Breaking News

ງານສໍາມະນາ “ການສ້າງຄວາມເຂັ້ມແຂງ ໃນການບໍລິຫານລັດ”

ແບ່ງປັນ

ໃນວັນທີ່ 08 ທັນວາ 2016 ທີ່ ນະຄອນຫຼວງວຽງຈັນ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (MPT) ໄດ້ຮ່ວມກັບ ບໍລິສັດໄມໂຄຣຊອບ (Microsoft) ຈັດງານສໍາມະນາກ່ຽວກັບແນວທາງການບໍລິຫານລັດພາຍໃຕ້ຫົວຂໍ້  “ການສ້າງຄວາມເຂັ້ມແຂງໃນການບໍລິຫານລັດ” ໃຫ້ກຽດເຂົ້າຮ່ວມ ໂດຍ ທ່ານ ປອ. ທັນສະໄໝ ກົມມະສິດ, ລັດຖະມົນຕີ ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ, ທ່ານ ນາງ ມິເຊວ ຊິມມ໋ອນ ຜູ້ອໍານວຍການຝ່າຍການຕະຫຼາດ ບໍລິສັດໄມໂຄຣຊອບ ເຂດອາຊີຕາເວັນອອກສຽງໃຕ້, ທ່ານ ວິເວກ ພູທູໂຄດ ຜູ້ອໍານວຍການຝ່າຍລັດ ບໍລິສັດໄມໂຄຣຊອບ ແລະ ບັນດາແຂກທີ່ມີກຽດ ແລະ ສື່ມວນຊົນເຂົ້າຮ່ວມເປັນຈໍານວນຫຼາຍ.

ແນວຄວາມຄິດ ໃນການຈັດງານຄັ້ງນີ້ ແມ່ນນອນໃນແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ (ປີ 2016-2020), ແຜນວິໄສທັດ ໄອຊີທີ 2030, ແຜນພັດທະນາໄອຊີທີ 5 ປີ, ແລະ ແຜນການສ້າງຄວາມເຂັ້ມແຂງແຫ່ງຊາດຂອງບໍລິສັດໄມໂຄຣຊອບ ຊຶ່ງມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງ ໃນການນໍາໃຊ້ ໄອຊີທີ ເພື່ອການພັດທະນາແບບຢັ້ງຢືນ, ມີການບໍລິຫານລັດທີ່ທັນສະໄໝ ແລະ ສ້າງໂອກາດໃນການພັດທະນາທຸລະກິດໃໝ່ໆ, ພ້ອມທັງນໍາໃຊ້ໄອຊີທີ ເພື່ອຫັນເປັນອຸດສາຫະກໍາ ແລະ ທັນສະໄໝ, ເປັນເຄື່ອງມືໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ, ເປັນສູນກາງໃນ ການເຊື່ອມຕໍ່ກັບພາກພື້ນ ແລະ ສາກົນ, ແລະສົ່ງເສີມໃຫ້ປະຊາຊົນມີສ່ວນຮ່ວມຢ່າງກວ້າງຂວາງ.

ທ່ານ ທັນສະໄໝ ກົມມະສິດ ໄດ້ກ່າວໃນຕອນໜຶ່ງວ່າ: “ນຳໃຊ້ ເຕັກໂນໂລຊີທີ່ເໝາະສົມ ຄຽງຄູ່ກັບການນຳໃຊ້ ໄອຊີທີ ຢ່າງສະຫຼາດ, ມີຈັນຍາບັນ ແລະ ດ້ວຍຄວາມຮັບຜິດຊອບສູງ, ໂດຍສະເພາະປັດຈຸບັນ ຄວາມຫຼາກຫຼາຍ ຂອງບັນດາໄອຊີທີ ທີ່ມີການພັດທະນາແບບກ້າວກະໂດດ ແລະ ແບບລວມສູນ ຈະເປັນກຸນແຈສຳຄັນໃນການປະກອບສ່ວນ ພັດທະນາ ເສດຖະກິດ ຂອງ ສປປ ລາວ, ແລະ ຫັນປະເທດລາວໃຫ້ກາຍເປັນ ເສດຖະກິດ-ສັງຄົມ ດິຈິຕອນ”. ທ່ານຍັງໄດ້ກ່າວຕື່ມອີກວ່າ “ງານສຳມະນານີ້ ໄດ້ຍືນຢັນ ເຖິງວິໃສທັດໃນການຜັກດັນໃຫ້ວຽກງານ ໄອຊີທີ ມີສ່ວນຮ່ວມໃນການພັດທະນາໂດຍລວມ, ຮັບປະກັນໃຫ້ມີການບໍລິຫານລັດທີ່ທັນສະໄໝ ແລະ ປັບປຸງວິທີການຈັດຕັ້ງປະຕິບັດ ການຄຸ້ມຄອງ ບໍລິຫານ ທັງພາກລັດ ແລະ ເອກະຊົນ ໃຫ້ມີປິສິດທິພາບ ແລະ ຄຸນນະພາບສູງຂຶ້ນ, ເຊິ່ງບໍ່ພຽງແຕ່ຮັບປະກັນການເຂົ້າເຖິງການພັດທະນາທີ່ທັນສະໄໝ, ແຕ່ຍັງຕ້ອງໄດ້ສ້າງຂະບວນການໃນການຈັດການທີ່ເໝາະສົມ ແລະ ສິ່ງສຳຄັນແມ່ນສ້າງໃຫ້ປະຊາຊົນ ໄດ້ຮູ້ນຳໃຊ້ເຕັກໂນໂລຊີ ດິຈິຕອນ”

ໃນຊ່ວງປີທີ່ຜ່ານມາ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ກັບ ບໍລິສັດໄມໂຄຣຊອບ ແລະ ກະຊວງສຶກສາທິການ ແລະ ກິລາ ໃນໂຄງການ ພັດທະນາການຮຽນຮູ້ ຜ່ານລະບົບອອນລາຍ (Online) ສໍາລັບໄວໜຸ່ມ (YouthOnline learning Platform) ເພື່ອນໍາໃຊ້ປະໂຫຍດ ຂອງເຕັກໂນໂລຊີການສື່ສານ ຫຼື ໄອຊີທີ (ICT) ເຂົ້າໃນການຮຽນຮູ້, ຊຶ່ງມີບັນດາໂປແກຣມ ແລະ ຫຼັກສູດວິຊາຮຽນຕ່າງໆ ທີຈະຊ່ວຍສະໜັບສະໜູນການຮຽນ ດ້ານພາສາ, ໄອຊີທີ ແລະ ຄວາມຮູ້ອ້ອມຕົວ ໃຫ້ນັກຮຽນ ແລະ ໄວໜຸ່ມ ໃນສະຕະວັດທີ 21.

_mg_0013

_mg_0024

_mg_0021

_mg_0022

 

 

 

 

 

 

 

 

 

 

_mg_0046

_mg_0049

_mg_0048

_mg_0045

 

 

ແບ່ງປັນ