ນໃຫມ່ ຫລື ອາດຈະຫມົດໂຕເລີຍແຕ່ສິ່ງທີ່ເຈົ້າໄດ້ຄື ເຈົ້າໄດ້ເຮັດໃນສິ່ງທີ່ເຈົ້າຮັກ ໄດ້ເຮັດຕາມຄວາມຝັນຂອງເຈົ້າ ມີຄົນຈັກກີ່ຄົນໃນໂລກທີ່ບໍ່ກ້າຖື້ມຄວາມຫມັ້ນຄົງມາຕາມຫາຄວາມຝັນຂອງໂຕເອງ ແຕ່ເຈົ້າສາມາດເລືອກໄດ້ ແລະ ເຮັດມັນໃຫ້ອອກມາດີທີ່ສຸດ ໄຊ ຫມັ້ນໃຈໃນໂຕ ເຈ້ຍ ໄຊ ວ່າເຈ້ຍ ເຮັດໄດ້ ແລະ ເຮົາຈະສ້າງມັນໄປນໍາກັນ ຫລັງຈາກນັ້ນ ຂ້ອຍກໍ່ອອກຈາກວຽກ ມານອນຢູ່ເຮືອນລ້າໆ 6ເດືອນ ແລ້ວໄອເດຍກໍ່ປັນເຈີດ ໄຊ ບອກວ່າ ເຈ້ຍ ເຮັດຫນັງໄດ້ ເຈ້ຍ ເຮັດໂລດ ໄຊ ເຊື່ອເຈ້ຍ ຂ້ອຍເລີຍ ເອົາເງີນທັງຫມົດໃນຊີວິດຂ້ອຍ ແລະ ຂາຍຄໍາມູນມັງທີ່ ພໍ່ແມ່ເອົາໃຫ້ ລົງທືນໃສ່ຫນັງ ຮັກອີ່ຫລີ ເຈ້ຍ ກັບ ໄຊ ສອງຄົນເຮົາທຸ້ມຫມົດຫນ້າຕັກ ແລະ ເກ ດ້ວຍຄວາມຕັ້ງໃຈ ແລະ ມັນກໍ່ປະສົບຜົນສໍາເລັດ ແລະ ມັນໄດ້ເຮັດໃຫ້ຂ້ອຍຮູ້ວ່າ ສິງທີ່ຂ້ອຍຮັກ ແລະ ຢາກເຮັດມັນໄປຕະຫລອດຄືຫນັງ ຈົນມາຮອດດຽວນີ້ ເຮັດຫນັງມາ 4 ເລື່ອງ ປະສົບຜົນສໍາເລັດທັງ 4ເລື່ອງ ແລະ ມາຮອດຕອນນີ້ ໄຊ ບອກ ຂ້ອຍວ່າ ເຈ້ຍ ໄຊ ຫມັ້ນໃຈວ່າ ເຈ້ຍ ມີໄປເດຍ ທີ່ບໍຄືໃຜ ໄຊ ຫມັ້ນໃຈໃນໂຕ ເຈ້ຍເຈ້ຍ ເຮັດ ລີສອດ ແລະ ແຫລ່ງທ່ອງທ່ຽວໄດ້ ແລ້ວເອົາມືຕົບ ບ່າ ຄ່ອຍໆ ລະກະຍ່າງໄປເອົາລູກ 🤪🤣😤😄 ຕິດຕາມຕອນຕໍ່ໄປປີນີ້ ກຽມໂຕເຮັດ ລີສອດ ແລະ ແຫລ່ງທ່ອງທ່ຽວ

ຫຼັງຈາກທີ່ໂພສດັ່ງກ່າວໄດ້ຖຶກເຜີຍແຜ່ອອກມື້ວານນີ້ ກໍໄດ້ມີແຟນຄຣັບ ໝູ່ເພື່ອນທັງໃນ ແລະ ນອກວົງການເຂົ້າໄປກ່າວຄວາມຊົມເຊີຍເປັນຈໍານວນຫຼວງຫຼາຍ ແລະ ຍັງມີບາງຄົນບອກອີກວ່າ ອ້າຍເຈ້ຍ ຄື Idol ຂອງຫຼາຍໆຄົນ ບໍ່ວ່າຈະເປັນເລື່ອງການເຮັດວຽກ ແລະ ຕົວຢ່າງຂອງການສ້າງຄອບຄົວທີ່ອົບອຸ່ນ…

ປະຫວັດອັນຍາວນານ ຄູ່ຮັກມາລາທອນ ວົງການບັນເທີງລາວ

ຮຽບຮຽງໂດຍ: Kuanjai Magzine

ຮູບພາບຈາກ: Phoumsana Sirivongsa(Jear Pacific)

ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166
‭+856 20 52172698‬
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine

ແບ່ງປັນ