Breaking News

“ສີໃດທີ່ບົ່ງບອກຄວາມເປັນຕົວທ່ານໄດ້ດີທີ່ສຸດ”

ແບ່ງປັນ

“ສີໃດທີ່ບົ່ງບອກຄວາມເປັນຕົວທ່ານໄດ້ດີທີ່ສຸດ”

ແຕ່ລະຄົນຍ່ອມມີສີທີ່ຕົນເອງມັກ. ສີທີ່ດຶງດູດພວກເຮົາ, ອາດມີ ຫຼືບໍ່ມີເຫດຜົນກໍ່ເປັນໄດ້, ທີ່ສະທ້ອນໃຫ້ເຫັນຄວາມຮູ້ສຶກທີ່ແທ້ຈິງຂອງພວກເຮົາ ແລະ ແຮງບັນດານໃຈຕ່າງໆອ້ອມໂຕເຮົາ.

ທາງເລືອກທີ່ພວກເຮົາສ້າງຂຶ້ນ ແມ່ນເຊື່ອມໂຍງກັບຄວາມເປັນຈິງທີ່ຖືກຖ່າຍທອດອອກມາ ໄດ້ຫຼາຍກວ່າທີ່ເຮົາຈະນຶກເຖິງ, ຈາກເສື້ອຜ້າທີ່ເຮົານຸ່ງ, ຈາກສິລະປະຕ່າງໆທີ່ເຮົາມັກ ລວມທັງເຕັກໂນໂລຊີທີ່ເຮົາໃຊ້ຢູ່ທຸກມື້!!ຫົວເຫວີຍ ສະມາດໂຟນຍັກໃຫຍ່ທົ່ວໂລກ ເຂົ້າໃຈເຖິງຄວາມສຳຄັນດີວ່າ ສີເຮັດໃຫ້ເຮົາເພີດເພີນໄປກັບຊີວິດ.Huawei Y6II ມີ 4 ສີໃຫ້ທ່ານເລືອກ, ໂດຍສະເພາະສີບົວອ່ອນ ແລະ ສີຟ້າ. ແລ້ວສີໃດລະ ທີ່ບົ່ງບອກຄວາມເປັນຕົວທ່ານ?

1.ສີບົວ: ສຳລັບຜູ້ມັກສວຍມັກງາມ ສ່ວນຫຼາຍແລ້ວ ມັກຈະສື່ເຖິງຄວາມຄິດທີ່ອ່ອນໂຍນ, ໜ້າຮັກຄືກັບເດັກນ້ອຍ, ປຽບເປັນຮຸ່ນນ້ອງຂອງສີແດງ. ເໝາະສຳລັບຜູ້ທີ່ມັກໃນຄວາມຮັກອ່ອນຫວານທີ່ບໍ່ມີເງື່ອນໄຂ. ໃນຄວາມຈິງ “Rose Quartz” ເປັນສີແຫ່ງປີ 2016 ໂດຍ Pantone (ຜູ້ຊ່ຽວຊານກ່ຽວກັບສີ ຊື່ດັງລະດັບໂລກ) ແຕ່ສີບົວກໍ່ບໍ່ໄດ້ຖືກເບິ່ງຂ້າມໄປ ພວກເຂົາແນະນຳການປະສົມປະສານກັບ ໂທນສີເຢັນທີ່ໃກ້ຄຽງກັນ.

  1. ສີຟ້າ: Pantone ພັນລະນາເຖິງການປະສົມປະສານກັນລະຫວ່າງ Rose Quarts ກັບ ໂທນສີຟ້າ ແຫ່ງຄວາມສະຫງົບ ປຽບເໝືອນດັ່ງຢາແກ້ຄວາມຄຽດຮູບແບບໃໝ່. ສ່ວນຫຼາຍມັກເຂົ້າໃຈວ່າເປັນໂທນສີທີ່ມີຄວາມແຂງແຮງແບບຜູ້ຊາຍ. ຜູ້ທີ່ມີຄວາມສະຫງົບຈາກພາຍໃນ ຈະຖືກເບິ່ງວ່າ ມີຄວາມຊື່ສັດ, ເປັນທີ່ໜ້າເຊື່ອຖື, ມີຄວາມຮອບຮູ້ ແລະ ເຮັດສິ່ງທີ່ຖືກຕ້ອງໃນສະຖານະການທີ່ຍາກລຳບາກ.ຟັງເບິ່ງຄືໂຕເຈົ້າບໍ່?
  2. ສີດໍາ: ພວກເຮົາໄດ້ແນມຫາສີທີ່ສົດໃສ ແຕ່ລອງກັບມາເບິ່ງທີ່ສີດໍາກ່ອນ. ຈາກຊຸດສີດໍານ້ອຍຈົນຮອດຄວາມມີມາລະຍາດຂອງອົງກອນຕ່າງໆ, ສີທີ່ລຶກລັບ ແລະ ສະຫງ່າງາມ ເປັນທີ່ຮູ້ຈັກໄປທົ່ວໂລກ. ຜູ້ທີ່ໂອບກອດສີທີ່ມືດມົນທີ່ສຸດນີ້ໄວ້ ແມ່ນຜູ້ທີ່ມີພະລັງ, ຄຸນຄ່າ ແລະ ມີກຽດ.
  3. ສີຂາວ: ມັກຈະຖືກແນມວ່າເປັນສິ່ງທີ່ກົງກັນຂ້າມກັບສີສັນ, ບາງຄັ້ງກໍ່ເປັນທາງເລືອກທີ່ລຽບງ່າຍ ແຕ່ບໍ່ມີໃຜປະຕິເສດຄວາມລຽບງ່າຍໄດ້ ຍ້ອນ ຄວາມສົດໃໝ່, ຄວາມທັນສະໄໝ ເປັນສັນຍາລັກຂອງຄວາມບໍລິສຸດ ແລະ ການເລີ່ມຕົ້ນໃໝ່, ຄົນທີ່ເລືອກສີຂາວ ສ່ວນຫຼາຍແມ່ນມີຄວາມສົມດູນ, ຮຽບຮ້ອຍ, ມີເຫດມີຜົນ ແລະ ລະອຽດຖີ່ຖ້ວນເລື່ອງເງິນ.
  4. ສີຄໍາ: ເປັນມົງກຸດແຫ່ງໄຊຊະນະໃນບັນດາໂທນສີທັງໝົດ, ສະແດງເຖິງຄວາມສົມບູນ, ມີຖານະ ແລະ ຮັ່ງມີ ເປັນທີ່ຍອມຮັບໄປທົ່ວໂລກ. ຜູ້ທີ່ຢາກປະສົບຜົນສຳເລັດໃນຊີວິດ ສ່ວນຫຼາຍຢາກມີຄຳ ແລະໃນທຳມະຊາດ ມັນໝາຍເຖິງຄວາມອົບອຸ່ນ, ສະຫລາດ ແລະ ໃຈດີ. ຫາກທ່ານຕ້ອງການເປັນ ວີໄອພີ ຕົວຈິງ, ສີທອງເປັນສີທີ່ທ່ານຄວນເລືອກ!!

unnamed

unnamed1

ແບ່ງປັນ