Breaking News

ຍີ່ປຸ່ນ ຊະນະເຕັ້ນ Breake-dance ໂລກ!!!

ແບ່ງປັນ

ຍີ່ປຸ່ນ ຊະນະເຕັ້ນ Break-dance ໂລກ!!!

  • ນັກເຕັ້ນຍີ່ປຸ່ນຊະນະການແຂ່ງຂັນເຕັ້ນລະດັບໂລກ ລົ້ມແຊ້ມເກົ່າ 2 ສະໄໝຢ່າງ ສ.ເກົາຫລີ ໄດ້ສຳເລັດ!!!
  • ທ້າວ ອິສເຊ ໂອຣິ ຮັບລາງວັນຊະນະເລີດການແຂ່ງຂັນການເຕັ້ນ “ບີບອຍ” ລະດັບໂລກລາຍການ ເຣດບຣູ ບີຊີ ວັນ ໃນເມືອງ ນາໂງຢາ ຂອງຍີ່ປ່ນ ຫຼັງເອົາຊະນະແຊ້ມເກົ່າ 2 ສະໄໝຈາກ ສ.ເກົາຫລີ ແລະ ມີອາຍຸໜ້ອຍກວ່າເຂົາ 12 ປີ ທີ່ໃຊ້ຊື່ວ່າ “ຮົງ 10” ໃນຮອບດວນລີລາ 5 ຍົກ ຂະນະທີ່ກອງເຊຍຈາກເກາະຄິວຊູ ບ້ານເກີດຂອງເຂົາກໍເດີນທາງມາໃຫ້ກໍາລັງໃຈເຂົາເປັນຈໍາຫຼາຍ.
  • ທ້າວ ອິສເຊ ກ່າວຫຼັງຈົບການແຂ່ງຂັນຊຶ່ງເປັນເທື່ອທໍາອິດຂອງເຂົາວ່າ ເຂົາຮູ້ສຶກກົດດັນເນື່ອງຈາກຕ້ອງຄວ້າໄຊຊະນະໃຫ້ໄດ້ ເພາະຄູເຝິກສອນຂອງເຂົາທີ່ໃຊ້ຊື່ວ່າ “ໄທສຸເກະ” ກໍເຄີຍຊະນະລາຍການນີ້ ແລະ ມາຈາກເກາະດຽວກັນ.

ການແຂ່ງຂັນ Breake-dance ໃນເມືອງ ນາໂງຢ່າ ລາຍການດັ່ງກ່າວ ມີນັກເຕັ້ນບີບອຍ 16 ຈາກ 12 ປະເທດຮ່ວມຊິງຊະນະເລີດໂດຍຜູ້ເຂົ້າແຂ່ງຂັນ 3 ຄົນເຄີຍເປັນແຊ້ມລາຍການນີ້ມາແລ້ວ.

944223

640x390_730473_1480977857

image

ແບ່ງປັນ