Breaking News

10 ຜົນຂ້າງຄຽງທີ່ຈະເກີດຂື້ນຫຼັງຈາກເຮັດສັນຍະກຳ

ແບ່ງປັນ

ລະວັງ 10 ຜົນຂ້າງຄຽງທີ່ຈະເກີດຂື້ນຫຼັງຈາກເຮັດສັນຍະກຳ

     ຄວາມງາມມາພ້ອມກັບຄວາມສ່ຽງ ມາເບີິ່ງ 10 ຜົນຂ້າງຄຽງທີ່ອາດຈະເກີດຂື້ນໄດ້ພາຍຫຼັງການເຮັດສັນຍະກຳ ກຽມພ້ອມຮັບມືກ່ອນຕັດສິນໃຈ.

ຄົນເຮົາເກີດມາບໍ່ມີໃຜສົມບູນແບບໄປທຸກສ່ວນ ຕ້ອງມີຈຸດຕຳນິ ຫຼືຶ ຂໍ້ບົກຜ່ອງແນ່ບາງຄົນກໍປ່ອຍມັນຜ່ານໄປ ແຕ່ສຳລັບບາງຄົນນັ້ນກໍຢາກທີ່ຈະແກ້ໄຂມັນ ໂດຍການສັນຍະກຳຕົກແຕ່ງເພື່ອໃຫ້ຕົວເອງດູດີຂື້ນ ໜ້າແຫຼມຂື້ນ ດັງໂດ່ງຂື້ນ ຄາງແລມທີ່ກຳລັງມາແຮງຄົນນິຍົມເຮັດຮຽນແບບກັນຫຼາຍ ຖ້າເຮັດອອກມາແລ້ວເປັນທີ່ເພິ່ງພໍໃຈກໍດີໄປ ແຕ່ຖ້າເຮັດອອກມາແລ້ວບໍ່ໄດ້ເປັນຄືທີ່ຕັ້ງໃຈໄວ່້ ຫຼື ເປັນແຮງກວ່າເກົ່າສາວໆກໍຕ້ອງມານັ່ງເສຍໃຈ ເສຍເງີນ ແລະ ເສຍເວລາພາຍຫຼັງ.

ປະຈຸບັນນີ້ເຮົາເຫັນສະຖາບັນເສີມຄວາມງາມເປີດໃໝ່ຂື້ນມາຫຼາຍໆ ເຊີ່ງນອກຈາກຈະຊອກລີວີວງາມໆຂອງສະຖາບັນນັ້ນແລ້ວ ສາວໆຄວນຊອກຫາຂໍ້ມູນອື່ນກ່ຽວກັບການແພດອີກດ້ວຍເຊັ່ນ ໃບຮັບຮອງຕ່າງໆ ອຸປະກອນເຄື່ອງມືທີ່ໃຊໄດ້ມາດຕະຖານ ຫຼື ບໍ່ ແລະ ຜູ້ທີ່ເຮັດສັນຍະກຳໃຫ້ເຮົາເປັນແພດແທ້ ຫຼື ບໍ່ ເພາະສີ່ງເຫຼົ່ານີ້ລ້ວນແຕ່ເປັນການກາລັນຕີເຮັດໃຫ້ສາວໆລ້ວນໝັ້ນໃຈວ່າຫຼັງຈາກເຮັດສັນຍະກຳໄປແລ້ວຈະບໍ່ເກີດຜົນຂ້າງຄຽງຕາມມາ ຫຼື ສັນຍະກຳເປັນຜິດໃນແບບທີ່ພວກເຮົາຈະນຳມາຝາກກັນໃນມື້ນີ້:

  1. ການສີດໂບທ໋ອກບໍ່ໄດ້ເຮັດໃຫ້ໜ້າແຫຼມໂດຍຖາວອນ

 

ການສີດໂບທ໋ອກທຸກມື້ນີ້ເປັນການນິຍົມຢ່າງຫຼວງຫຼາຍເພາະຈະເຮັດໃຫ້ໃບໜ້າຂອງສາວໆແຫຼມແຖມລາຄາກໍບໍ່ແພງຫຼາຍແຕ່ຂໍບອກໄວ້ກ່ອນວ່າສານໂບທ໋ອກນັ້ນບໍ່ໄດ້ເຮັດໃຫ້ໜ້າສາວໆແຫຼມໄດ້ຕະຫຼອດໄປ ມັນຈະສະຫຼາຍຕົວໄປພາຍໃນ 6 ເດືອນເຖີງ 1 ປີ ແລະ ບາງຄົນອາດຈະເກີດຜົນຂ້່າງຄຽງເຊັ່ນ: ຮູ້ສຶກແຂງທົ່ວໃບໜ້າ ເຈັບຄາງກະໄຕ ກີນອາຫານລຳບາກ ໃບໜ້າບໍ່ສົມດຸນກັນ.

t5060

  1. ລະວັງສັກຟິວເລີຜິດຕຳແໜ່ງ

 

ອີກໜື່ງເທັກນິກທີ່ສາວໆ ນິຍົມບໍ່ແພ້ກັບການສີດໂບທ໋ອກຄືເພີ່ມສານເຕີມເຕັມຜິວ ຊ່ວຍຫຼຸດຮອຍຫ່ຽວຕາມຮ່ອງແກ້ມເຮັດໃຫ້ຜິວໜ້າກັບມາເຕັ່ງຕື່ງໂດຍຈະຢູ່ປະມານ 1-2 ປີ ກ່ອນສານຈະລະລາຍໄປ ເຊີ່ງຂໍ້ຄວນລະວັງຂອງການສັກຟີວເລີ້ຄືເລື່ອງຂອງສານທີ່ບໍ່ໄດ້ມາດຕະຖານຕຳແໜ່ງທີ່ສັກເຂົ້າໄປ ຖ້າຜິດບ່ອນກໍຈະເກີດຜົນເສຍຈົນແກ່ຊີວິດໄດ້.

t5066

  1. ການສີດລະລາຍໄຂມັນ (Meso-Fat) ສ່ຽງຕໍ່ການຕິດເຊື້ອລາ
    ສຳລັບສາວໆທີ່ຮູບຮ່າງອວບອາດຈະເຄີຍໄດ້ຍິີນວ່າການສັກລະລາຍໄຂມັນສ່ວນເກີນ ຫຼື ທີ່ເອີ້ນວ່າເມໂຊແຟດ ກັນມາແນ່ແລ້ວເຊີີ່ງນິຍົມສັກຢູ່ບໍລິເວນແກ້ມ ກົກແຂນ ກົກຂາເພື່ອໃຫ້ຮູບຮ່່າງເບີ່ງຈ່ອຍລົງ ແຕ່ສາວໆບາງຄົນໄປສັກແລ້ວກໍບໍ່ເປັນຜົນດີ ຜີວໜັງເປັນຫຼັນ ຫຼື ບາງຄົນຕິດເຊື້ອພະຍາດ ວິທີທີ່ດີທີ່ສຸດໃນການລະລາຍໄຂມັນຄືການອອກກຳລັງກາຍ ນອກຈາກຈະບໍ່ເສຍເງີນແລ້ວສຸຂະພາບຍັງດີອີກດ້ວຍ.

t5064

 

 

  1. ເສີມດັງລະວັງ ສິລິໂຄນ ທະລຸ

 

ເຖີງຈະດັງແມບຈັ່ງໃດກໍແກ້ໄຂໄດ້ດ້ວຍການເສີີມດັງ ແຖມຍັງເລືອກໄດ້ອີກວ່າຈະເອົາແບບໃດເຊີ່ງແບບທີ່ນິຍົມທີ່ສຸດຄືແບບ ຢົດນ້ຳເປັນແບບທີ່ປາຍດັງຄືຊິຕົກລົງມາ ເຮັດໃຫ້ໃບໜ້າເດັ່ນ ແລະ ແຫຼມແຕ່ສຳລັບສາວໆ ທີ່ມີຊີ້ນຢູ່ດັງບາງອາດຈະຕ້ອງລະວັງສິລິໂຄນທະລຸອອກມາ ສັງເກດອາການງ່າຍໆຄືປາຍດັງຈະເລີ່ມບວມ ແລະ ແດງຖ້າພົບອາການນີ້ຄວນໄປພົບແພດດ່ວນ.

t5061

  1. ຕັດປີກດັງຈົນຮູດັງແຄບຫາຍໃຈບໍ່ອອກດີ

ສິ່ງທີ່ມາຄູ່ກັບການເສີມດັງຄືການຕັດປີກດັງ ສຳລັບຄົນທີ່ມີບັນຫາເລື່ອງດັງໃຫຍ່ ເຊີ່ງການຕັດຈະຊ່ວຍໃຫ້ປາຍດັງແຫຼມນ້ອຍລົງ ເຊິ່ງຕ້ອງອາໄສແພດຜູ້ຊ່ຽວຊານຕັດໃຫ້ບໍ່ດັ່ງນັ້ນດັງຂອງທ່ານອາດຈະບໍ່ສະເໝີກັນ ຫຼື ມີຮອຍຍິບ ແລະ ຈະເຮັດໃຫ້ເບີ່ງບໍ່ງາມ.

 

  1. ການເຮັດສັນຍະກຳຮີມສົບ ແລ້ວປາກບ້ຽວ

ການເຮັດສັນຍະກຳຮີມສົບຖືວ່າເປັນສີ່ງໃນຝັນຂອງສາວໆຫຼາຍຄົນທີ່ພາກັນໄປເຮັດຈາກຄົນຮີບສົບໜາກາຍເປັນຮີມສົບບາງເບີ່ງແລ້ວເຊັກຊີ່ ແຕ່ເວລາຍີ້ມພັດເບີ່ງເຫັນເຫືອກຈົນບໍ່ງາມ ຫຼື ບາງຄົນເຮັດໄປແລ້ວເຮັດໃຫ້ປາກບ້ຽວ ທາງໜື່ງສູງທາງໜື່ງບວມດັ່ງນັ້ນກ່ອນສາວໆຈະພາກັນໄປສັນຍະກຳຮີບສົບຕ້ອງຄິດໃຫ້ດີໆກ່ອນ ຮີບສົບຂອງເຮົາທີ່ຖືກຕັດອອກໄປແລ້ວເອົາຄືນມາບໍ່ໄດ້ເດີ້.

t5059

  1. ສັນຍະກຳຕາ

ສຳລັບສາວໆທີ່ຢາກໃຫ້ຕາໃຫຍ່ ໂດຍການໄປສັນຍະກຳ ຫຼັງຈາກເຮັດແລ້ວຄາດຫວັງໄວ້ວ່າດວງຕາຈະໃຫຍ່ກົມງາມ ແຕ່ບາດເຮັດມາແລ້ວກາຍເປັນຄືຄົນຢາກນອນຢູ່ຕະຫຼອດ ນັ້ນອາດຈະເປັນເພາະວ່າກ້າມຊີ້ນຕາອ່ອນບໍ່ມີແຮງຍົກເປືອກຕາ ສາວໆຄວນປຶກສາແພດຜູ້ຊ່ຽວຊານ ແລະ ລົມໃຫ້ລະອຽດວ່າຮູບຕາແບບນີ້ຫຼັງຈາກເຮັດອອກມາຈະເປັນແບບໃດ.

t5067

  1. ເສີມຄາງແຫຼມ ຈົນເບິ່ງຄືກັນກັບໝາກໝ່ວງ

ນອກຈາກສັກໂບທ໋ອກໃຫ້ແກ້ມລົງໜ້າແຫຼມແລ້ວ ອີກຢ່າງທີ່ເຮັດໃຫ້ໜ້າສາວໆກາຍເປັນຮູບໂຕວີຄືການເສີມຄາງດ້ວຍສິລິໂຄນເຊີ່ງຕ້ອງອາໄສສີມືໝໍໃຫ້່ເສີມອອກມາແລ້ວເປັນຮູບໝາກມ່ວງ ອີກຢ່າງກໍຕ້ອງລະວັງບໍ່ໃຫ້ຄາງບ້ຽວ ແລະ ຕິດກັນເປັນກ້ອນອາດຈະຮູ້ສຶກແກ່ນ ແລະ ເຈັບນຳອີກ.

t5068

  1. ໜ້າເອິກໃຫຍ່ໆແຕ່ແຂງບໍ່ເປັນທຳມະຊາດ

ສາວໆ ຄັບ A ສາມາດປ່ຽນມາເປັນຄັບ D ໄດ້ດ້ວຍການຜ່າຕັດເສີມໜ້າເອິກຢາກໄດ້ນ້ອຍໃຫຍ່ສໍ່າໃດໝໍເພີ່ນຈັດໃຫ້ຕາມໃຈໄປເລີຍ ແຕ່ບໍ່ແມ່ນວ່າໜ້າເອິກໃຫຍ່ແລ້ວຈະງາມເປັນທຳມະຊາດສະເໝີໄປບາງຄົນຈັບແລ້ວແຂງບໍ່ອ່ອນເປັນທຳມະຊາດເຊີ່ງຕ້ອງອາໄສການນວດຕະຫຼອດຫຼັງຈາກເຮັດແລ້ວແຕ່ບາງຄົນອາດຈະເປັນໜັກກ່ວານັ້ນອີກເຊັ່ນ: ໜ້າເອີກຫ່າງ ຫົວນົມບໍ່ຢູ່ເຄີ່ງກາງ ໜ້າເອິກສອງເບື້ອງບໍ່ສະເໝີກັນກໍມີ.

t5065

  1. ເລເຊີດູດໄຂມັນອອກໄປ ແຕ່ໄດ້ໜັງຫ່ຽວເຂົ້າມາແທນ

ການດູດໄຂມັນເປັນເຕັກໂນໂລຊີໃໝ່ທີ່ຫາກໍ່ຂົ້າມາບ້ານເຮົາເອີ້ນສັ້ນໆວ່າ ເວເຊີ (Vaser) ສາມາດດູດໄດ້ທຸກສ່ວນຂອງຮ່າງກາຍ ບໍ່ວ່າຈະເປັນແອວ ກົ້ນ ກົກຂາ ແລະ ກົກແຂນ ເຊີ່ງຊ່ວຍໃຫ້ຮູບຮ່າງນ້ອຍລົງແຕ່ຢ່າລືມວ່າເມື່ອໄຂມັນອອກໄປແລ້ວຜິວໜັງທີ່ເຄີຍເຕັ່ງຕືງອາດຈະຫ່ຽວຍານ ຫຼື ມີຮອຍເປັນຈ້ຳໆ ແລະ ຖ້າຫາກສາວໆຍັງກິນອາຫານແບບເກົ່າ ກໍ່ມາສາມາດກັບມາຕຸ້ຍໄດ້ອີກ ດັ່ງນັ້ນວິທີທີ່ຫຼຸດຄວາມຕຸ້ຍໄດ້່ດີທີ່ສຸດກໍຄືການອອກກຳລັງກາຍ ແລະ ຄວບຄຸມອາຫານເພື່ອສຸຂະພາບທີ່ດີຕໍ່ຕົວຂອງສາວໆນຳອີກ.

t5063

ທັງ 10 ອາການທີ່ເປັນຜົນຂ້າງຄຽງທີ່ອາດຈະເກີດຂື້ນໄດ້ໃນບາງຄົນເທົ່ານັ້ນສາວໆທີ່ເຮັດອອກມາແລ້ວງາມກໍມີໃຫ້ເຫັນຫຼາຍ ແລະ ແພດໃນປັດຈຸບັນກໍມີຫຼາຍຄົນທີ່ເກັ່ງ ສາວໆທີ່ຫາກໍເຮັດສັນຍະກຳມາ   ໃໝ່ໆກໍຢ່າຟ້າວຕົກໃຈໄປຖ້າເບີ່ງອາການຕາມທີ່ແພດແນະນຳ ແຕ່ຖ້າປ່ອຍດົນແລ້ວບໍ່ດີຂື້ນ ກໍຄວນຟ້າວໄປພົບແພດເພື່ອປຶກສາຫາວິທີແກ້ໄຂເດີ້.

 

ແບ່ງປັນ