Breaking News

ເອັສຊີຈີ ມອບທຶນການສຶກສາໃຫ້ນັກຮຽນລາວ ປີທີ5

ແບ່ງປັນ

ຕອນບ່າຍ ວັນທີ 7 ທັນວາ 2016, ຢູ່ທີ່ສະໂມສອນກິລາ ບູໂດ ລາວ-ຍີ່ປຸ່ນ, ນະຄອນຫຼວງວຽງຈັນ ບໍລິສັດ ເອັສຊີຈີ ແຫ່ງປະເທດໄທ ຮ່ວມກັບກະຊວງສຶກສາ ແລະ ກິລາ, ສະມາຄົມຮ່ວມນໍ້າໃຈກັບເດັກນ້ອຍລາວ (ALC) ໄດ້ຈັດພິທີມອບທຶນການສຶກສາ ໃນໂຄງການມອບທຶນການສຶກສາ SCG Sharing The Dream (ແບ່ງປັນຄວາມຝັນກັບ ເອັສຊີຈີ) ໃຫ້ກຽດເຂົ້າຮ່ວມໂດຍທ່ານ ລີຕູ່ ບົວປາວ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ນິຣິດໂຣດ ເຟື້ອງລະບິນ ເອກອັກຄະລາຊະທູດໄທ ປະຈໍາ ສປປ ລາວ, ທ່ານ ຣຸ່ງໂຣດ ລັງສິໂຍພາດ ກໍາມະການຜູ້ຈັດການໃຫຍ່ ເອັສຊີຈີ, ມີບັນດາແຂກທີ່ມີກຽດເຂົ້າຮ່ວມ, ນ້ອງນັກຮຽນທີ່ໄດ້ຮັບທຶນ ແລະ ສື່ມວນຊົນເຂົ້າຮ່ວມ.

ໃນປີນີ້ ເອັສຊີຈີ ໄດ້ມອບທຶນການສຶກສາໃຫ້ກັບນັກຮຽນມັດທະຍົມສຶກສາຕອນປາຍ ໃນ ສປປ ລາວ ຈໍານວນ 250 ທຶນ ເພີ່ມຂຶ້ນ 20 ທຶນຈາກປີກາຍ (ນະຄອນຫຼວງວຽງຈັນ 150 ທຶນ ແລະ ແຂວງຄໍາມ່ວນ 100 ທຶນ ທຶນລະ 1.625.000 ກີບ ແລະ ອຸປະກອນການຮຽນຈໍານວນໜຶ່ງ. ນອກຈາກນີ້, ເອັສຊີຈີ ຍັງໄດ້ມອບລາງວັນພິເສດ ຈໍານວນ 12 ລາງວັນ ເພື່ອເປັນການສ້າງຂວັນກໍາລັງໃຈ ແລະສົ່ງເສີມໃຫ້ເຍົາວະຊົນທຸກຄົນມີຄວາມມຸ່ງໝັ້ນຕັ້ງໃຈສຶກສາ. ລາງວັນດັ່ງກ່າວ ແມ່ນມອບໃຫ້ນັກຮຽນທີ່ສ້າງຜົນງານດີເດັ່ນ ເຊັ່ນ: ດ້ານກິລາ, ສິລະປະ ຫຼື ຄວາມສາມາດພິເສດອຶ່ນໆທີ່ສ້າງຊື່ສຽງໃຫ້ໂຮງຮຽນ ຫຼື ລະດັບປະເທດ.

ຈຸດປະສົງຂອງໂຄງການກໍ່ເພື່ອສົ່ງເສີມ ແລະ ເປັນກໍາລັງໃຈໃຫ້ເດັກທີ່ດີ, ມີຄວາມກະຕັນຍູ ແຕ່ມີຖານະຍາກຈົນ ໄດ້ມີໂອກາດສຶກສາ ຮໍ່າຮຽນຕໍ່ ແລະ ນໍາຄວາມຮູ້ກັບມາພັດທະນາຊຸມຊົນ ແລະປະເທດຂອງຕົນເອງ. ເຊິ່ງໃນໄລຍະ 5 ປີ ຂອງໂຄງການດັັ່ງກ່າວໄດ້ມອບທຶນໃຫ້ນັກຮຽນໄປແລ້ວກວ່າ 879 ທຶນ ເຮັດໃຫ້ເດັກນ້ອຍຜູ້ທີ່ຮັບທຶນມີຊີວິດທີ່ດີຂຶ້ນ ແລະ ມີກໍາລັງໃຈຮໍ່າຮຽນສາມາດຈົບຊັ້ນມໍປາຍ ແລະ ລະດັບມະຫາວິທະຍາໄລ.

15369735_1294995407240459_514598787_o

15397774_1294995480573785_724071104_o

15409602_1294995487240451_1421207342_o

15417700_1294994967240503_1435391041_o

15321666_1294995353907131_289387186_o

ແບ່ງປັນ