ສາວໆ ໃຜໆກໍຢາກມີສຸຂະພາບດີກັນໝົດແຫຼະ ຍິ່ງໃນຊ່ວງ Healthy ທີ່ຄົນລຸກຂຶ້ນມາ ອອກກໍາລັງກາຍ ດູແລຕົວເອງຢ່າງໜັກໜ່ວງແບບນີ້ ຈະປ່ອຍໃຫ້ຕົວເອງນັ່ງຢູ່ກັບຂີ້ໂຜ່ນຍ້ອຍໄດ້ແນວໃດລະ? ແຕ່ສິ່ງໜຶ່ງທີ່ເຮົາມັກສັງເກດໄດ້ເລີຍຄື ນອກຈາກການໄປອອກກໍາລັງກາຍທີ່ Fitness ແລ້ວ ເປັນຫຍາງງງງເປັນຫຍັງຫຼາຍໆ ຄົນຈຶ່ງຕ້ອງຖ່າຍຮູບອວດ ຊິກແພັກງາມໆ ລົງ Social ໃຫ້ຄົນທີ່ຍັງບໍ່ມີອິດສາຫຼິ້ນໆລະ? ມື້ນີ້ ຂວັນໃຈ ຈະມາພາສາວໆ ໄປຊອກຄໍາຕອບກັນ!!!
ຖ່າຍຮູບອວດຊິກແພັກຫຼັງອອກກໍາລັງກາຍແລ້ວ…
1. ຂໍເກັບໄວ້ເບິ່ງນິສໜຶ່ງ
ສາວໆຈ໋າ ກວ່າຈະມີຊິກແພັກໄດ້ນີ້ມັນບໍ່ແມ່ນເລື່ອງງ່າຍໆໃດ໋ ບັນດາຄົນອອກກໍາລັງກາຍກໍຄົງຈະຮູ້ກັນດີ ວາເຮົາຈະຕ້ອງ Sit-Up ເຮັດຜ່າແພລງ ແລະ ອື່ນໆ ມື້ລະຈັກເທື່ອ ເຖິງຈະໄດ້ຊິກແພັກງາມໆ ແບບນີ້ມາຄອງ ບໍ່ແມ່ນວ່າຄິດໄດ້ຢາກໂຊກໍຖ່າຍຮູບໂຊໂລດມັນບໍ່ແມ່ນຈ່າາາາ ເພາະສະນັ້ນ ຖ້າມັນຂຶ້ໜມາກໍຂໍຖ່າຍເກັບໄວ້ເບິ່ງເປັນທີ່ລະນຶກແນ່ກະແລ້ວກັນເນາະ!!!


2. ສ້າງກໍາລັງໃຈໃຫ້ຕົວເອງ
ຖ້າຄົນທີ່ ອອກກໍາລັງກາຍ ຫຼຸດນໍ້າໜັກ້ສາງຫຸ່ນເປ໊ະໆ ເພື່ອຄວາມເຮລຕີ້ ຈະຮູ້ດີວ່າ ວິໄນໃນການອອກກໍາລັງກາຍນີ້ເປັນສິ່ງທີ່ສໍາຄັນຫຼາຍສໍ່າໃດ ເຮົາຈະຕ້ອງຕໍ່ສູ້ກັບອາຫານຕ່າງໆ ທີ່ເຖິງວ່າຈະມີລົດຊາດແຊບ ຖືກປາກສໍ່າໃດ ແຕ່ຖ້າມີໄຂມັນ ແລະ ແຄລລໍຣີ່ສູງຫຼາຍ ກໍຄົງຈະຕ້ອງຂໍບາຍໄປກ່ອນ ໃມເມື່ອເຮົາຄ້ອງອົດທ່ົນຕໍ່ສູ້ມາຈະໜາດນີ້ ຄົງບໍ່ແປກທີ່ເຮົາຈະຂໍຖ່າຍຮູບ ຊິກແພັກ ເກັບເອົາໄວ້ເປັນກໍາລັງໃຈຈັກໜ້ອຍ ວ່າຕອນນີ້ເຮົາເຮັດໄດ້ແລ້ວເດີ້ ແລ້ວກໍຈະມາເຮັດອີກຕໍ່ໄປເລື້ອຍໆ ແມ່ນບໍ່ລະ?


3. ເປັນແຮງບັນດານໃຈໃຫ້ຄົນອື່ນ
ແມ່ນຢູ່ວ່າຖ້າຢາກມີສຸຂະພາບດີ ຊິກແພັກງາມໆ ກໍຕ້ອງລຸກຂຶ້ນມາອອກກໍາລັງກາຍດ້ວຍຕົວເອງ ບໍ່ແມ່ນມີແຕ່ນັ່ງເບິ່ງຮູບແລ້ວກົດໄລ້ເປັນວັນໆ ແຕ່ສາວໆຈ໋າ… ຂອງແບບນີ້ມັນກໍຕ້ອງມີແຮງບັນດານໃຈອີ່ຫຍັງຈັກຢ່າງທີ່ມາເປັນຕົວກະຕຸ້ນເຮົາຄືກັນເດີ້!!! ເຊື່ອບໍ່ວ່າ ຖ້າເຮົານັ່ງເບິ່ງຮູບດາລາ ຫຼືຄົນດັງທີ່ເຮົາມັກ ແລະ ເບິ່ງເຂົາເປັນ Idol ຕະຫຼອດ ເຮົາຈະເລີ່ມຮູ້ສຶກຢາກຮັກຕົວເອງ ແລ້ວກໍລຸກຂຶ້ນມາອອກກໍາລັງກາຍ ສ້າງຫຸ່ນໃຫ້ງາມເປ໊ະຄືກັບ Idol ຂອງເຮົາແນ່…


ສາວໆ ແມ່ນຢູ່ວ່າການອອກກໍາລັງກາຍ ແລະ ການເລືອກກິນອາຫານທີ່ດີນັ້ນ ເປັນປັດໃຈຫຼັກທີ່ຈະເຮັດໃຫ້ເຮົາມີສຸຂະພາບດີ ລວມໄປເຖິງຮູບຮ່າງທີ່ງາມເປ໊ະ ແຕ່ກໍາລັງໃຈກໍເປັນອີກສ່ວນໜຶ່ງທີ່ສໍາຄັນຄືກັນ ລອງໄປຊອກແຮງບັນດານໃຈຫຍັງຈັກຢ່າງໜຶ່ງ ແລ້ວເລີ່ມລົງມືເຮັດເບິ່ງ ເມື່ອຜົນລັບມາເຖິງ ເຈົ້າຈະຮູ້ສຶກດີໃຈແບບບອກບໍ່ຖືກເລີຍແຫຼະ!!!
ຮຽບຮຽງໂດຍ: Kuanjai Magazine
ທີ່ມາ: Women Mthai
ສົນໃຈລົງໂຄສະນາ ຫລື ຕ້ອງການຕິດຕໍ່ນັກຂ່າວໄປເອົາຂ່າວ ຕິດຕໍ່ໄດ້ທີ່ເບີ: +856 20 28042166
+856 20 52172698
ຫລື ສົ່ງຂໍ້ຄວາມທາງເພຈ : Kuanjai Magazine