Breaking News

ອາຫານເສີມພື້ນຖານທີ່ຄວນເລືອກບໍລິໂພກ

ແບ່ງປັນ

ອາຫານເສີມພື້ນຖານທີ່ຄວນເລືອກບໍລິໂພກ

  1. ວິຕາມີນບີຄອມເພຼັກ (Vitamin B-comples)ຄືອາຫານເສີມທີ່ລວມເອົາຕັ້ງແຕ່ ບີ 1 ຮອດ ບີ 12 ທີ່ປະກອບດ້ວຍສານຕ້ານອະນູມູຄນອິດສະຫຼະເປັນສ່ວນຫຼາຍ ເຊີ່ງສຳຄັນຕໍ່ລະບົບປະສາດ ແລະ ສະໝອງທີ່ຊ່ວຍກະຕຸ້ນໃຫ້ເກີດພະລັງງານແກ່ຮ່າງກາຍຜູ້ໃຫຍ່ຄວນບໍລິໂພກປະມານ 50-100 ມີລີກຼາມຕໍ່ມື້ທຸກຕອນເຊົ້າ.
  2. ວີຕາມີນຊີ (Vitamin C)ເປັນວິຕາມີນທີ່ຕັບຂອງມະນຸດເຮົາບໍ່ສາມາດຜະລິດອອກມາເອງໄດ້ຈື່ງຈຳເປັນທີ່ຈະຕ້ອງເຕີມເຕັມເຂົ້າຮ່າງກາຍ ແລະ ເປັນວິຕາມີນທີ່ລະລາຍໃນນ້ຳຈື່ງບໍ່ສະສົມຢູ່ໃນຮ້່າງກາຍສາມາດກີນໄດ້ທຸກໆ 6 ຊົ່ວໂມງ ປະລິມານບໍລິໂພກທີ່ແນະນຳຄື 60-90 ມີລີກຼາມຕໍ່ມື້ ຊ່ວຍປ້ອງກັນການຂາດສານອາຫານ ແລະ ປະລິມານ 3000-6000 ມີລີກຼາມຕໍ່ມື້ຊ່ວຍບຳລຸງຮ່າງກາຍວິຕາມີນຊີຊ່ວຍບຳລຸງລະບົບການໄຫຼວຽນຂອງເລືອດໃຫ້ດີຂື້ນ ຊ່ວຍຫຼຸດບັນຫາໃນຊ່ອງປາກ ແລະ ແຂ້ວ.
  3. ຊີງ (ZINC)ເປັນແຮ່ທາດທີ່ສົ່ງຜົນຕໍ່ລະບົບສືບພັນ ແລະ ຮ໋ອກໂມນເພດ ແລະ ຊ່ວຍທົດແທນພະລັງງານທີ່ເສຍໄປກັບເຫື່ອມີການປະກອບ ຂອງໂປຼຕີນ ເຊີ່ງເປັນໂປຼຕີນສັງເຄາະທີ່ຊ່ວຍໃນກະບວນການຈະເລີນເຕີບໂຕຂອງເຊວ ແລະ ເນື້ອເຍື່ອ ປະລິມານທີ່ຄວນບໍລິໂພກຕໍ່ວັນຄື 5.5-9.5 ມີລີກຼາມໃນຜູ້ຊາຍ ແລະ 4-7 ມີລີກຼາມໃນຜູ້ຍີງ ຄວນກີນພ້ອມອາຫານ ຄວນກິນພ້ອມອາຫານຖ້າກິນແຕ່ແນວດຽວຈະເຮັດໃຫ້ມີອາການປວດຮາກ.
  4. ໂອເມກ້າທຼີ (Omega-3)ເປັນກົດໄຂມັນບໍ່ອີ່ມຕົວທີ່ຜະລິດຈາກປາທະເລ ແລະ ພືດປະເພດຖົ່ວເມື່ອເຂົ້າສູ່ຮ່າງກາຍແລ້ວງຈະປ່ຽນເປັນ (DHA) ໂດຍອະໄວຍະວະຕັບແຕ່ຈາກຜົນການວິໄຈຂອງອົງການຄວາມປອດໄພຂອງອົງການອຶາຫານແຫ່ງເອີລົບ (EFSA) ບໍ່ພົບຫຼັກຖານທີ່ຊັດເຈນວ່າສາມາດຊ່ວຍບຳລຸງສະໝອງໃນເດັກນ້ອຍ ແຕ່ຈະຊ່ວຍເພີິ່ມຄວາມແຂງແຮງໃຫ້ກະດູກ ແລະ ໄຂຂໍ້ຕ່າງໆ ຊ່ວຍຫຼຸດສະພາວະຈິດໃຈຫົດຫູ່ ຫຼຸດຄໍເລສຕໍລອນໃນເລືອດ ແລະ ຫຼຸດອັດຕາສ່ຽງເປັນໂລກຫົວໃຈປະລິມານທີ່ຄວນບໍລິໂພກແມ່ນບໍ່ໃຫ້ຫຼາຍກວ່າ 1,000 ມີລີກຼາມຕໍ່ມື້.
  5. ເວ ໂປຼຕີນ (Whey protein)ເປັນອາຫານເສີມທີ່ສະກັດມາໄດ້ຈາກນົມ ແລະ ຜະລິດຕະພັນສັດຈື່ງເໝາະສົມກັບຜູ້ທີ່ຕ້ອງການຫຼຸດນ້ຳໜັກ ເພາະມີໂປຼຕີນສູງຊ່ວຍເຜົາຜານໄຂມັນເພີ່ມກ້າມຊີ້ນ ຊ່ອມແຊມສ່ວນທີ່ຫຼຸ້ຍຫ້ຽນ ແລະ ຍັງຊ່ວຍປັບລະດັບນ້ຳຕານກູຍໂກສໃນເລືອດ ໂດຍການຄວບຄຸມການດູດຊືມອີນຊູລິນເຂົ້າສູ່ກະແສເລືອດ ປະລິມານທີ່ຄວນບໍລິໂພກຕໍ່ມື້ແມ່ນບໍ່ໃຫເເກີນ 1 ຫຼື 2 ກຼາມ.

vitamin1

ແບ່ງປັນ